ສະຫະພາບຢູຣົບ ຄວນຈະຕ້ອງຮຽກຮ້ອງໃຫ້ທາງການສປປລາວ ແກ້ໃຂບັນຫາສິດທິມະນຸດ ເນື່ອງໃນໂອກາດພົບປະສົນທະນາລະຫວ່າງສອງຝ່າຍ

07/03/2019
Communiqué
en fr lo

(7 ມິນາ 2019) ສະຫະພາບຢູຣົບ ຄວນຈະຕ້ອງ ຮຽກຮ້ອງໃຫ້ທາງການ ສປປລາວ ປ່ອຍຕົວ ເຫຼົ່ານັກໂທດ ທີ່ຖືກຈັບ ຍ້ອນກ່າວຕ້ອງຕິລັຖບານ, ທຳການສືບສວນ ກໍຣະນີ ຫາຍສາບສູນແບບຖືກບັງຄັບ, ແລະ ຊົດເຊີຍ ບັນດາຜູ້ໄດ້ຮັບເຄາະ ຈາກການຍຶດທີ່ດິນ ແລະ ເຂື່ອນແຕກເມື່ອບໍ່ນານມານີ້, ນີ້ຄືຖແລງການຮ່ວມຂອງ ສະຫະພັນສາກົນປົກປ້ອງສິດທິມະນຸດ ແລະ ຂະບວນລາວເພື່ອສິດທິມະນຸດ(ຂລສມ) ເນື່ອງໃນໂອກາດ ກອງປະຊຸມ ຄັ້ງທີ9 ລະຫວ່າງສອງຝ່າຍ ໃນມື້ນີ້ ທີ່ເມືອງ ວຽງຈັນ.

ນອກຈາກນັ້ນ ທັງສອງອົງການ ຍັງໄດ້ ລາຍງານເຖິງ ສະຖານະພາບ ປະຈຸບັນ ດ້ານສິດທິມະນຸດ ໃນ ສປປລາວ ໃນລະຍະຫຼັງກອງປະຊຸມພົບພໍ້ລະຫວ່າງສອງຝ່າຍ ຄັ້ງຫຼ້າສຸດ ເມື່ອເດືອນມີນາ 2018 ທີ່ນະຄອນຫຼວງວຽງຈັນ. ລາຍງານດັ່ງກ່າວໄດ້ເວົ້າເຖິງບັນຫາ : 1/ ການຈັບຕົວໂດຍບໍ່ມີການສືບສວນ ; 2/ ການຫາຍສາບສູນ ແບບຖືກບັງຄັບ ; 3/ ການລ່ວງລະເມີດ ເສຣີພາບທາງດ້ານສາສນາ ຫຼືການ ເຊື່ອຖື ; 4/ ພັຍພິບັດ ຈາກເຄື່ອນ ເຊປ່ຽນເຊນໍ້ານ້ອຍແຕກ ; 5/ ສິດທິທີ່ດິນ.

‘’ເນື່ອງຈາກວ່າ ຂາດຄວາມ ຄືບໜ້າຢ່າງໜັກ ທາງດ້ານ ການເຄົາຣົບສິດທິມະນຸດ, ສະຫະພາບຢູຣົບ ຄວນຈະຕ້ອງ ຂື້ນສຽງແຮງກ່ອນເກົ່າຕໍ່ຝ່າຍສປປລາວ, ໂດຍຕ້ອງ ຮຽກທວງໃຫ້ສປປລາວ ໃຫ້ຄຳໝັ້ນສັນຍາຢ່າງແທ້ຈິງ ແລະ ພັກດັນ ໃຫ້ການໂອ້ລົມຄັ້ງນີ້ ເກີດໝາກຜົນ ເຊັ່ນ ໃຫ້ທາງການ ສປປລາວ ຮັບຮອງວ່າ ຈະປ່ອຍຕົວ ໂດຍ ຮີບດວ່ນ ແລະ ບໍ່ມີເງື່ອນໄຂ ທູກຄົນ ທິ່ຖືກຈັບກູມຄູມຂັງ ທາງການເມືອງ. ສະຫະພາບຢູຣົບ ບໍ່ຄວນຕົກຢູ່ໄນກົນໄກ ທີ່ປອ່ຍໃຫ້ ລັຖບານ ສປປ ລາວ ລູດລະດັບຄູນນະພາບ ຂອງ ກອງປະຊຸມ ສີດທິມະນູດນີ້ ໄຫ້ກາຍເປັນພິທິກັມ ທີ່ວ່າງເປົ່າ ແລະ ບໍ່ມີຄວາມໝາຍ ‘’

