ຈົ່ງປອ່ຍອາດີດ ນັກສືກສາ ທີ່ ຖືກຈັບ ໂດຍບໍ່ມີການສືບສວນ ມາເປັນເວລາ 17 ປີ ແລ້ວ

26/10/2016
Communiqué
en fr lo

(ປາຣີ- ເຈນີວາ) ລັຖະບານ ສປປ ລາວ ຈະຕອ້ງ ປອ່ຍຕົວ ໂດຍດວ່ນ ແລະ ໂດຍບໍ່ມີເງື່ອນໄຂ ອາດີດຜູ້ນໍາ ນັກສືກສາ ທັງສອງ ທີ ທໍາການຮຽກທວງ ເພື່ອ ປະຊາທິປະໄຕ ແລະ ຖືກຈັບຕົວ ໂດຍ ບໍ່ມີ ການສືບສວນ ມາໄດ້ 17ປີແລ້ວ ແລະ ທາງການ ສປປ ລາວ ຈະຕອ້ງເຜີຍເຖີງ ຊາຕາກັມ ຂອງ ທັງສອງ, ນີ້ຄື ຄໍາຖແລງ ໃນວັນນີ້ ຂອງ ອົງການປົກປອ້ງ ນັກຕໍ່ສູ້ ເພື່ອ ສີດທິ ມະນູດ - The Observatory for the Protection of Human Rights Defenders - (ເຄື່ອຄ່າຍ ຂອງ ສະຫາພັນສາກົນ ເພືອສີດທິມະນູດ FIDH, ອົງການໂລກ ເພື່ອ ຕໍ່ຕ້ານ ການທໍລະານ World Organization Against Torture) ແລະ ຂະບວນການ ລາວ ເພື່ອ ສີດທິ ມະນູດ ( ຂລສມ).

ທ່ານ ທອງປະເສີດ ເກື້ອກູນ ແລະ ທ່ານ ແສງອາລູນ ແພງພັນ, ອາດີດ ຜູ້ນໍາ ຂະບວນການ ນັກສືກສາ ເພື່ອ ປະຊາທິະໄຕ, ອາດຖືກກັກຂັງ ຢູ່ ຄູກຊໍາເຄ້, ຊານເມືອງວຽງຈັນ. ທັງສອງ ຖືກຈັບຕົວ ທີ່ ນະຄອນວຽງຈັນ ເມື່ອວັັນທີ່ 26 ຕູລາ 1999 ພອ້ມກັບ ເພື່ອນສະມາຊິກ, ທ່ານ ບົວວັນ ຈັນມະນີວງ, ທ່ານຄໍາພູວຽງ ສີີສະອາດ ແລະ ທ່ານ ແກ້ວໃຈ, ໃນ ຂະນະ ຕຽມການ ປະທວ້ງ ແບບສັນຕິວິທີ ເພື່ອ ຮຽກຮອ້ງເອົາ ປະຊາທິປະໄຕ, ຍູດຕິທັມດ້ານສັງຄົມ ແລະ ການເຄົາຣົບ ສີດທີ ມະນູດ. ທັງ 5 ຄົນ ຖືດຕັດສີນ ຈໍາຄຸກ ເປັນເວລາ 20 ປີ ໃນຂໍ້ຫາ ‘’ກໍ່ໍ່ຄວາມວູ້ນວາຍ ທາງ ດ້ານສັງຄົມ ແລະ ຫວັງທັບມ້າງ ຄວາມປອດພັຍ ຂອງຊາດ’’.

“ການກັກຂັງ ທ່ານ ທອງປະເສີດ ເກື້ອກູນ ແລະ ທ່ານ ແສງອາລູນ ແພງພັນ ຢ່າງ ຕໍ່ເໜື່ອງ ແບບຄູມຂັງດ່ຽວ, ໃນຫອ້ງມືດ, ໃນສະພາບ ໄຮ້ມະນູດສະທັມ ແມ່ນການ ລະເມີດ ຢ່າງ ຮ້າຍແຮງ ຕໍ່ ກົດໝາຍ ສາກົນ. ການທີ່ ທັງສອງ ອາດີດ ຜູ້ນໍາ ນັກສືກສາ ເປັນ ນັກໂທດການເມືອງ ໃນເວລາ ນານທີ່ສູດ ໃນ ພາກພື້ນ ເອເຊັຍ ຕາວັນອອກຊ່ຽງໄຕ້ ຊໍ່ສແດງ ເຖີງ ການ ປາບປາມ ຢ່າງ ຮູນແຮງ ຂອງ ວຽງຈັນ ຕໍ່ ຜູ້ຕໍ່ຕ້ານລະບອບ ທູກຄົນ”

