ຣັຖະບານ ຫມີ່ນປະມາດ ທ່ານ ສົມບັດ ສົມພອນ ປະຕິເສດ ທຸກຂໍ້ ກ່ຽວກັບ ກໍຣະນີ ຫາຍຕົວແບບ ຖືກບັງຄັບ ໃນລະວ່າງ ການທົບທວນ ສີດທິ.

18/07/2018
Communiqué
en fr lo

(ປາຣີ) ໃນ ລະວ່າງການຕວດສອບ ໂດຍ ອົງການສະຫະປະຊາຊາດ, ຣັຖະບານໄດ້ ໃສ່ຮ້າຍປ້າຍສີ ທ່ານ ສົມບັດ ສົມພອນ ຜູ້ນໍາ ທາງ ສັງຄົມພົລະເມືອງ ທີ່ ຫາຍຕົວໄປ ແລະ ບໍ່ ສາມາດ ໃຫ້ ລາຍລະອຽດໃດໆ ກ່ຽວກັບການສືບສວນ ຂອງ ການຫາຍຕົວແບບຖືກບັງຄັບ ຂອງທ່ານ“,ນີ້ ຄື FIDH (ສະຫະພັນ ສາກົນ ເພື່ອ ສິດທິມະນຸດ) ແລະ ຂະບວນການລາວ ເພື່ອ ສີດທິ ມະນຸດ ( ຂລສລ) ໄດ້ ກ່າວມື້ນີ້.

ໃນວັນທີ 11-12 ກໍຣະກະດາ 2018, FIDH ແລະ ຂລສມ ໄດ້ເຂົ້າຮ່ວມ ການຕວດສອບ ຄັ້ງທໍາອິດ ກ່ຽວກັບສະຖານະພາບ ສິດທິພົລະເຮືອນ ແລະ ສິດທິການເມືອງ ໃນລາວ ໂດຍ ຄນະກໍາມະການ ສິດທິມະນຸດ ຂອງອົງການສະຫະປະຊາຊາດ (CCPR) ຢູ່ ເຈນີວາ, ສະວິດເຊີແລນ.

‘’ຣັຖະບານ ພະຍາຍາມ ຈະ ຫັນຄວາມສົນໃຈ ຈາກຄວາມຫລົ້ມເຫລວ ຂອງຕົນ ໃນການສືບສວນ ການຫາຍສາບສູນ ແບບຖືກບັງຄັບ ຂອງ ທ່ານ ສົມບັດ ສົມພອນ ໂດຍວິທີ ຄ້າຍຄຽງ ສັງຫານ ຊື່ສຽງຂອງທ່ານ ແລະ ຄອບຄົວທ່ານ. ພືດຕິກັມ ດັ່ງກ່າວ ຂອງ ຣັຖະບານ ລາວ ເປັນທ່າທີ ບໍ່ຖືກຕ້ອງ ບໍ່ເຫມາະສົມຢ່າງຮ້າຍແຮງ ສໍາລັບ ເວທີປະຊູມ ທົບທວນ ສິດທິມະນຸດ.’’

ຍານາງ ເດບີ ສຕອຕທາດ (Debbie Stothard) ເລຂາທີການເອກ ຂອງ FIDH

ຄນະ ຜູ້ຕາງໜ້າ ຣັຖະບານ ໄດ້ໃຫ້ ຄໍາຕອບທີ່ບໍ່ ສັດເຈນ ຕໍ່ ຫລາຍໆ ຄໍາຖາມທີ່ ລະອຽດ ແລະ ຕົງປະເດັນ ກ່ຽວກັບກັບ ການສືບສວນ ການຫາຍຕົວແບບຖືກບັງຄັບ ຂອງ ທ່ານ ສົມບັດ ສົມພອນ. ຣັຖະບານ ອ້າງວ່າ ຄນະກໍາມະການສືບສວນຂອງຕົນໄດ້ "ພະຍາຍາມຢ່າງຫນັກ" ເພື່ອ ສືບສວນ ການຫາຍຕົວ ຂອງ ທ່ານ ສົມບັດ, ແຕ່ບອກວ່າ ມັນ"ຍາກຫຼາຍ" ທີ່ຈະຊອກຫາຄົນທີ່ຫາຍໄປ. ເຖີງຈະຍອມຮັບວ່າ ການດໍາເນີນ ການສືບສວນ ເປັນສີ່ງທ້າທາຍ ຣັຖະບານ ກໍ່ອ້າງວ່າ ຕໍາຫຼວດລາວ ມີ "ຄວາມສາມາດ ແລະ ເຕັກນິກ" ທີ່ຈະ ສືບສວນ ການຫາຍຕົວ ຂອງ ທ່ານ ສົມບັດແລະດັ່ງນັ້ນ, ຈຶ່ງ ບໍ່ມີຄວາມຈໍາເປັນ ຕ້ອງມີການຊ່ວຍເຫລືອ ຈາກສາກົນ. ທ່ານສົມບັດ ໄດ້ຖືກສັງເກດເຫັນ ຄັ້ງສຸດທ້າຍຢູ່ທີ່ ດ່ານຕໍາຫຼວດ ຢູ່ ຖະຫນົນໃຫຍ່ ຂອງ ນະຄອນຫລວງວຽງຈັນ ໃນຕອນແລງ ຂອງວັນທີ 15 ທັນວາ 2012.

