ຈົ່ງສືບສວນການຫາຍຕົວໄປຂອງນັກເຄື່ອນໄຫວລາວທີ່ຂໍລີ້ໄພ

06/09/2019
Communiqué
en fr lo th

(ປາຣີ) ທາງການ ແຫ່ງ ຣາຊອານາຈັກໄ ທຈະຕ້ອງ ສືບສວນໂດຍດ່ວນ ເຖິງ ກໍຣະນີຫາຍສາບສູນ ຂອງ ອັອດ ໄຊຍະວົງ, ສະຫະພັນສາກົນ ເພື່ອ ສິດທິມະນຸດ(FIDH) ແລະ ຂະບວນການລາວ ເພື່ອ ສິດທິມະນຸດ (ຂລສມ) ໄດ້ກ່າວ ໃນວັນນີ້.

“ທ້າວ ອັອດ ໄດ້ຊອກລີ້ພັຍ ໃນ ປະເທດໄທ ແຕ່ ໃນຂະນະດຽວກັນ ປະເທດໄທ ໄດ້ກັບກາຍ ມາເປັນ ປະເທດ ທີ່ ບໍ່ມີຄວາມປອດພັຍ ຫລາຍຂື້ນ ສຳລັບຜູ້ຊອກລີ້ພັຍ. ທາງການໄທ ຈະຕ້ອງສືບສວນ ໂດຍດ່ວນ ເຖິງ ຊາຕາກັມ ຫລືທີ່ຢູ່ ຂອງ ທ້າວ ອອດ ແລະ ຈະຕ້ອງ ວາງມາດຕະການ ຮັບຮອງຄວາມປອດພັຍ ຂອງ ຜູ້ລີ້ພັຍ ໃຫ້ ສອດຄ່ອງ ກັບ ເງື່ອນໃຂສັນຍາສາກົນ”

ອາດີລູ ຣາມານ ຄານ (Adilur Rahman Khan) ຮອງປະທານ ສະຫະພັນສາກົນ ເພື່ອ ສິດທິມະນຸດ ທ່ານ

ທ້າວ ອັອດ ໄຊຍະວົງ, ອາຍຸ 34ປີ, ມີພື້ນເພມາຈາກແຂວງສວັນນະເຂດ. ທ້າວອັອດ ຖືກພົບເຫັນຄັ້ງສູດທ້າຍ ຈາກເພື່ອນຮວ່ມງານຄົນ ໜຶ່ງ ໃນເວລາ ປະມານ 17ໂມງ30 ນາທີ ຂອງວັນທີ 26 ສິງຫາ 2019 ທີ່ເຮືອນຊື່ງ ພວກເຂົາທັງສອງ ຢູ່ຮ່ວມກັນກັບເພື່ອນຮ່ວມງານອີກສອງຄົນຢູ່ ຄູ້ມບືງກູມ ບາງກອກ. ປະມານໃນ ເວລາດຽວກັນນັ້ນ ທ້າວ ອັອດ ໄດ້ອອກຈາກເຮືອນ ແລະ ຕັ້ງໃຈວ່າ ຈະໄປ ຫາເພື່ອນຮວ່ມງານອີກສອງຄົນ ເພື່ອ ຮວ່ມຮັບ ອາຫານນໍາກັນ ໄນແລງມື້ນັ້ນ ຢູ່ ຮ້ານອາຫານແຫ່ງ ໜຶ່ງ ໃນ ຄູ້ມບຶງກູມ ບ່ອນທີ່ ທ້າວ ອັອດ ເຮັດວຽກເປັນ ພໍ່ຄົວ. ເມື່ອ ເວລາ 18ໂມງ34ນາທີ, ໄດ້ມີການສົ່ງຂໍ້ຄວາມ ຈາກເຟສບຸກ ທ້າວ ອັອດ ໄປຫາ ໜຶ່ງໃນສອງ ເພື່ອນຮ່ວມງານ, ເຊິ່ງໄນເວລານັ້ນ ທັງສອງຄົນຢູ່ທີ່ຮ້ານອາຫານແລ້ວ, ຂໍ້ຄວາດັ່ງກ່າວ ຂໍໃຫ້ເພື່ອນຮວ່ມງານ ‘’ຫູງເຂົາ’’ ແລະ ລໍຖ້າລາວ. ນີ້ເປັນຄັ້ງສຸດທ້າຍທີ່ ເພື່ອນໄດ້ຮັບຂ່າວຈາກ ທ້າວ ອັອດ. ຄືນນັ້ນ ອັອດ ບໍ່ໄດ້ກັບບ້ານ. ມື້ຕໍ່ມາ, ເວລາ 17ໂມງ03ນາທີ, ໜຶ່ງໃນເພື່ອນຮ່ວມງານ ຂອງ ອັອດ ໄດ້ ພະຍາຍາມໂທຫາລາວແຕ່ວ່າໂທລະສັບຂອງ ອັອດ ປີດ. ຂໍ້ຄວາມ ທີ່ເພື່ອນຮວ່ມງານຄົນດຽວນັ້ນສົ່ງຫາ ອັອດ ຜ່ານ ທາງແອບລາຍ (app LINE) ເມື່ອເວລາ17ໂມງ06ນາທີ ກໍ່ບໍ່ໄດ້ຮັບຄໍາຕອບ ແລະ ຊໍ້າຍັງບໍ່ໝາຍ ວ່າຖືກອ່ານອີກ. ນັບແຕ່ ຕອນແລງຂອງວັນທີ 27 ສິງຫາ 2019 ເປັນຕົ້ນມາ ມືຖືຂອງ ທ້າວອັອດ ປະກົດວ່າ ປິດຕລອດເວລາ.