ດີມີຕຣີ ຄຣີສໂຕປູໂລສ, ປະທານ ສະຫາພັນ ສາກົນ ເພື່ອ ສີດທິ ມະນູດ (FIDH)

ທ່ານ ຄໍາພູວຽງ ສີສະອາດ ໃດ້ ເສັຽສີວິດ ໃນ ຄູກຊໍາເຄ້ ເມື່ອ ເດືອນກັນຍາ 2001 ຍອ້ນການ ບໍ່ໃຫ້ ອາຫານ, ຖືກມັດຕາກແດດ ຢ່າງເນື່ອງນີດ ແລະ ບໍ່ໃຫ້ລັບ ການປີ່ນປົວ. ໃນປີ 2006 ລັຖະບານ ລາວ ເຜີຍວ່າ ທ່ານ ແກ້ວໃຈ ຖືກປອ່ຍຕົວ ແຕ່ປີ2002 ຫລັງການພົ້ນໂທດ ແລະ ‘’ຖືກສົ່ງຕົວໄປ ຝືກອົບລົມ ເພື່ອໃຫ້ ເປັນ ພົລະເມືອງດີ’’. ແຕ່ ເຖີງຢ່າງໃດກໍ່ຕາມ ຄອບຄົວ ຂອງ ແກ້ວໃຈ ກໍ່ບໍ່ໃດ້ ຊາບເຖີງ ການປອ່ຍຕົວ ຂອງ ຜູ້ກ່ຽວເລີຍ ພອ້ມຍັງ ບໍ່ຮູ້ເຖີງ ຊາຕາກັມ ຂອງ ທ່ານ ແກ້ວໃຈ ຈົນມາເຖີງ ປະຈຸບັນ. ການອ້າງ ຂອງ ລັຖະບານ ສປປ ລາວ ເຖີງການ ປອ່ຍຕົວ ແລະ ການ ເສັຍສິວິດໃນຄູກ ຂອງ ທ່ານ ຄໍາພູວຽງ ສີສະອາດ ບໍ່ ສອດຂອ່ງ ກັບ ຄໍາຖແລງ ຂອງ ທາງການວຽງຈັນ ທີ່ ເຄີຍວ່າ ມີພຽງ ສອງຄົນ ເທົ່ານັ້ນ ຖືກຈັບ ຕອນ ວັນທີ 26 ຕູລາ 1999 ໃນ ບັນດາ ຂະບວນການ ນັກສືກສາ ເພື່ອ ປະຊາທິະໄຕ, ຄື ທ່ານ ທອງປະເສີດ ເກື້ອກູນ ແລະ ທ່ານ ແສງອາລູນ ແພງພັນ. ມາເຖີງມື້ນີ້ ບໍ່ມີໃຜ ຊາບເຖີງ ຊາຕາກັມ ຂອງ ຜູ້ນໍາ ຄົນທີ່ 5 ຄື ທ່ານ ບົວວັນ.

“ທາງເຈົ້າໜ້າທີ່ ສປປ ລາວ ຕອ້ງ ປອ່ຍຕົວ ທ່ານ ທອງປະເສີດ ແລະ ທ່ານ ແສງອາລູນ ໂດຍດວ່ນ ແລະ ໂດຍ ບໍ່ມີ ເງື່ອນໄຂ ແລະ ຈ່າຍຄ່າຊົດເຊີຍ ຕອບແທນ ການຄູມຂັງ ໂດຍບໍ່ຖືກຕອ້ງ. ລັຖະບານ ສປປ ລາວ ຕອ້ງ ດໍາເນີນການ ສືບສວນ ຢ່າງ ສົມບູນ, ເປັນທັມ ແລະ ໂປ່ງໃສ ເພື່ອ ຊາບເຖີງ ສາຍເຫດ ຂອງ ການ ເສັຍຊີວິດ ໃນຄູກຊໍາເຄ້ ຂອງ ທ່ານ ຄໍາພູວຽງ ສີສະອາດ ແລະ ຮູ້ເຖີງ ຊາຕາກັມ ຂອງ ທ່ານ ບົວວັນ ແລະ ແກ້ວໃຈ”

ເຊຣາຣ ສຕາເບີຣອກ, ເລຂາທິການເອກ ຂອງ ອົງການໂລກ ເພື່ອ ຕໍ່ຕ້ານ ການ ທໍລະານ (OMCT)

