“ຄຳຕອບ ແບບບິດເບືອນ ແລະ ບໍ່ຕຣົງ ຂອງ ຂອງຣັດຖະບານລາວ ຕໍ່ໜ້າຄວາມກັງວົນ ຂອງສາກົນ ກ່ຽວກັບບັນຫາສໍາຄັນ ດ້ານສິດທິມະນຸດ ຊີ້ໃຫ້ເຫັນວ່າ ວ່າການລະເມີດສິດທິມະນຸດ ແລະ ການປາບປາມ ການຈັດຕັ້ງພາກປະຊາສັງຄົມ ອາດຍັງສືບຕໍ່ໄປອີກໃນຫຼາຍປີຂ້າງໜ້າ ໂດຍບໍ່ມີການເອົາໂທດໃດໆ ປະຊາຄົມສາກົນຕ້ອງເພີ່ມຄວາມກົດດັນຕໍ່ຣັດຖະບານລາວ ແລະ ເອົາສິດທິມະນຸດເປັນຂໍ້ມູນອັນດັບ ຕົ້ນໆ ໃນການພົວພັນ ກັບວຽງຈັນ.’’
ສປປລາວ ໄດ້ຮັບຮອງເອົາຂໍ້ສເນີ 160ຂໍ້ ໃນຈຳນວນທັງໝົດ 226ຂໍ້ ເນື່ອງໃນໂອກາດ ກອງປະຊຸມ ສຳລວດ ຄັ້ງທີ 3 ຄັ້ງເດືອນມົກກະຣາ 2020. ສປປລາວ ຍັງໃດ້ “ ບັນທຶກ” ຂອງຂໍ້ສະເໜີ ອີກ 66 ຂໍ້ (ບໍ່ຍອມຮັບ).
“ ອີກເທື່ອໃໝ່ ທາງການສປປລາວ ບໍ່ໄດ້ເອີ່ຍເຖິງບັນຫາສິດທິມະນຸດເຫຼົ່ານີ້ເລີຍ, ໂດຍຫວັງວ່າ ຈະບໍ່ມີໃຜສັງເກດເຫັນ. ປະຊາຄົມສາກົນບໍ່ຄວນຈະຍອມຖືກແຮ້ວຂອງທາງການວຽງຈັນ, ແຕ່ຄວນຈະຕ້ອງຊີ້ແຈງ ເຖິງຂໍ້ເງື່ອນໃຂ ອັນແຈ່ມແຈ້ງ ທີ່ຈະສາມາດວັດແທກ ຄວາມຄືບໜ້າ ທາງດ້ານສິດທິມະນຸດໄດ້ ຫຼື ວັດແທກຄວາມລົ້ມເຫຼວຂອງທາງການສປປລາວນັ້ນເອງ.”
ຕໍ່ລົງໄປນີ້ຄືຂໍ້ວິຈັຍ ສັ້ນໆ ກ່ຽວແກ່ ຄຳຕອບ ຂອງ ທາງການສປປລາວ ຕໍ່ຂໍ້ສເນີ ຂອງ ບັນດາປະເທດ ພາຄີຂອງສະຫະປະຊາຊາດ ວ່າດ້ວຍບັນຫາ ສໍາຄັນ ດ້ານສິດທິມະນຸດ.
ການຫາຍສາບສູນແບບຖືກບັງຄັບ
ຄຳຕອບ ຂອງທາງການ ສປປລາວ ກ່ຽວກັບບັນຫາ ການຫາຍສາບສູນແບບຖືກບັງຄັບ ບໍ່ມີນໍ້າໜັກພຽງພໍ. ສປປລາວປະຕິເສດ ບໍ່ຍອມຮັບເອົາຂໍ້ສເນີ 13ຂໍ້ ໃນຈຳນວນທັງໝົດ 15ຂໍ້ ຊຶ່ງຂໍ້ສເນີດັ່ງກ່າວໄດ້ຮຽກຮ້ອງໃຫ້ທຳການສືບສວນເຖິງທຸກໆກໍຣະນີຫາຍສາບສູນແບບຖືກບັງຄັບ,ເຊັ່ນກໍຣະນີທ່ານສົມບັດ ສົມພອນ ຊຶ່ງທາງການເຄີຍໄດ້ບັນທຶກໄວ້ແລ້ວ. ສປປລາວກ່າວວ່າ ຕົນໄດ້ສືບສວນ ເຖິງກໍຣະນີຫາຍສາບສູນແບບຖືກບັງຄັບນີ້ ທຸກໆກໍຣະນີ, ແຕ່ຊໍ້າປະຕິເສດ ບໍ່ໄດ້ບອກວ່າມີຈັກກໍຣະນີທີ່ໄດ້ຜ່ານການສືບສວນມາເຖິງປັດຈຸບັນ, ພ້ອມຍັງບໍ່ໄດ້ ໃຫ້ລາຍລະອຽດໃດໆ ກ່ຽວແກ່ກໍຣະນີທ່ານສົມບັດ ສົມພອນ. ຍິ່ງໄປກວ່ານັ້ນ, ທາງການສປປລາວ ບໍ່ໄດ້ກ່າວຢືນຢັນ ວ່າຈະສັດຕະຍາບັນ ສົນທິສັນຍາສາກົນ ວ່າດ້ວຍການ ປົກປ້ອງ ຜູ້ທີ່ໄດ້ຮັບເຄາະ ຈາກການຫາຍສາບສູນ ແບບຖືກບັງຄັບ, ຊຶ່ງສົນທິສັນຍາດັ່ງກ່າວນີ້ ທາງການສປປລາວໄດ້ລົງນາມເຊັນຮັບເມື່ອເດືອນກັນຍາ 2008. ເນື່ອງໃນໂອກາດກອງປະຊຸມສຳລວດຄັ້ງກ່ອນ ສປປລາວເຄີຍໄດ້ ຢໍ້າແລ້ວວ່າ ຕົນກຳລັງ ພິດຈາຣະນາ ການສັດຕະຍາບັນ.