ຫົວໜ້າ ຄະນະຜູ້ຕາງໜ້າ ຣັຖະບານ ສປປ ລາວ, ທ່ານ ບູນເກີດ ສັງສົມສັກ, ໄດ້ ເອົາເວລາຍືດຍາວ ໃຊ້ຄໍາເວົ້າ ທີ່ບໍ່ເຂົ້າປະເດັນ ແລະ ບໍ່ເປັນປໂຍດ ຕໍ່ ທ່ານ ສົມບັດ ພ້ອມ ຄອບຄົວ. ທ່ານ ບຸນເກີດ ອ້າງວ່າ ທ່ານ ສົມບັດ ມີ ເງີນຈໍານວນມະຫາສານ ແລະ ມີ ສັບສີນ ຢູ່ ສນັ້ນ ສານຈື່ງ ປະຕິເສດ ທີ່ຈະ ປະກາດວ່າ ທ່ານສົມບັດ ເປັນ ບຸກຄົນທີ່ຫາຍຕົວໄປ. (ກົດຫມາຍ ຂອງລາວ ກໍານົດໃຫ້ ສານປະຕິບັດ ສາມປີ ນັບແຕ່ ວັນທີ່ຫາຍສາບສູນ). ທ່ານ ບູນເກີດ ສັງສົມສັກ ໃຫ້ ເຫດຜົນວ່າ ສານ ມີຄວາມກັງວົນວ່າ ຂໍ້ຂັດແຍ່ງ ມໍລະດົກ ໃນບັນດາ ສະມາຊິກຄອບຄົວ ຂອງ ທ່ານສົມບັດຈະເກີດຂື້ນ. ທ່ານ ບູນເກີດ ເອີ່ຍເຖີງ ຍານາງ ຊູຍແມງ ພັນລະຍາ ທ່ານ ສົມບັດ ແບບປະຫລາດ ແບບເຂົ້າໃຈບໍ່ໄດ້ວ່າ ‘’ຜູ່ທີ່ຮ້ອງຕົນເອງວ່າ ເປັນ ພັລະຍາ’’. ຄະນະຜູ້ຕາງໜ້າ ຣັຖະບານ ຍັງປະຕິເສດ ທູກໆກໍຣະນີ ກ່ຽວກັບ ການ ຫາຍຕົວ ແບບຖືກ ບັງຄັບ ວ່າ ເປັນ"ຂໍ້ມູນທີ່ບໍ່ມີພື້ນຖານ, ບໍ່ມີເຫດຜົນ ແລະ ບໍ່ມີຄວາມຈີງ" ແລະ ເປັນ "ຂ່າວທີ່ບິດເບືອນຄວາມຈີງ ບໍ່ເປັນໜ້າເຊື່ອຖື ຊື່ງ ກໍາມະການ ໄດ້ຮັບຈາກ ພາຍນອກ". ປະທານ CCPR ໄດ້ຕອບວ່າ ໄນລະຍະ ທົບທວນກວດສອບນີ້ ຜູ້ຕາງໜ້າ ຣັຖະບານ ໄດ້ໃຫ້ຂໍ້ມູນໜ້ອຍທີ່ສຸດ ກ່ຽວກັບ ກໍຣະນີທັງເຫມີດ ຂອງຜູ້ທີ່ ຫາຍຕົວແບບຖືກບັງຄັບ, ພຶດຕິກໍາ ທີ່ ປະທານ ກ່າວວ່າເປັນ "ການປະຕິເສດ ຂໍ້ ມູນຄວາມຈີງ ທັງເຫມີດ".

ສຸດທ້າຍ ຣັຖະບານ ໄດ້ ອະທິບາຍ ເຖີງການຊັກຊ້າ ຢ່າງຕໍ່ເນື່ອງ ໃນການ ສັຕະຍາບັນ ສົນທິສັນຍາ ສາກົນ ວ່າດ້ວຍ ການປົກປ້ອງທຸກຄົນຈາກການ ຫາຍຕົວແບບຖືກບັງຄັບ - International Convention for the Protection of All Persons from Enforced Disappearance (ICPPED)- ໂດຍກ່າວວ່າ ສົນທິສັນຍາດັ່ງກ່າວ ມີຄວາມ ສັບຊ້ອນ ພິເສດຫລາຍ ແລະ ຣັຖະບານວຽງຈັນ ຈໍາເປັນ ຕ້ອງ ກະຕູ້ນຄວາມເຂົ້າໃຈ ແລະ ສ້າງ ຄວາມສາມາດຂອງເຈົ້າໜ້າທີກ່ຽວຂ້ອງ ກ່ອນທີ່ຈະ ສັຕຕະຍາບັນ ICPPED ໄດ້. ສປປ ລາວ ໄດ້ ເຊັນຮັບຮູ້ ສົນທິສັນຍາ ICPPED ໃນເດືອນກັນຍາ ປີ 2008.

