ຜູ້ຕ້ອງຕິ ຣັຖະບານ ສາມຄົນ ຖືກ ຕັດສີນ ຈຳຄຸກ ເຖິງ 20 ປີ

18/05/2017
Communiqué
en fr lo

(ປາຣີ) ໂທດອັນໜັກໜ່ວງ ຊື່ງ ທັງສາມຄົນ ໄດ້ຮັບ ເນື່ອງຈາກ ກ່າວຕິຕຽນ ຣັຖະບານ ສປປລາວ ນັ້ນ,ແມ່ນການ ທົບທວນ ໃຫ້ເຫັນວ່າ ທາງການວຽງຈັນ ບໍ່ປະນິປະນອມ ຕໍ່ ແນວຄິດ ຄັດຄ້ານ ໃດໆ ທັ້ງສີ້ນ ຕະລອດເຖິງ ແນວຄິດ ຄັດຄ້ານ ແບບ ສັນຕິວິທີ ກໍດີ, ນີ້ຄື ຄຳ ຖແລງການ ຂອງ ອົງການ ສະຫະພັນ ສາກົນ ປົກປ້ອງ ສິດທິມະນຸດ (FIDH) ແລະ ຂະບວນການລາວ ເພື່ອ ສິດທິມະນຸດ (ຂລສມ) ຊຶ່ງ ທັງສອງ ອົງການ ຍັງໄດ້ ຮຽກທວງ ອີກຄັ້ງໃໝ່ ໃຫ້ທາງການ ສປປລາວ ປ່ອຍຕົວ ຜູ້ຖືກ
ຈັບ ທັງສາມ ໂດຍດ່ວນ ແລະ ຢ່າງບໍ່ມີເງື່ອນໄຂ.

‘’ການ ຈຳຄຸກ ນັກເຄື່ອນໃຫວ ເປັນເວລາ ເຖິງ 2໐ ປີນັ້ນ,ຊໍ່ສະແດງ ໃຫ້ເຫັນວ່າ ຣັຖະບານ ສປປລາວ ບໍ່ນັບຖື ຂໍ້ເງື່ອນໄຂ ຂອງ ສົນທິສັນຍາ ສາກົນດ້ານ ສິດທິມະນຸດ ຊື່ງ ຕົນ ໄດ້ ລົງນາມ ຮັບເຊັນ. ມັນເຖິງ ແກ່ ເວລາ ແລ້ວ ທີ ປະຊາຄົມ ສາກົນ ຈະຕ້ອງ ຢຸດຕິ ການພົວພັນ ກັບ ທາງການ ສປປລາວ, ພ້ອມຍັງ ຈະຕ້ອງ ກ່າວປະນາມ ຢ່າງ ເຂັ່ງຂຶມ ຕໍ່ການ ປາບປາມ ສັງຄົມພົລະເຮືອນ ຄັ້ງນີ້ ‘’

ທ່ານ ດີມີຕຣີ ຄຣີສໂຕປູໂລຊ (Dimitris Christopoulos), ປະທານ FIDH

ອີງຕາມ ລາຍງານຂ່າວ ຊື່ງ ຂະບວນການລາວ ເພື່ອ ສິດທິມະນຸດ ໄດ້ຮັບ, ເມື່ອ ວັນທີ່ 22 ມີນາ ເມສາ ແລ້ວນີ້ ທ້າວ ສົມພອນ ພິມມະສອນ, ອາຍຸ 30 ປີ,ຖືກຕັດສີນຈຳຄຸກ 20 ປີ, ທ້າວ ສຸການ ໃຈທັດ, ອາຍຸ 33 ປີ, ຖືກຕັດສີນຈຳຄຸກ16 ປີ. ສ່ວນ ນາງຫຼອດຄຳ ທັມມະວົງ ອາຍຸ 30 ປີ, ໄດ້ຮັບໂທດ ຈຳຄຸກ 12 ປີ. [1] ໃນເວລາ ປະຈຸບັນ ທັງສາມ ຖືກຈຳຄຸກ ທີ່ ຊຳເຄ້,ຊານເມືອງ ນະຄອນວຽງຈັນ.

ເນື່ອງຈາກວ່າ ການເກັບກຳຂ່າວ ມີຄວາມ ຫຍຸ້ງຍາກ ໃນ ສປປລາວ, ຈື່ງ ບໍ່ສາມາດ ຮູ້ໄດ້ ວ່າ ທາງສາມ ຖືກຕັດສີນ ໃນຂໍ້ຫາອັນໃດ.