ທ້າວ ອັອດ ລໍຖ້າ ການຕັ້ງຖິ່ນຖານ ຢູ່ປະເທດທີສາມ ຫລັງຈາກອົງການ ຂ້າຫລວງໃຫຍ່ສະຫະປະຊາຊາດ ເພື່ອ ຊາວອົບພະຍົບ (UNHCR) ທີ່ບາງກອກ ໄດ້ລົງທະບຽນໄຫ້ ລາວ ຢູ່ໄນຖານະ ບູກຄົນທີ່ໜ້າເປັນຮວ່ງ ເມື່ອ ເດືອນທັນວ່າ 2017.

“ກໍຣະນີ ທ້າວອອດ ອາດເປັນໝາກຜົນ ອັນຫຼ້າສຸດ ຂອງ ການຮ່ວມໄມ້ຮ່ວມມື ລະຫວ່າງ ຣາຊອານາຈັກໄທ ແລະ ລັຖບານໃນຂົງເຂດ ໃນການ ປາບປາມ ຜູ້ຕໍ່ຕ້ານ ທີ່ ລີ້ພັຍ ທີ່ ຕ່າງປະເທດ. ປະຊາຄົມສາກົນ ຄວນຈະຕ້ອງ ກ່າວປະນາມ ຢ່າງ ຮຸນແຮງ ຕໍ່ການ ຮ່ວມປາບປາມດັ່ງກ່າວ ຊຶ່ງມີແຕ່ຈະ ຈຳກັດ ລົດຂນາດພື້ນທີ່ ຂອງ ການຈັດຕັ້ງ ພາກປະຊາສັງຄົມ ໄຫ້ໜອ້ຍລົງຕື່ມອີກ ໃນ ພາກພື້ນ ນີ້’’

ຍານາງ ວານິດາ ເທບສຸວັນ, ປະທານ ຂະບວນການລາວ ເພື່ອ ສິດທິມະນຸດ

ເມື່ອຕົ້ນປີນີ້, ທີ່ຣາຊອານາຈັກໄທ ໄດ້ມີການລັກພາຕົວ ຜູ້ຕໍ່ຕ້ານດ້ານການເມືອງ ທີ່ລີ້ພັຍໃນຣາຊອານາຈັກໄທ. ໃນວັນທີ 26 ມົກກະຣາ 2019 ຊາວວຽດນາມ ຊື່ວ່າ Truong Duy Nhat ຫາຍສາບສູນທີ່ ກຸງເທບ ຊຶ່ງຜູ້ກ່ຽວໄດ້ມາລີ້ພັຍການເມືອງ. ມີການສົງສັຍວ່າ ມີກຸ່ມຄົນໄດ້ລັກພາຕົວຜູ້ກ່ຽວໄປ ກ່ອນທີ່ຈະຖືກສົ່ງຕົວຄືນໄປຍັງປະເທດວຽດນາມ ໂດຍຜູ້ກ່ຽວບໍ່ເພິ່ງປາຖນາ. ຕົກມາເຖິງເດືອນ ມີນາ 2019 ມີຂ່າວວ່າ ທ້າວ Truong Duy Nhat ຖືກຈຳຄຸກທີ່ກຸງ Hanoi.