ການທໍຣະມານ ແລະສະພາບການຄຸມຂັງ
ເຖິງແມ່ນວ່າຂໍ້ມູນອັນຫຼວງຫຼາຍທີ່ໜ້າເຊື່ອຖືໄດ້ ໄດ້ກ່າວເຖິງການທໍຣະມານ ແລະ ສະພາບການຄຸມຂັງ ອັນຕໍ່າກວ່າມາດຕະຖານສາກົນ, ແຕ່ ທາງການ ສປປລາວ ຊໍ້າບໍ່ໄດ້ຮັບເອົາຂໍ້ສເນີ 4ຂໍ້ ທີ່ຮຽກຮ້ອງໃຫ້ ສປປລາວ ສືບສວນ ເຖິງການ ທໍຣະມານໃນຄຸກຄຸມຂັງ ແລະໃຫ້ຫຼີກເວັ້ນວິທີການດັ່ງກ່າວ ຕລອດເຖິງ ການສັດຕະຍາບັນ ສົນທິສັນຍາ ວ່າດ້ວຍ ການຕໍ່ຕ້ານການທໍຣະມານ. ສ່ວນທາງການ ສປປລາວ ໄດ້ຮັບເອົາຂໍ້ສເນີ 2ຂໍ້ ທີ່ທວງໃຫ້ ປັບປຸງ ສະພາບການຄຸມຂັງ.
ໂທດປະຫານ
ຂໍ້ສເນີທັງ16ຂໍ້ບໍ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກທາງການສປປລາວ ຊຶ່ງຂໍ້ສເນີດັ່ງກ່າວຮຽກຮ້ອງໃຫ້ລົບລ້າງໂທດປະຫານ ແລະໃຫ້ສັດຕະຍາບັນ ສົນທິສັນຍາສາກົນ ວ່າດ້ວຍສິດທິພົລເຮືອນ ແລະການເມືອງ.
ສັງຄົມພົລເຮືອນ
ທ່າມກາງການປາບປາມຢ່າງເນື່ອງນິດຕໍ່ອົງການການຈັດຕັ້ງດ້ານສັງຄົມພົລເຮືອນ, ທາງການ ສປປລາວ ໄດ້ຮັບເອົາຂໍ້ສເນີ 2ຂໍ້ ທີ່ຮຽກຮ້ອງ ໃຫ້ວາງເງື່ອນໃຂ ທີ່ຈະອຳນວຍໃຫ້ ອົງການ ການຈັດຕັ້ງດ້ານສັງຄົມພົລເຮືອນ ສາມາດປະຕິບັດກິດຈະກັມໄດ້. ແຕ່ແລ້ວ ທາງການ ສປປລາວ ຊໍ້າໄດ້ປະຕິເສດບໍ່ຍອມຮັບຂໍ້ສເນີ 2ຂໍ້ ທີ່ທວງໃຫ້ປັບປຸງກົດໝາຍວ່າດ້ວຍສິດທິສະມາຄົມ, ໂດຍສະເພາະ ດຳຣັດອັນຮຸນແຮງ ເລກ238 ຊຶ່ງຫຼາຍໆອົງການສິດທິມະນຸດຂອງສະຫະປະຊາຊາດ ກ່າວຕ້ອງຕິວ່າ ບໍ່ສອດຄ່ອງກັບເງື່ອນໃຂສາກົນດ້ານເສຣີພາບການຊຸມນຸມສາມະຄົມ. ສ່ວນ ສປປລາວ ຊໍ້າກ່າວວ່າຂໍ້ສເນີດັ່ງກ່າວ ບໍ່ກົງກັບສະຖານະພາບຄວາມເປັນຈິງໃນປະເທດ ແລະອ້າງເຫດຜົນແບບຕົວະ ແລະບິດເບືອນ ຄວາມຈິງວ່າ ດຳຣັດ 238ນີ້ ບັນລຸອອກມາ ພາຍຫຼັງທີ່ໄດ້ມີ ການແຈ້ງ ແລະ ທາບທາມ ທຸກໆ ພາກສ່ວນກ່ຽວຂ້ອງ.
