ບໍ່ຕໍ່າກວ່າ 7 ຄົນຖືກຈັບ ພາຍຫຼັງຕຽມການ ປະທ້ວງ ຮຽກຮ້ອງ ເອົາ ປະຊາທິປະໄຕ

15/11/2019
Communiqué
en fr lo

(ປາຮີສ) ທາງການ ສປປລາວ ຈະຕ້ອງ ປ່ອຍຕົວຢ່າງຮີບດ່ວນ ຜູ້ຖືກຈັບທັງ 7ຄົນ ໃນຂະນະຕຽມ ການປະທ້ວງ ແບບສັນຕິວິທີ ເພື່ອ ປະຊາທິປະໄຕ,ນີ້ຄື ຄຳຮຽກຮ້ອງ ຂອງ ສະຫະພັນ ສາກົນ ເພື່ອສິດທິມະນຸດ (FIDH) ແລະ ຂະບວນການ ລາວ ເພື່ອ ສິດທິມະນຸດ ( ຂລສມ).

ອີງຕາມແລ່ງຂ່າວ ຊຶ່ງ ທັງສອງອົງການ ດັ່ງດ່າວ ໄດ້ຮັບນັ້ນ, ຫຼາຍສິບຄົນ ມີໝາຍກຳນົດ ຈະເຂົ້າຮ່ວມ ການປະທ້ວງ ໃນວັນທີ 11 ພຶສະຈິກາ 2019 ທີ່ນະຄອນຫຼວງວຽງຈັນ. ແຕ່ແລ້ວ ອົງການໄຕ້ດິນ “ຮ່ວມຊາດລາວ” ຊຶ່ງເປັນ ຜູ້ກະຕຽມ ການປະທ້ວງຄັ້ງນີ້ ຊໍ້າຕ້ອງ ໄດ້ລົບລ້າງການຊຸມນຸມ ດ້ວຍວ່າ ຜູ້ທີ່ຈະມາຮ່ວມ ຈາກ ເຂດແຂວງຕ່າງໆ ໄດ້ພົບກັບ ຄວາມຫຍຸ້ງຍາກ ໃນການເດີນທາງ ມາຍັງນະຄອນຫຼວງວຽງຈັນ.

“ທີ່ ສປປລາວ ປະຊາຊົນຖືກຈັບຕົວ ພຽງຢາກຈະຮຽກທວງ ເອົາປະຊາທິປະໄຕ ເທົ່ານັ້ນ. ການທີ່ ທາງການ ສປປລາວ ກັກຂັງ ຜູ້ທີ່ບໍ່ໄດ້ເຮັດຫຍັງຜິດນັ້ນ ກໍຊີ້ ໃຫ້ເຫັນວ່າ ລັຖບານ ຢາກຄວບຄຸບ ປະເທດ ເຖິງພຽງໃດ ແລະ ຢາກປາບປາມ ການກ່າວຕ້ອງຕິທຸກໆຮູບແບບ.”

ອາດີລູກ ຣາມານ ຄານ (Adilur Rahman Khan), ເລຂາທິການເອກ ຂອງ ສະຫະພັນສາກົນເພື່ອສິດທິມະນຸດ ໄດ້ຖແລງ

ໃນວັນທີ 12 ພຶສະຈິກາ 2019 ເວລາປະມານ 13 ໂມງ ທີ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ທາງເຈົ້າໜ້າທີ່ ໄດ້ຈັບຜູ້ຊາຍ 6 ຄົນ (ສູນທອນ ຟ້າສອ່ງໃສ, ຄຳກ້ອນ ພັນທະວົງ, ບູນຍອນ ພັນທະວົງ, ຈຽງສອນ ພັນທະວົງ, ກຽດຕິສັກ ຮັກມີສູກ ແລະ ສັນຕິນ້ອຍ ເທບໄກສອນ) ແລະອີກຜູ້ຍິງ 1 ຄົນ (ເມັຽຂອງ ສັນຕິນ້ອຍ ເທບໄກສອນ, ຊຶ່ງບໍ່ຊາບຊື່).

ສະຫະພັນສາກົນ ເພື່ອ ສິດທິມະນຸດ ແລະ ຂະບວນການລາວ ເພື່ອ ສິດທິມະນຸດ ຢ້ານກົວວ່າ ຈະມີຈຳນວນຫຼາຍກວ່າ
ນີ້ທີ່ຖືກຈັບ. ທ້າວພູວົງ ໄຊຍະແສງ ໄດ້ເດີນທາງຈາກບໍລິຄຳໄຊ ເພື່ອມາຮ່ວມການປະທ້ວງ ທີ່ວຽງຈັນ ; ເມັຽຂອງຜູ້ກ່ຽວ ໄດ້ເຫັນຜູ້ກ່ຽວຄັ້ງສຸດທ້າຍ ທີ່ໂຮງແຮມແຫ່ງນຶ່ງ ທີ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນຕອນແລງຂອງວັນທີ 11 ພຶສະຈິກາ 2019. ຕໍ່ຈາກນັ້ນມາ ກໍບໍ່ເຫັນເລີຍ.

