ກອ່ນ ການ ພົບພໍ້ ສົນທະນາ ເຖີງ ສະຖານະການ ດ້ານ ສິດທິ ມະນຸດ ລະຫວ່າງ ສອງຝ່າຍ ຄັ້ງນີ້, ສະຫະພັນ ສິດທິ ມະນຸດນາໆ ຊາດ (FIDH) ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ (ຂລສມ) ໃດ້ ສເນີ ລາຍງານ ຣວ່ມ ຢ່າງ ທີ່ຖວນ ເຖີງ ການ ລວ່ງ ລະເມີດ ສິດທິ ມະນຸດ ໃນ ສປປ ລາວ ນັບ ຕັ້ງແຕ່ ການ ພົບປະ ຄັ້ງ ເດືອນ ພຶສະພາ 2014.
"ຈໍາເປັນ ທີ່ສຸດ ທີ່ ສະຫະພາບ ເອີໂຣບ ຕອ້ງ ຕັ້ງ ເງື່ອນໄຂ ໃຫ້ ທາງການ ສປປ ລາວ ຣັບຣອງ ວ່າງ ມາດຕະການ ຢ່າງ ຈະແຈ້ງ ແລ້ວ ໄປ ປະຕິບັດ ຕາມ ຕາຕະລາງ ທີ່ ຖຶກກໍານົດ ໃວ້ ເພື່ອ ໃຫ້ ເຫັນຜົນ. ຖ້າ ບໍ່ ດັ່ງນັ້ນ, ກອງປະຊູມ ກ່ຽວກັບ ສິດທິ ມະນຸດ ນີ້ ກໍ່ ຈະ ກາຍເປັນ ຂັນຕອນ ທີ່ ບໍ່ມີ ຄວາມໝາຍ ໂດຍ ປາສະຈາກ ຜົນ ອັນ ເປັນຕົນ ເປັນໂຕ"
ນັບຕັ້ງແຕ່ ເດືອນ ພືສະພາ ປີ 2014 ເປັນຕົ້ນມາ, ຣັຖະບານ ສປປ ລາວ ໄດ້ ລົງມະຕິ ຣັບຣອງ ເອົາ ກົດໝາຍ ອັນ ເຄັ່ງຄັດ ດັ່ງ ຂໍ້ ດໍາຣັດ 327 ເພື່ອ ເພີ້ມ ທະວີ ຂະບວນ ກົດໝາຍ ປາບປາມ.
ທາງການ ສປປ ລາວ ໄດ້ ຈັບຕົວ ແລະ ກັກຂັງ ຫລາຍ ບຸຄົນ ດວ້ຍກັນ ທີ່ໄດ້ ກ່າວ ຕິຕຽນ ຣັຖະບານ ຫລື ໄດ້ ກ່າວ ຊັດທອດ ເຖີງ ລະບົບ ການ ສໍ້ລາດ ບັງຫລວງ. ທາງການ ສປປ ລາວ ຍັງສຶບຕໍ່ ປາບປາມ ຊົນ ສາສນາ ກູ່ມນອ້ຍ ໂດຍ ໄດ້ ຈັບຕົວ ຊາວ ຄຣີສ ຕັ້ງ ຫລາຍ ຄົນ ດວ້ຍກັນ.
ນອກຈາກ ນັ້ນ, ທາງການ ສປປ ລາວ ຍັງ ບໍ່ ສາມາດ ໃຫ້ ຄວາມ ກະຈ່າງແຈ້ງ ຕື່ມອິກ ກ່ຽວແກ່ ການ ສືບສວນ ກໍຣະນີ ຫາຍສາບສູນ ໂດຍຖືກບັງຄັບ ຂອງ ທ່ານ ສົມບັດ ສົມພອນ, ຜູ້ນໍາ ຊື່ດັງ ຂອງ ອົງການ ສັງຄົມ ພົລະເຮືອນ ຊື່ງ ມາເຖີງ ປະຈຸບັນ ບໍ່ມີໃຜ ຊາບເຖີງ ຊາຕາກັມ ເລີຍ. ຍີ່ງໄປ ກົ່ວນັ້ນ ຣັຖະບານ ສປປ ລາວ ຍັງໄດ້ ກ່າວ ຢ່າງ ອັບອາຍ ຂາຍໜ້າ ອິກວ່າ ກໍຣະນີ ຫາຍ ສາບສູນ ແບບ ຖືກ ບັງຄັບ ອື່ນໆ ນັ້ນ ແມ່ນ ບໍ່ ມີ ມູນ ຄວາມຈີງ.
