ສະຕຣີ ຖືກຕັດສີນຈຳຄຸກ 5ປີ ຍ້ອນກ່າວຕ້ອງຕິລັຖະບານ ທາງສື່ສັງຄົມ ອອນລາຍ

24/11/2019
Communiqué
en fr lo

(ປາຮີສ) ທາງການ ສປປລາວ ຈະຕ້ອງປ່ອຍຕົວ ຢ່າງໂດຍດ່ວນ ຜູ້ຍິງທີ່ຖືກຈັບຕົວ ໃນຂໍ້ຫາ ກ່າວຕ້ອງຕິ ລັຖະບານ ທາງສື່ສັງຄົມອອນລາຍ, ນີ້ຄືການ ຮຽກທວງ ຈາກ ສະຫະພັນສາກົນ ເພື່ອ ສິດທິມະນຸດ (FIDH) ແລະ ຂະບວນການລາວ ເພື່ອ ສິດທິມະນຸດ (ຂລສມ).

"ລັຖບານ ສປປລາວ ຍັງຄົງສືບຕໍ່ ປາບປາມຢ່າງບໍ່ກະດ້າງ ຕໍ່ ຜູ້ທີ່ພຽງໄຊ້ສິດ ເສຣີພາບ ຢ່າງຖືກຕ້ອງ ແລະໂດຍ ສັນຕິວິທີ ໃນການປາກເວົ້າ ແລະ ການອອກຄວາມຄິດຄວາມເຫັນ ໃນຂະນະ ຄວາມມິດງຽບ ຂອງ ປະຊາຄົມສາກົນ. ເຖິງແກ່ເວລາແລ້ວ ທີ່ ປະຊາຄົມສາກົນ ຈະຕ້ອງມືນຕາ ແລະ ກ່າວປະນາມ ຕໍ່ ທ່າທີອັນຍອມຮັບບໍ່ໄດ້ ຂອງທາງການວຽງຈັນ."

ອາດີລູກ ຣາມານ ຄານ (Adilur Rahman Khan), ເລຂາທິການເອກ ຂອງ ສະຫະພັນສາກົນເພື່ອສິດທິມະນຸດ

ສານປະຊາຊົນຂັ້ນຕົ້ນ ຂອງ ແຂວງຈຳປາສັກ ໄດ້ຕັດສີນ ນາງຮ່ວຍເຮືອງ ໄຊຍະບູລີ, ຫຼືນາງໝ້ວຍ, ອາຊີບການຄ້າ ອາຍຸ 31ປີ, ຢູ່ບ້ານສະເຫຼົ້າ, ເມືອງໂພນທອງ, ແຂວງຈຳປາສັກ ຈຳຄຸກ5ປີ ພ້ອມທັງປັບໃໝ 20ລ້ານກີບ (ປະມານ 2280 ໂດລາສະຫະຣັດ) ອີງຕາມມາດຕຣາ 117 ຂອງກົດໝາຍອາຍາ (ໂຄສະນາຕ້ານ ສປປລາວ). ມາດຕຣາ 117 ລະບຸໄວ້ວ່າ ຜູ້ໃດ ຫາກໂຄສະນາໃສ່ຮ້າຍປ້າຍສີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປ່າວຂ່າວອະກຸສົນ, ເຮັດໃຫ້ມີຄວາມວຸ້ນວາຍດ້ວຍການເວົ້າ, ການຂຽນ, ການພິມ, ໜັງສືພິມ, ພາບພະຍົນ, ວີດີໂອ, ຮູບພາບ, ເອກະສານ, ຫຼື ຮູບການອື່ນ ທີ່ມີເນື້ອໃນຕ້ານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເຮັດໃຫ້ ອຳນາດ ແຫ່ງ ລັດອ່ອນເພັຽ, ຈະຖືກລົງໂທດ ຕັດສິນຈຳຄຸກ ແຕ່1ປີ ຫາ 5ປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 20.000.000 ກີບ.

ນາງໝ້ວຍ ຖືກກັກຂັງຕົວ ທີ່ ສູນກັກຂັງ ຂອງ ແຂວງຈຳປາສັກ ຕັ້ງແຕ່ວັນທີ 12 ກັນຍາ 2019 ເປັນຕົ້ນມາ. ນາງໝ້ວຍ ໄດ້ສົ່ງຂໍ້ຄວາມຜ່ານສື່ສັງຄົມ Facebook ກ່າວຕ້ອງຕິ ທາງການ ສປປລາວ ໃນການແກ້ໃຂ ບັນຫາ ອຸທຸກຂະພັຍນໍ້າຖ້ວມ ທີ່ເຂດແຂວງພາກໄຕ້ ເມື່ອທ້າຍເດືອນສິງຫາ ຫາຕົ້ນເດືອນກັນຍາ 2019.