ຄວາມເປັນມາ

ທີ່ຣາຊອານາຈັກໄທ, ທ້າວອັອດ ໄຊຍະວົງ ໄດ້ມີສ່ວນຮ່ວມໃນກິດຈະກຳ ທາງການເມືອງ ແລະ ກິດຈະກຳ ອື່ນໆ ທີ່ສົ່ງເສີມ ການເຄົາລົບນັບຖື ສິດທິມະນຸດ ແລະ ຫຼັກການ ປະຊາທິປະໄຕໃນລາວມ ຢ່າງໜອ້ຍ ນັບແຕ່ປີ 2015 ເປັນຕົ້ນມາ. ທ້າວອັອດ ເປັນ ສະມາຊິກຂອງ ກຸ່ມ “ລາວເສຣີ”, ຊຶ່ງເປັນກຸ່ມ ພະນັກງານ ລາວ ແລະ ນັກເຄື່ອນໄຫວ້ ລາວ ຕັ້ງຢູ່ບາງກອກ ແລະ ເຂດແຂວງໄກ້ຄຽງ ທີ່ ສະໜັບ ສະໜູນ ສິດທິມະນຸດ ແລະ ປະຊາທິປະໄຕໃນລາວ. ກຸ່ມດັ່ງກ່າວ ມີກິດຈະກັມ ຈັດກອງປະຊຸມກ່ຽວແກ່ ສິດທິມະນຸດ ເຂົ້າຮ່ວມຊຸມນຸມ ແລະ ບາງຄັ້ງ ພາກັນປະທ້ວງ ແບບສັນຕິ ເລັກໆນ້ອຍໆ ຢູ່ນອກ ສະຖານທູດລາວ ແລະ ສຳນັກງານໃຫຍ່ ອົງການ ສະຫະປະຊາຊາດ ທີ່ ບາງກອກ.

ຕອນແລງຂອງວັນທີ 15 ມີນາ 2019, ທ້າວອັອດ ໄດ້ລົງຮູບ ຂອງຕົນ ທີ່ Facebook ຢືນຢູ່ຕໍ່ໜ້າ ອົງການ ສະຫະປະຊາຊາດ ທີ່ ບາງກອກ, ໃສ່ເສື້ອ ຊ້າງສາມຫົວ ຊຶ່ງເປັນທຸງຊາດລາວ ຕັ້ງແຕ່ປີ 1952 ຈົນເຖິງ ປີ 1975, ປີທີ່ພຣະຣາຊອານາຈັກລາວ ຕົກ. ທາງການສປປ ລາວ ຖືວ່າ ທຸງຊ້າງສາມຫົວ “ຜິດກົດໝາຍ” ແລະ ການຖືສັນຍາລັກດັ່ງກ່າວນີ້ ເຮັດໃຫ້ ທາງການວຽງຈັນບໍ່ພໍໃຈ.

ເມື່ອວັນທີ 12 ກໍຣະກະດາ 2018, ໃນໂອກາດກອງປະຊຸມ ສອບສວນ ເຖິງ ສະຖານະພາບ ດ້ານສິດທິມະນຸດໃນສປປ ລາວ ໂດຍ ຄນະກັມມາທິການ ແຫ່ງອົງການສະຫະປະຊາຊາດ, ຄນະຕາງໜ້າຈາກສປປ ລາວ ໄດ້ກ່າວໃຫ້ເຫດຜົນວ່າ ການທີ່ຊາວລາວ 3ຄົນຖືກຕັດສິນຈຳຄຸກ ເມື່ອເດືອນມີນາ 2017 ເປັນເວລາ 12 ຫາ 20ປີ ນັ້ນ ກໍຍ້ອນວ່າ ເຂົາເຈົ້າຖືທຸງຊ້າງສາມຫົວ ປະທ້ວງຕໍ່ໜ້າສະຖານທູດສປປ ລາວ ປະຈຳກຸງເທບ ໃນວັນທີ 2 ທັນວາ 2015 (ວັນຊາດ). ກ່ອນໜ້ານີ້, ທັງສາມໄດ້ລົງຂໍ້ຄວາມທີ່ Facebook ກ່າວຕ້ອງຕິລັຖບານ ວ່າສໍ້ຣາດບັງຫຼວງ, ຕັດໄມ້ ແລະລ່ວງລະເມີດສິດທິມະນຸດ. ສະຫະພັນສາກົນເພື່ອສິດທິມະນຸດ ຮູ້ເປັນຢ່າງດີວ່າ ທາງການສປປ ລາວ ຄວບຄຸມເປັນປະຈຳ ເພຊ ຂອງຜູ້ຕໍ່ຕ້ານ ແລະກຸ່ມອົງການນອກປະເທດ.

Lire la suite