ເດບີ ສະຕອດທາດ (Debbie Stothard) ເລຂາທິການ ເອກ ຂອງ ສະຫະພັນສາກົນປົກປ້ອງສິດທິມະນຸດ

ຍັງເຫຼືອນັກໂທດການເມືອງອີກຢ່າງນ້ອຍ 14ຄົນ ທີ່ຍັງຖືກກັກຂັງໃນສປປລາວ ; ໃນນັ້ນມີ ສົມພອນ ພິມມະສອນ, ສູການໃຈທັດ ແລະ ຫຼອດຄຳ ທັມມະວົງ, ຊຶ່ງທັງສາມ ຖືກໂທດຈຳຄຸກບໍ່ຕໍ່າກົ່ວ20ປີ ພາຍຫຼັງທີ່ໄດ້ກ່າວ ຕ້ອງຕິ ລັຖບານ ວ່າມີສ່ວນກ່ຽວໃນການ ສໍ້ຣາດບັງຫຼວງ, ໃນການຕັດໄມ້ເຖື່ອນ, ໃນການລ່ວງລະເມີດສິດທິມະນຸດ. ທ່ານບຸນທັນ ທັມມະວົງ ສັນຊາດ ໂປໂລນ( Pologne) ເຊື້ອຊາດລາວ ຖືກໂທດຈຳຄຸກ 4ປີ 9ເດືອນ ຍ້ອນກ່າວຕ້ອງຕິນະໂຍບາຍລັຖບານ ທາງສື່ສັງຄົມ Facebook. ຊາວບ້ານ ບ້ານເຢີບ ເມືອງທ່າແຕງ ແຂວງເຊກອງ ອີກ10ຄົນ ຖືກຈຳຄຸກ ນັບແຕ່ເດືອນກໍຣະກະດາ 2017 ມາເຖິງປັດຈຸບັນໂດຍບໍ່ມີການໄຕ່ສວນຄະດີ, ພາຍຫຼັງ ທີ່ໄດ້ຕັດຕົ້ນຢາງ ເພື່ອຄັດຄ້ານຕໍ່ການຍຶດທີ່ດິນ.