ອົງການ ປົກປອ້ງ ນັກຕໍ່ສູ້ ເພື່ອ ສີດທິ ມະນູດ, ພອ້ມດວ້ຍ ຂະບວນການ ລາວ ເພື່ອ ສີດທິ ມະນູດ ຮຽກທວງ ໃຫ້ ທາງການ ສປປ ລາວ ເຜີຍເຖີງ ຊາຕາກັມ ຂອງ ອີກ 9 ຄົນ, ໃນນັ້ນ ມີ ສະຕຣີ 2 ຄົນ, ນາງກີ່ງແກ້ວ ແລະ ນາງ ສົມຈີດ ແລະ ອີກ ຜູ້ຊາຍ 7 ຄົນ, ທ້າວ ສຸບີນ, ສວນ, ສີນປະສົງ, ຄໍາສອນ, ສົມຄີດ ແລະ ສູຣິຍາ ທີີ່ຖືກ ກັກຂັງ ເມື່ອເດືອນ ພືສະຈິກາ 2009 ໃນຂໍ້ຫາ ກະກຽມ ປະທວ້ງ ເພື່ອ ປະຊາທິປະໄຕ. ການກັກຂັງ ດັ່ງກ່າວ ໂດຍທີ່ທາງການລາວ ປະຕິເສດ ບໍ່ຍອອມຣັບຮູ້ ວ່າມີການ ຕັດອິດສາຣະພາບ ນັ້ນ, ກໍ່ຕົກຢູໃນ ກໍຣະນີ ຫາຍສາບສູນ ແບບຖືກບັງຄັບ ນັ້ນເອງ, ອີງຕາມ ມາດຕຣາ 2 ຂອງ ສົນທິ ສັນຍາ ສາກົນ ວ່າດວ້ຍ ການປົກປອ້ງ ບູກຄົນ ຕໍ່ ການຫາຍສາບສູນ ແບບ ຖືກບັງຄັບ. ເຖີງແມ່ນວ່າ ສປປ ລາວ ຈະໃດ້ ລົງນາມ ເຊັນຣັບເອົາ ສົນທິ ສັນຍາ ສະບັບ 29 ກັນຍາ 2008 ແຕ່ ສປປ ລາວ ກໍ່ຍັງບໍ່ໃດ້ ສັັດຕະຍາບັນ ສັນຍາ ດັ່ງກ່າວ ນີ້ເລີຍ.
ອົງການ ປົກປອ້ງ ນັກຕໍ່ສູ້ ເພື່ອ ສີດທິ ມະນູດ ແລະ ຂະບວນການ ລາວ ເພື່ອ ສີດທິ ມະນູດ ຮຽກທວງ ອີກຄັ້ງໄໝ່ ໃຫ້ ລັຖະບານ ລາວ ທໍາການ ສືບສວນ ຢ່າງ ລົງເລີກ ແລະ ທ່ຽງທັມ ເຖີງ ກໍຣະນີ ແບບ ຖືກບັງຄັບ ໃນ ທົ່ວປະເທດ ແລະໃຫ້ ລົງໂທດ ຜູ້ກະທໍາ ກໍຣະນີ ເຫລົ່ານີ້. ອົງການ ປົກປອ້ງ ນັກຕໍ່ສູ້ ເພື່ອ ສີດທິ ມະນູດ ແລະ ຂະບວນການ ລາວ ເພື່ອ ສີດທິ ມະນູດ ຮຽກຮອ້ງ ໃຫ້ ລັຖະບານ ສປປ ລາວ ເລັ່ງລັດ ການສືບສວນ ເຖີງ ກໍຣະນີ ທ່ານ ສົມບັດ ສົມພອນ ຜູ້ນໍາ ທີ່ ໂດດເດ່ນ ຂອງ ປະຊາສັງຄົມ ທີ່ ປະກົດຕົວ ຄັ້ງສູດທ້າຍ ທີ່ ປອ້ມຍາມ ຕໍາຫລວດ ທີ່ ວຽງຈັນ ເມື່ອແລງ ຂອງ ວັນທີ 15 ທັນວ່າ 2012.

“ປະຊາຄົມ ສາກົນ ຕອ້ງ ປະນາມ ຢ່າງ ເດັດດ່ຽວ ຕໍ່ການ ປາບປາມ ຢ່າງ ເນື່ອງນິດ ຂອງ ລັຖະບານ ລາວ ຕໍ່ ອົງການ ປະຊາສັງຄົມ ພອ້ມຍັງຕອ້ງ ສັ່ງໃຫ້ ປອ່ຍຕົວ ໂດຍດວ່ນ ຄະນະນັກຕໍ່ສູ້ ເພື່ອ ສິດທິ ມະນູດ ແລະ ໃຫ້ ທູກ ກໍຣະນີ ການຫາຍສາບສູນ ແບບຖືກບັງຄັບ ໃນລາວ ຖືກ ສືບສວນ ແກ້ໄຂ ຢ່າງ ລະອຽດ”, ປະທານ ຂະບວການ ລາວ ເພື່ອ ສີດທິ ມະນູດ, ຍານາງ ວະນິດາ ເທພສຸວັນ, ໃດ້ກ່າວ.

Lire la suite