“ການປາບປາມໃນ ຄັ້ງນີ້ ມີ ມີລັກສະນະ ແລະ ວິທີຄ້າຍໆກັນທີ່ສຸດ ກັບການຈັບຕົວ ແລະ ການຫາຍສາບສູນແບບຖືກບັງຄັບ ຂອງອີກ 9 ຄົນ ທີ່ກຳນົດເຂົ້າຮ່ວມ ປະທ້ວງ ເພື່ອ ປະຊາທິປະໄຕ ຄັ້ງເດືອນ ພຶສະຈິກາ 2009 ທີ່ນະຄອນຫຼວງວຽງຈັນ. ທາງການ ສປປລາວ ທຳການປາບປາມ ຢ່າງຮຸນແຮງ ຕໍ່ຜູ້ມີແນວຄິດຕໍ່ຕ້ານ ເໝືອນດັ່ງ 10ປີກ່ອນ.”

ວະນີດາ ເທບສຸວັນ, ປະທານ ຂະບວນການລາວ ເພື່ອ ສິດທິມະນຸດ ໄດ້ກ່າວ

ເມື່ອເດືອນ ພຶສະຈິກາ 2009, ຜູ້ຍິງ 2 ຄົນ, ກິ່ງແກ້ວ ແລະສົມຈິດ, ແລະອີກຜູ້ຊາຍ 7 ຄົນ, ສຸບິນ, ສວນ, ສິງປະສົງ, ຄຳສອນ, ໜູ, ສົມຄິດ ແລະ ສຸຣິຍາ ຖືກຈັບຕົວ ຍ້ອນຕຽມຮ່ວມປະທ້ວງເພື່ອປະຊາທິປະໄຕ ທີ່ນະຄອນຫຼວງວຽງຈັນ. ຕົກມາຮອດມື້ນີ້,ບໍ່ມີໃຜຊາບເຖິງຊາຕາກັມຂອງເຂົາເຈົ້າ.

ການຫາຍສາບສູນ ໂດຍຖືກບັ່ງຄັບແບບນີ້ ເປັນຂອງແນວໂນ້ມທີ່ສ່ວນນື່ງທີ່ ຂະຫຍາຍຂື້ນ. ບໍ່ຫລາຍປີທີ່ຜ່ານມານີ້ ປະຊາຊົນລາວຫລາຍຄົນ ຖືກຄູມຂັງ ຍ້ອນຢາກໃຊ້ສີດເສຣີພາບ ໃນການສແດງ ຄວາມຄີດເຫັນແບບສັນຕິວິທີ ແລະ ສີດເສຣີພາບ ໃນການຊູມນູມປະທ້ວງຢ່າງສັນຕິ.

ນາງຫວຍເຮືອງ ໄຊຍະບູລີ ໝວຍ, ມີອາຊີບການຄ້າ ທີ່ບ້ານສະເຫຼົາ,ເມືອງໂພນຕ້ອງ, ແຂວງຈຳປາສັກ ຖືກກັກຂັງທີ່ຄຸກຂອງແຂວງຈຳປາສັກ ຕັ້ງແຕ່ ວັນທີ 12 ກັນຍາ 2019 ເປັນຕົ້ນມາ ອີງຕາມ ມາດຕຣາ 117 ຂອງກົດໝາຍອາຍາ (ໂຄຊະນາຕໍ່ຕ້ານ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ). ນາງໝວຍ ໄດ້ສົ່ງຂໍ້ຄວາມ ຜ່ານທາງ Facebook ກ່ຽວແກ່ອຸທຸກຂະພັຍນໍ້າຖ້ວມ ທີ່ເຂດແຂວງ ພາກໄຕ້ ຂອງປະເທດ ເມື່ອທ້າຍເດືອນສິງຫາ ຫາເດືອນກັນຍາ 2019.

ໃນວັນທີ 22 ມີນາ 2017, ຜູ້ ຕິ ລັຖບານອີກ 3 ຄົນ ຖືກຕັດສິນໃຫ້ຈຳຄຸກ, ສົມພອນ ພິມມະສອນ 20ປີ, ສຸກັນ ໃຈທັດ 16ປີ ແລະ ຫຼອດຄຳ ທັມມະວົງ 12ປີ, ອີງຕາມ ກົດໝາຍອາຍາ ມາດຕຣາ 56 (ທໍຣະຍົດຕໍ່ປະເທດຊາດ), ມາດຕຣາ 65 ຊຶ່ງຖືກດັດແປງມາເປັນມາດຕຣາ 117 (ໂຄຊະນາຕໍ່ຕ້ານ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ) ແລະ ມາດຕຣາ 72 (ຊຸມນຸມ ເພື່ອຫວັງສ້າງ ຄວາມປັ່ນປ່ວນຕໍ່ສັງຄົມ). ທັງ 3 ຄົນ ຖືກຈັບຕົວ ເມື່ອຕົ້ນປີ 2016 ຍ້ອນກ່າວຕ້ອງຕິ ຢ່າງເນື່ອງນິດ ຕໍ່ລັຖບານ ໃນຂະນະເຮັດວຽກງານທີ່ປະເທດໄທ. ໜ່ວຍງານກ່ຽວແກ່ການກັກຂັງ ແບບບໍ່ມີການສືບສວນ ແລະ ສອບສວນ ແຫ່ງອົງການສະຫະປະຊາຊາດ (the UN Working Group on Arbitrary Detention) ລົງມະຕິ ຄັ້ງວັນທີ 25 ສິງຫາ 2017 ວ່າ ກໍຣະນີດັ່ງກ່າວແມ່ນ ການກັກຂັງ ແບບບໍ່ມີການ ສືບສວນ ແລະ ສອບສວນ.

Lire la suite