ສ່ວນກ່ຽວແກ່ ກໍຣະນີ ຫາຍສາບສູນແບບຖືກບັງຄັບ, ບໍ່ມີໃຜຊາບເຖິງຊາຕາກັມຂອງຜູ້ຫາຍສາບສູນອີກ 14ຄົນ. ໃນນັ້ນ ມີທ່ານ ສົມບັດ ສົມພອນ, ຜູ້ນຳຊື່ດັງ ຂອງອົງການປະຊາສັງຄົມ, ຫາຍສາບສູນ ເມື່ອເດືອນທັນວາ 2012. ນາງກິ່ງແກ້ວ ພົງເສລີ, ນາງ ສົມຈິດ, ທ້າວສຸບິນ, ສວນ, ສິງປະສົງ, ຄຳສອນ, ນູ, ສົມຄິດ ແລະ ສຸຣິຍາ ຖືກເຈົ້າໜ້າທີ່ຮັກສາຄວາມປອດພັຍຈັບຕົວ ເມື່ອເດືອນພຶສຈິກາ 2009. ທ່ານສົມພອນ ຂັນຕິສຸກ ເຈົ້າຂອງບໍຣິສັດທ່ອງທ່ຽວ ຖືກລັກພາຕົວໄປ ເມື່ອເດືອນ ມົກະຣາ 2017 ທີ່ ແຂວງຫຼວງນໍ້າທາ. ອີກຊາວໄທ 3ຄົນ, ອິດຕິພອນ ສຸກແພນ, ວຸດທິພົງ ກາຈະທັມມະກຸນ ແລະ ສຸຣະໄຊ ແດນວັຕະນະນຸສອນ, ຊຶ່ງລີ້ພັຍໃນສປປລາວ ພາຍຫຼັງໄດ້ກ່າວໂຈມຕີ ຣາຊບັນລັງໄທ ; ທັງສາມ ຫາຍສາບສູນ ໃນເດືອນມິຖຸນາ 2016, ເດືອນກໍລະກະດາ 2017 ແລະ ເດືອນທັນວາ 2018. ທາງການສປປລາວ ລົ້ມເຫຼວໃນການສືບສວນກໍຣະນີທັງໝົດເຫຼົ່ານີ້ຢ່າງແທ້ຈິງ ແລະທ່ຽງທັມ.

ເຫດການເຂື່ອນເຊປ່ຽນເຊນໍ້ານ້ອຍ ທີ່ແຂວງອັດຕະປື ແຕກເມື່ອເດືອນກໍຣະກະດາ 2018 ສໍ່ສະແດງໃຫ້ເຫັນເຖິງ ການບໍຣິຫານແບບຊັກຊ້າ, ຂາດປະສິດຕິພາບ ແລ ະຂາດຄວາມໂປ່ງໃສ ຂອງ ລັຖະບານ ສປປ ລາວ. ເຖິງແມ່ນວ່າ ຈະເປັນພັຍພິບັດອັນ ຮ້າຍແຮງ ມະຫາສານກໍຕາມ, ແຕ່ທາງການສປປລາວ ຊໍ້າຍັງຊອກຫາທາງ ຫຼຸດຈຳນວນ ຜູ້ເສັຽຊີວິດລົງ ພ້ອມຍັງ ກີດກັນບໍ່ໃຫ້ນັກຂ່າວອິດສະຣະ ເຂົ້າໄປໃນຂົງເຂດ ເພື່ອລາຍງານ ເຖິງເຫດການອີກ. ຈົນເຖິງທ້າຍເດືອນມົກະຣາ 2019, ທາງການລາວ ຈຶ່ງໄດ້ເຜີຍວ່າ ມີຜູ້ເສັຽຊີວິດແນ່ນອນ 49ຄົນ ແລະ ອີກ 22ຄົນ ຫາຍສາບສູນ. ເຖິງຢ່າງໃດກໍຕາມ, ຄນະນັກສັງເກດການ ແລະ ຊາວບ້ານ ເຊື່ອແນ່ວ່າ ຄົງຈະມີຜູ້ເສັຽຊີວິດຫຼາຍກົ່ວນີ້ ເພາະບໍ່ມີໃຜຊາບເຖິງຊາຕາກັມ ຂອງ ຊາວບ້ານ ອີກຈຳນວນຫຼາຍຮ້ອຍຄົນ.