“ການ ຕັດສີນ ລົງໂທດ ທ້າວສົມພອນ, ທ້າວ ສຸການ ແລະ ນາງ ຫຼອດຄຳ ເປັນ ສັນຍານ ອັນ ໜ້າຢ້ານກົວ ສະທ້ອນ ຕໍ່ ວົງການ ສັງຄົມພົລເຮືອນລາວ, ໂດຍ ສະແດງ ໃຫ້ເຫັນ ອີກຄັ້ງວ່າ ຣັຖະບານ ສປປລາວ ຈົງໃຈ ຈະ ປາບປາມ ການຄັດ ຄ້ານ ຕໍ່ ແນວທາງ ຜະເດັດການ ຂອງພັກ-ລັດ.“

ຍານາງ ວານິດາ ເທພສຸວັນ, ປະທານ ຂະບວນການລາວ ເພື່ອ ສິດທິມະນຸດ

ທ້າວ ສົມພອນ, ທ້າວ ສຸການ ແລະ ນາງ ຫຼອດຄຳ ຖືກ ຈັບຕົວ, ເນື່ອງຈາກ ທັງສາມ ກ່າວວິຈານ ຣັຖະບານ ຢ່າງ ຕໍ່ເນື່ອງ ໃນຂນະທີ ພວກເຂົາເຈົ້າ ເຮັດວຽກ ໃນ ປະເທດໄທ. ທັງສາມໄດ້ລົງຂໍ້ມູນໃນ Facebook ໂຈມຕີ ຣັຖະບານ ສປປລາວ, ກ່າວຊັດທອດ ຕໍ່ ການສໍ້ຮາຊບັງຫຼວງ ການຕັດໄມ້ ແລະ ການ ລ່ວງລະເມີດ ສິດທິມະນຸດ ໃນ ສປປລາວ.
ເມື່ອວັນທີ 2 ທັນວາ 2015, ທ້າວ ສົມພອນ, ທ້າວ ສຸການ ແລະ ນາງ ຫຼອດຄຳ ໄດ້ ທຳການ ປະທ້ວງ ຣັຖະບານ ສປປລາວ, ຕໍ່ໜ້າ ສະຖານທູດລາວ ປະຈຳບັງກອກ ກັບ ອີກ 30 ຄົນ.

ທັງສາມ ຖືກ ຈັບຕົວ ເມື່ອເດືອນ ມີນາ ປີ 2016, ຫຼັງຈາກ ເມືອ ຢາມບ້ານ ໃນວັນທີ 18 ກູມພາ 2016, ເພື່ອໄປຕໍ່ ບັດຜ່ານແດນ ເຂົ້າໄປເຮັດວຽກ ໃນ ປະເທດໄທ ແບບ ຖືກຕ້ອງຕາມກົດໝາຍ. ໃນວັນທີ 4 ມີນາ 2016, ເຈົ້າໜ້າທີ່ ຕຳລວດ ໄດ້ ຈັບຕົວ ນາງ ຫຼອດຄຳ ແລະ ທ້າວ ສົມພອນ ທີ່ ບ້ານພັກ ຂອງ ຄອບຄົວ ນາງ ຫຼອດຄຳ, ທີ່ ບ້ານວັງໄຕ້ ເມືອງໜອງບົກ, ແຂວງຄຳມ່ວນ. ສ່ວນ ທ້າວ ສຸການ ຖືກຈັບໃນ ວັນທີ 22 ມີນາ 2016, ທີ່ ຫ້ອງການ ກ ປ ຊ ແຂວງ ສວັນນະເຂດ.

ໃນວັນທີ 25 ພຶສພາ 2016, ຜູ້ຕ້ອງຫາ ທັງສາມ ຖືກນຳມາ ປະກົດຕົວ ຕໍ່ ໂທລະທັດ ແຮ່ງຊາດ ຫ້ອງການສູນກາງ ປກສ ທີ່ ນະຄອນວຽງຈັນ. ວົງການ ສື່ມວນຊົນ ປະກາດວ່າ ທັງສາມ ຖືກ ຈັບຕົວ ໃນ ຂໍ້ຫາ ນາບຂູ່ ຄວາມໝັ້ນຄົງ ຂອງຊາດ, ໂດຍ ທັບມ້າງ ຊື່ສຽງ ແລະ ພາບພົດ ຂອງ ຣັຖະບານ ຜ່ານ ສື່ສັງຄົມ ອອນລາຍ“

Lire la suite