‘’ ຣັຖະບານ ສປປ ລາວ ຄວນ ກ່າວຂໍໂທດ ໂດຍດວ່ນ ແລະ ເປັນທາງການ ຕໍ່ ຄອບຄົວ ທ່ານ ສົມບັດ ສໍາລັບຄໍາເວົ້າ ທີບໍ່ເມາະສົມ ແລະ ສ້າງຄວາມຕົກຕະລື່ງ ຈາກ ຄະນະຜູ້ຕາງໜ້າ ລາວ ທີ່ ເຈນີວາ. ຖ້າ ຣັຖະບານ ສປປ ລາວ ມີ ຄວາມ ປາຖນາ ຈີງໃຈ ຢາກຊອກຄົ້ນພົບຫາ ທ່ານ ສົມບັດ ຢ່າງແທ້ຈີງ ທາງການ ສປປ ລາວ ກໍ່ຄວນຈະ ຍອມຮັບ ການຊ່ວຍເຫລືອ ທັນທີ ຈາກ ສາກົນ ແລະ ຄວນຈະ ສັຕະຍາບັນ ສົນທິສັນຍາ ສາກົນ ວ່າດ້ວຍ ການປົກປ້ອງທຸກຄົນຈາກການ ຫາຍຕົວແບບຖືກບັງຄັບ ແລະ ປະຕິບັດຕາມ ທຸກ ມາຕຣາ ທີ່ລະບຸໃນ ສົນທິສັນຍາ ດັ່ງກ່າວ.’’

ຍານາງ ວະນິດາ ເທພສຸວັນ, ປະທານ ຂລສມ

ເຖິງວ່າຈະມີເວລາ 48 ຊົ່ວໂມງ ຫລັງຈາກການ ການທົບທວນ ເພື່ອໃຫ້ຂໍ້ມູນ ຕື່ມ ເປັນລາຍລັກອັກສອນໃຫ້ CCPR, ຣັຖະບານ ສປປ ລາວ ກໍ່ບໍ່ໄດ້ ຍື່ນເອກະສານໃດ ໃນໄລຍະ ເວລາທີ່ບົງໃວ້. ກັມະການ CCPR ມີກໍານົດ ຈະ ສະຫລູບ ຂໍ້ສັງເກດ ກ່ຽວກັບ ການທົບທວນ ສປປ ລາວ ໃນທ້າຍເດືອນ ກໍຣະກະດາ 2018.

CCPR ມີ ໜ້າມີ ຕິດຕາມ ກວດກາ ການປະຕິບັດ ຂອງ ປະເທດພາຄີ ຕາມ ພັນທະກົດໝາຍ ລະບຸໄວ້ ໃນ ສົນທິສັນຍາສາກົນ ວ່າດ້ວຍ ສິດທິພົລະເຮືອນ ແລະ ສິດທິການເມືອງ ( International Covenant on Civil and Political Rights- ICCPR). ສປປ ລາວ ເປັນພາຄີ ຂອງ ສົນທິສັນຍານີ້ ເມື່ອປີ 2009.

ໃນວັນທີ 11 ມິຖຸນາ 2018, ສະຫະພັນ ສາກົນ ເພື່ອ ສິດທິມະນຸດ ‘FIDH ) ແລະ ຂະບວນການ ລາວ ເພື່ອ ສີດທິ ມະນຸດ (ຂລສມ) ໄດ້ ສົ່ງ ຣາຍງານຮ່ວມ ເຖີງ CCPRເພື່ອ ໃຫ້ ລາຍລະອຽດ ກ່ຽວກັບ ການລະເມີດ ສິດທິ ພົລະເຮືອນ ແລະ ສິດທິ ດ້ານການເມືອງ ຂອງ ຣັຖະບານ ສປປ ລາວ ແລະ ຄວາມ ຫລົ້ມເຫລວ ໃນການ ບໍ່ປະຕິບັດຕາມ ຂໍ້ເງື່ອນໄຂ ທີ່ ກໍານົດໄວ້ໃນ ICCPR. ນີ້ລວມເຖິງ ຄວາມຫລົ້ມເຫລວ ຂອງ ຣັຖະບານ ສປປ ລາວ ໃນການສືບສວນ ຢ່າງ ຈີງຈັງ ການຫາຍຕົວ ຂອງ ທ່ານ ສົມບັດ ທີ່ ເປັນການ ລະເມີດ ມາດຕາ 2 (3) ຂອງ ICCPR.

Press contacts
FIDH : Ms. Maryna Chebat (French, English) - Tel : +33648059157 (Paris)
FIDH : Mr. Andrea Giorgetta (English) - Tel : +66886117722 (Bangkok)
MLDH : Ms. Vanida Thephsouvanh (French, English, Lao) - Tel : +33160065706 (Paris)
Lire la suite