ສ່ວນການຊ່ວຍເຫຼືອ ແລະ ການຊົດເຊີຍຄອບຄົວຜູ້ໄດ້ຮັບເຄາະ ກໍຍິ່ງບໍ່ສົມດຸນ. ນອກຈາກນັ້ນ, ເຖິງແມ່ນວ່າ ຈະມີຄນະສືບສວນເຖິງສອງຄນະຈາກທາງການກໍຕາມ, ແຕ່ແລ້ວ ກໍບໍ່ມີຂໍ້ມູນການປະເມີນເຖິງພັຍຄັ້ງນີ້ເລີຍ. ຍິ່ງໄປກົ່ວນັ້ນ, ຍັງມີລາຍງານທີ່ເຜີຍເຖິງ ການຂາດຄວາມໂປ່ງໃສ ແລະ ການກິນສິນບົນ ໃນຖັນແຖວ ເຈົ້າໜ້າທີ່ກ່ຽວຂ້ອງກັບການຊ່ວນເຫຼືອ, ໂດຍສະເພາະ ການປຸກເຮືອນຊົ່ວຄາວໃຫ້ຜູ້ລອດຕາຍ. ເຫດການ ເຂື່ອນແຕກຄັ້ງນີ້ ຊີ້ໃຫ້ເຫັນວ່າ ໂຄງການການລົງທຶນ ແລະ ໂຄງການການກໍ່ສ້າງຕ່າງໆ ສາມາດ ສົ່ງຜົນສະທ້ອນອັນໜັກໜ່ວງ ໃຫ້ແກ່ຊາວທ້ອງຖິ່ນ ທັງນີ້ກໍຍ້ອນວ່າ ລັຖບານຂາດຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ.

‘’ເຂື່ອນ ເຊປ່ຽນເຊນໍ້ານ້ອຍ ແຕກ ສະແດງໃຫ້ເຫັນວ່າ ໂຄງການລົງທູນໄຫຍ່ໄນລາວ ມັກຈະສົ່ງຜົນຮ້າຍແຮງຕໍ່ຊູມຊົນທອ້ງທີ່ນ ເນື່ອງຈາກ ລັຖະບານ ຂາດ ຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ. ສະຫະພາບຢູຣົບ ແລະ ກຸ່ມປະເທດພາຄີ ຄວນຈະຕ້ອງທົບທວນເບິ່ງຄືນໃໝ່ ເຖິງຂໍ້ເງື່ອນໃຂ ຂອງການຊ່ວຍ ແລະ ການລົງທຶນໃນສປປລາວ, ນອກຈາກວ່າ ສປປລາວ ຈະປະຕິຮູບລະບົບການປົກຄອງ ແລະ ກົດໝາຍໃໝ່’’

ວະນິດາ ເທພສຸວັນ, ປະທານຂະບວນລາວເພື່ອສິດທິມະນຸດ

ນອກຈາກນັ້ນ, ກໍຍັງມີຄວາມວິຕົກກັງວົນ ຕໍ່ບັນຫາ ການຊົດເຊີຍ ຜູ້ຖືກຍຶດທີ່ດິນ ຈາກທາງເຈົ້າໜ້າທີ່ ເພື່ອສ້າງທາງລົດໄຟ ແຕ່ບໍ່ແຕນ ຫາ ວຽງຈັນ. ເມື່ອເດືອນພືສຈິກາ 2018 ທີ່ຜ່ານມາ, ໄດ້ມີລາຍງານວ່າ ທີ່ດິນເພື່ອສ້າງທາງລົດໄຟມີເຖິງ94%ແລ້ວ, ສ່ວນໂຄງການກໍໄດ້ດຳເນີນໄປເຖິງ 40%. ເຖິ່ງຢ່າງໃດກໍຕາມ, ຈົນມາເຖິງເດືອນມົກະຣາ 2019, ສອງປີຫຼັງຈາກໂຄງການໄດ້ເລີ້ມ, ຍັງມີຫລາຍຄອບຄົວ ໄນຈໍານວນ 4400 ຄອບຄົວ ທີ່ຍັງບໍ່ໄດ້ຮັບການຂົດເຊີຍເທື່ອ ສໍາລັບການສູນເສຍຂອງເຂົາເຈົ້າ, ທີ່ດິນຂອງເຂົາເຈົ້າ, ການດໍາລົງຊີວິດຂອງເຂົາເຈົ້າ ແລະ ລາຍໃດ້ຂອງເຂົາເຈົ້າ.

Lire la suite
communique