ສິດເສຣິພາບດ້ານການປາກເວົ້າ
ທາງການສປປລາວຮັບເອົາຂໍ້ສເນີພຽງຂໍ້ດຽວ ໃນຈຳນວນ 3ຂໍ້ ທີ່ຮຽກຮ້ອງໃຫ້ ຢຸດຕິປາບປາມ ບຸກຄົນທີ່ໄຊ້ສິດທິປາກເວົ້າ, ແລະ ໃຫ້ປ່ອຍນັກໂທດທີ່ຖືກຈັບ ຍ້ອນໄຊ້ສິດປາກເວົ້າ. ທາງການສປປລາວ ໄດ້ບັນທຶກ ຂໍ້ສເນີ 3ຂໍ້ ທີ່ທວງໃຫ້ປັບປຸງ ແລະຂຍາຍກວ້າງ ກົດໝາຍ ວ່າດ້ວຍສິດເສຣິພາບ ດ້ານການປາກເວົ້າ. ເຖິງແມ່ນວ່າ ຈະມີຂໍ້ມູນອັນແຈ່ມແຈ້ງວ່າບໍ່ແມ່ນຄວາມຈິງ, ແຕ່ ທາງການສປປລາວ ຍັງໄດ້ກ່າວໂຍກອີກວ່າ ຕົນໄດ້ພະຍາຍາມພັທະນາ ສິດເສຣິພາບ ດ້ານການປາກເວົ້າ ແລ້ວ.
ສະຖາບັນສິດທິມະນຸດແຫ່ງຊາດ
ລັຖບານສປປລາວໄດ້ປະຕິເສດຂໍ້ສເນີທັງ 4ຂໍ້ ທີ່ຮຽກຮ້ອງໃຫ້ສ້າງຕັ້ງສະຖາບັນສິດທິມະນຸດ ໂດຍໃຫ້ອີງໃສ່ເງື່ອນໃຂສັນຍາ Paris. ສປປລາວ ຊໍ້າກ່າວຍົກຍ້ອງ ຄນະກັມມາທິການແຫ່ງຊາດ ດ້ານສິດທິມະນຸດ ວ່າແມ່ນ ແກ່ນນຳ ເພື່ອຍົກລະດັບ ແລະ ປົກປ້ອງສິດທິມະນຸດໃນປະເທດ. ແຕ່ແລ້ວ ຄນະກັມມາທິການແຫ່ງຊາດດ້ານສິດທິມະນຸດດັ່ງກ່າວ ກໍແມ່ນອົງການການ ຈັດຕັ້ງ ຂອງຣັດຖະບານ ນັ້ນເອງ ໂດຍມີການຈັດຕັ້ງ, ບົດບາດອຳນາດ ແລະໜ້າທີ່ ບໍ່ສອດຄ່ອງກັບສັນຍາ Paris ແຕ່ປະການໃດ.
ການຮ່ວມມືກັບພາກສ່ວນຕ່າງໆຂອງສະຫະປະຊາຊາດ
ທາງການສປປລາວປະຕິເສດຂໍ້ສເນີທັງ2ຂໍ້ ທີ່ຮຽກທວງໃຫ້ສປປລາວ ເປີດຮັບເອົາ ພາກສ່ວນຕ່າງໆ ຂອງສະຫະປະຊາຊາດ ໂດຍໃຫ້ເຫດຜົນວ່າ ຂໍ້ສເນີດັ່ງກ່າວ ບໍ່ສາມາດນຳມາປະຕິບັດໄດ້ ແລະ ວ່າຈະ ພິດຈາຣະນາ ການເຊື້ອເຊີນ ພາກສ່ວນຕ່າງໆ ຂອງ ສະຫະປະຊາຊາດ ນັ້ນ ຕາມກໍຣະນີ ແລະ ເງື່ອນໃຂ ຄວາມສະດວກຂອງແຕ່ລະຝ່າຍ.