ອົງການ ຈັດຕັ້ງ ທາງ ສັງຄົມ ບໍ່ ມີສິດ ທໍາການ ເຂື່ອນໄຫວ ເພື່ອ ສິດທິ ມະນຸດ. ກົດ ລະບຽບ ຂອງ ທາງການ ສປປ ລາວ ຍີ່ງ ເພີ້ມ ຈໍາກັດ ກິດຈະກັມ ຂອງ ບັນດາ ອົງການ ຈັດຕັ້ງ ທາງ ສັງຄົມ ທອ້ງທີ່ນ (NPAs) ແລະ ເຫລົ່າ ອົງການ ສາກົນ ທີ່ ບໍ່ ຂື້ນ ນໍາ ຣັດຖະບານ (INGOs). ນອກຈາກນັ້ນ, ທາງການ ສປປ ລາວ ຍັງໄດ້ ຕົກລົງ ຢຸດຕິ ການ ຈັດຕັ້ງ ກອງປະຊູມ ພາກ ປະຊາຊົນ ເອເຊັຽ ຕະວັນອອກ ສຽງໄຕ້ ອິກ ຫລື APF. ກອງປະຊູມ ດັ່ງກ່າວ ມີໝາຍ ກໍານົດ ຈັດຂື້ນ ເພື່ອ ສຶກສາ ເຖີງ ບັນຫາ ອົງການ ຈັດຕັ້ງ ທາງ ສັງຄົມ. ຕາມ ປະເພນີ ທີ່ ເຄີຍ ມີມາ ກອງປະຊູມ ພາກ ປະຊາຊົນ ເອເຊັຽ ຕະວັນອອກ ສຽງໄຕ້ (APF/ACSC) ເປີດຂື້ນ ກອ່ນໜ້າ ກອງປະຊູມ ສຸດຍອດ ປະຈໍາປີ 2016 ຂອງ ກູ່ມ ຂອງ ກູມ ປະເທດ ເອເຊັຽ ( ASEAN Summit). ທາງການ ສປປ ລາວ ໃຫ້ ເຫດຜົນ ວ່າ ຊາວຕ່າງ ປະເທດ ຈະ ສວຍໂອກາດ ຕອ້ງຕິ ຣັດຖະບານ ກູ່ມ ປະເທດ ເອເຊັຽ ແລ້ວ ບອກວ່າ ສປປ ລາວ ຈະບໍ່ ສາມາດ ຄໍ້າປະກັນ ຄວາມ ປອດພັຍ ຂອງ ບັນດາ ສະມາຊິກ ຫົວຣູນແຣງ ທີ່ ໝາຍ ກໍານົດ ເຂົ້າຮວ່ມ ກອງປະຊູມ ດັ່ງກ່າວ. ນັບວ່າ ເປັນຄັ້ງ ທໍາອິດ ທີ່ ກອງປະຊູມ ພາກ ປະຊາຊົນ ເອເຊັຽ ຕະວັນອອກ ສຽງໄຕ້ ຈະບໍ່ ເກີດຂື້ນ ພາຍຫລັງ ທີ່ ເຄີຍ ມີມາ ທຸກໆປີ ນັບແຕ່ ປີ 2005 ເປັນຕົ້ນມາ.