ນີ້ບໍ່ແມ່ນຄັ້ງທຳອິດ ທີ່ ນາງໝ້ວຍໄດ້ກ່າວຕ້ອງຕິລັຖບານ ທາງສື່ສັງຄົມອອນລາຍ. ເມື່ອປີ 2018 ນາງໝ້ວຍ ໄດ້ເຜີຍ ຂໍ້ຄວາມຫຼາຍຄັ້ງຫຼາຍຫົນ ຜ່ານສື່ສັງຄົມ Facebook ກ່າວປະນາມ ກໍຣະນີ ສໍ້ຣາດບັງຫຼວງ ຂອງ ທາງເຈົ້າໜ້າທີ່ ສປປລາວ. ພາຍຫຼັງ ເຫດການ ເຂື່ອນເຊປ່ຽນເຊນໍ້ານ້ອຍ ທີ່ ແຂວງ ອັດຕະປື ແຕກ ເມື່ອເດືອນກໍຣະກະດາ 2018, ນາງໝ້ວຍ ໄດ້ກ່າວຕ້ອງຕິ ລັຖບານ ກ່ຽວແກ່ ການບໍຣິຫານ ພັຍພິບັດຄັ້ງດັ່ງກ່າວ. ໃນສອງກໍຣະນີທີ່ກ່າວມາ, ທາງເຈົ້າໜ້າທີ່ຕຳຣວດ ໄດ້ຮຽກຕົວ ນາງໝ້ວຍ ໄປສອບປາກຄຳ ໂດຍ ໄດ້ສັ່ງໃຫ້ຜູ້ກ່ຽວ ຢຸດຕິ ກ່າວຕ້ອງຕິ ລັຖບານ.

"ການລົງໂທດ ອັນໜ້າສະເທືອນໃຈ ຕໍ່ ນາງໝ້ວຍ ນີ້ ແມ່ນມີ ຈຸດປະສົງ ເພື່ອ ໃຫ້ເປັນຕົວຢ່າງ. ປະຊາຄົມສາກົນ ຈະຕ້ອງຮຽກທວງ ໃຫ້ທາງການ ສປປລາວ ປ່ອຍຕົວຢ່າງໂດຍດ່ວນ ນາງໝ້ວຍ ແລະ ຄົນອື່ນໆອີກ ທີ່ຖືກກັກຂັງ ຍ້ອນໄດ້ສະແດງອອກ ເຖິງ ຄວາມຄິດຄວາມເຫັນ ຂອງ ເຂົາເຈົ້າ."

ວານີດາ ເທພສຸວັນ, ປະທານ ຂະບວນການລາວ ເພື່ອ ສິດທິມະນຸດ

ໃນຊຸມປີທີ່ຜ່ານມານີ້, ມີປະຊາຊົນລາວອື່ນໆອີກ ຖືກຕັດສິນຈຳຄຸກ ຍ້ອນໄຊ້ສິດທິໂດຍສັນຕິວິທີ ໃນການ ປາກເວົ້າ ແລະ ອອກຄວາມເຫັນ. ໃນວັນທີ 22 ມີນາ 2017, ຜູ້ ຕິຕຽນລັຖບານ 3 ຄົນ, ສົມພອນ ພິມມະສອນ, ສຸກັນ ໃຈທັດ ແລະ ຫຼອດຄຳ ທຳມະວົງ ຖືກຕັດສິນຈຳຄຸກ 20ປີ, 16ປີ ແລະ 12ປີ ອິງຕາມ ມາດຕຣາ 56 (ຂໍ້ຫາ ທໍຣະຍົດຕໍ່ຊາດ), ມາດຕຣາ 65 (ຫຼືມາດຕຣາ 117 ຂໍ້ຫາ ໂຄສະນາຕ້ານສປປລາວ) ແລະມາດຕຣາ 72 (ຂໍ້ຫາ ຊຸມນຸມ ເພື່ອສ້າງ ຄວາມວຸ້ນວາຍ ໃຫ້ແກ່ສັງຄົມ) ຂອງ ກົດໝາຍ ອາຍາ ທັງສາມຖືກຈັບຕົວ ເມື່ອຕົ້ນປີ 2016 ພາຍຫຼັງ ທີ່ໄດ້ກ່າວ ຕ້ອງຕິລັຖບານຢ່າງເນື່ອງນິດ ໃນຂະນະ ທີ່ ທຳວຽກງານ ທີ່ ປະເທດໄທ. ເຂົາເຈົ້າໄດ້ລົງຂໍ້ຄວາມຜ່ານ Facebook ກ່າວຕິຕຽນ ລັຖບານວ່າ ສໍ້ຣາດບັງຫຼວງ, ຕັດປ່າໄມ້ແບບຜິດກົດໝາຍ ແລະ ລະເມີດສິດທິມະນຸດ. ສ່ວນທາງດ້ານ ຄນະຊ່ຽວຊານ ກ່ຽວແກ່ ການກັກຂັງແບບບໍ່ມີການສືບສວນ ແຫ່ງ ອົງການສະຫະປະຊາຊາດ ກໍໄດ້ຮັບຮອງເອົາ ກໍຣະນີຂອງທັງສາມນີ້ ບັນທຶກເຂົ້າເປັນການກັກຂັງແບບບໍ່ມີການສືບສວນ ໃນວັນທີ 25 ສິງຫາ 2017.

Lire la suite