ການ ສືບຕໍ່ ຂອງ ໂຄງການ ຕ່າງໆ ທີ່ ໄດ້ ສ້າງ ຄວາມ ຂັດແຍ້ງ ເຊັນ ໂຄງການ ເຄື່ອນ ໄຟຟ້າ ດອນສະຫົງ, ຊື່ງ ບໍ່ມີ ການ ຄໍ້າປະກັນ ຢ່າງ ຄັກແນ ແລະ ບໍ່ ມີການ ປຶກສາ ກັບ ຝ່າຍ ທີ່ ມີ ສວ່ນ ກ່ຽວຂອ້ງ, ອາດ ມີຜົນ ສະທອ້ນ ທາງ ລົບ ໃຫ້ແກ່ ສິດທິ ເສຖກິດ ແລະ ສັງຄົມ ຂອງ ປະຊາຊົນ ໄນ ເຂດ ທອ້ງທີ່ນ. ມາເຖີງ ປະຈຸບັນ ບັນຫາ ການຄັບໄລ່ ປະຊາຊົນ ອອກຈາກ ບ້ານເຮືອນ ແລະ ດີນ ຂອງ ເຂົາເຈົ້າ ໂດຍ ບໍ່ ຖືກ ຊົດເຊີຍ ຕາມ ທີ່ຄວນ ຍັງຄົງ ສືບຕໍ່.
ທ້າຍສຸດ ເຖີງ ແມ່ນວ່າ ບໍ່ມີ ການ ປະຫານ ຊິວິດ ຕັ້ງແຕ່ ປີ 1989 ເປັນຕົ້ນມາ ກໍ່ຕາມ ແຕ່ ເຖີງ ຢ່າງໃດ ສານ ກໍ່ຍັງ ຕັດສີນ ລົງໂທດ ປະຫານ ຊິວິດ ສວ່ນຫລາຍ ແມ່ນ ຄະດີ ກ່ຽວກັບ ຢາ ເສບຕິດ. ຣັດຖະບານ ສປປ ລາວ ຍັງໄດ້ ເລື່ອນ ການ ປະຕິຮູບ ກົດໝາຍ ອາດຍາ ອີກ, ຊື່ງ ການ ດັດແປງ ດັ່ງກ່າວ ມີ ຈຸດປະສົງ ຈໍາກັດ ໂທດ ປະຫານ ຊິວິດ ສະເພາະ ຄະດີ ອັນ ຮ້າຍແຮງ ໃຫ້ ສອດຄອ່ງ ກັບ ເງື່ອນໄຂ ກົດໝາຍ ນາໆຊາດ.
"ການທີ່ ສປປ ລາວ ບໍ່ ຖືກ ຄັດເລືອກ ເຂົ້າ ເປັນ ສະມາຊິກ ຂອງ ຄະນະ ກັມມາທິການ ສິດທິ ມະນຸດ ແຫ່ງ ສະຫະປະຊາຊາດ ຊໍ່ສແດງ ໃຫ້ ເຫັນວ່າ ປະຊາຄົມ ສາກົນ ໄດ້ ໃຫ້ ຄວາມສໍາຄັນ ຕໍ່ ການ ລົ້ມເຫລວ ຂອງ ຣັດຖະບານ ສປປ ລາວ ໃນການ ພັທະນາ ສະຖານະພາບ ສິດທິ ມະນຸດ. ມັນເຖີງ ເວລາ ແລ້ວ ທີ່ ສະຫະພາບ ເອີໂຣບ ຈະຕອ້ງ ພັກດັນ ໃຫ້ ສປປ ລາວ ນັບຖື ແລະ ປະຕິບັດ ຂໍ້ ເງື່ອນໄຂ ຂອງ ສັນຍາ ສາກົນ ດ້ານ ສິດທິ ມະນຸດ ແລະ ໃຫ້ ສປປ ລາວ ທໍາຕາມ ຂໍ້ ສເນີ ຫລ າຍ ຂໍ້ ຂອງ ກອງປະຊມ ສະຫະປະຊາຊາດ ເວລາ ສໍາຫລວດ ສປປ ລາວ ດ້ານ ສິດທິ ມະນຸດ (Universal Periodic Review)"