ການລ່ວງລະເມີດ ອັນຮ້າຍແຮງ ຕໍ່ ສິດທິມະນຸດ ຖືກສອບສວນ ເປັນຄັ້ງປວັດການ ໂດຍ ອົງການ ສະຫະປະຊາຊາດ

11/06/2018
Communiqué
en fr lo

(ປາຣີ) ສະຖານະພາບ ດ້ານສິດທິພົລເຮືອນ ແລະ ການເມືອງໃນ ສປປລາວ ຍັງຄົງເປັນ ພັຍພິບັດຢູ່, ນີ້ຄືຄຳຖແລງຂອງ ສະຫະພັນສາກົນ ເພື່ອ ສິດທິມະນຸດ (FIDH) ແລະ ຂະບວນການ ລາວ ເພື່ອ ສິດທິມະນຸດ (ຂລສມ). ທັງສອງອົງການ ໄດ້ເຜີຍ ລາຍງານ ກ່ຽວແກ່ ການລ່ວງລະເມີດ ອັນຮ້າຍແຮງ ຕໍ່ ສິດທິພົລເຮືອນ ແລະ ການເມືອງ ໂດຍ ພັກແລະລັດ.

“ກອງປະຊຸມ ຄັ້ງໜ້າ ສອບສວນ ເຖິງ ສະຖານະພາບ ອັນໜ້າວິຕົກ ທາງດ້ານ ສິດທິພົລເຮືອນ ແລະ ການເມືອງ ໃນ ສປປລາວ ຈະເປັນໂອກາດ ອັນຫາໄດ້ຍາກ ທີ່ຈະສາມາດ ໃຫ້ເຫັນເຖິງ ການປາບປາມ ອັນຮຸນແຮງ ຂອງ ລັຖະບານຜະເດັດການ. ມັນສຳຄັນທີສຸດ ທີ່ ປະຊາຄົມສາກົນ ຈະຕ້ອງ ໃຫ້ຄວາມເອົາໃຈໄສ່ ເປັນພິເສດ ຕໍ່ ກອງປະຊຸມດັ່ງກ່າວ ໂດຍ ທົບທວນ ອີງໃສ່ ຜົນທີ ໄດ້ຮັບອັນແທ້ຈິງ ເພື່ອ ປັບປູງ ແລະ ນໍາໄຊ້ ນະໂຍບາຍໄໝ່ ກັບ ສປປ ລາວ.’’

ຍານາງ ເດບີ ສະໂຕທາດ ( Debbie Stothard), ເລຂາທິການເອກ ຂອງ ສະຫະພັນສາກົນ ເພື່ອ ສິດທິມະນຸດ (FIDH)

ເປັນຄັ້ງທຳອິດ ທີ່ ສະຖານະພາບ ທາງ ການສິດທິພົລເຮືອນ ແລະ ການເມືອງໃນ ສປປລາວ ຈະຖືກສອບສວນ ໂດຍ ຄນະກັມມະທິການ ດ້ານ ສິດທິມະນຸດ ແຫ່ງ ອົງການສະຫະປະຊາຊາດ. ກອງປະຊຸມສອບສວນ ຈະມີຂື້ນ ໃນວັນຈັນ ແລະ ອັງຄານ ວັນທີ ໑໑ ແລະ ໑໒ ກໍລະກະດາ ໒໐໑໘ ທີ່ເມືອງ Genève ປະເທດ Suisse ໂດຍ ຄນະກັມມະທິການດັ່ງກ່າວ ຈະຕ້ອງ ກວດກາເບິ່ງວ່າ, ແຕ່ລະ ປະເທດພາຄີ ໄດ້ ປະຕິບັດຕາມເງື່ອນໄຂ ຂອງ ສົນທິສັນຍາສາກົນ ວ່າດ້ວຍ ສິດທິພົລເຮືອນ ແລະການເມືອງ ຫຼືບໍ່. ສປປລາວ ໄດ້ລົງນາມ ເຊັນຮັບ ສົນທິສັນຍາ ສະບັບດັ່ງກ່າວ ເມື່ອ ປີ ໒໐໐໙.

ລາຍງານ ຂອງ ສະຫະພັນສາກົນ ເພື່ອ ສິດທິມະນຸດ ແລະ ຂະບວນການລາວ ເພື່ອ ສິດທິມະນຸດ ໄດ້ ເຜີຍເຖິງ ການລ່ວງລະເມີດ ສິດທິພົລເຮືອນ ແລະ ການເມືອງ ອັນຊໍ່ ສະແດງ ເຖິງການ ບໍ່ ນັບຖື ເງື່ອນໄຂ ຂອງ ສົນທິສັນຍາສາກົນ ໂດຍ ທາງການ ສປປລາວ ເຊັ່ນ : ການລ່ວງລະເມີດ ສິດທິປາກເວົ້າ ,ສິດທິຊຸມນຸມຊົນ ,ການຈັບກຸມ ໂດຍ ບໍ່ມີການໄຕ່ສວນຄະດີບຸກຄົນທີກ່າວຕ້ອງຕິລັຖະບານ, ສະພາບການເປັນຢູ່ໃນຄຸກ ຕໍ່າກົວ່ ລະດັບມາດຕະຖານສາກົນ, ການທໍຣະມານ ແລະ ການບໍ່ຮັກສາປິ່ນປົວ ນັກໂທດ, ການບໍ່ນັບຖື ສິດທິໃນການປົກປ້ອງ ດ້ວຍ ການຕັດສີນ ຄະດີ ອັນທ່ຽງທັມ, ການຂາດ ການ ສືບສວນ ຢ່າງລະອຽດ ເຖິງ ກໍຣະນີຫາຍສາບສູນ ແບບຖືກບັງຄັບ, ການນາບຂູ່ ປາບປາມ ອົງການຈັດຕັ້ງ ທີບໍ່ຂື້ນ ກັບລັຖະບານ, ການຂາດການເລືອກຕັ້ງທີ່ແທ້ຈິງ, ການຕັດສີນປະຫານຊິວິດ ແບບເກີນໂທດ, ແລະ ການຕັດສິດ ຂອງ ກຸ່ມຊົນເຜົ່ານ້ອຍ ແລະ ສິດທິທາງດ້ານສາສນາ.

“ທີ່ Genève, ຄນະ ຕາງໜ້າ ຂອງ ລັຖະບານ ສປປລາວ ຈະຕ້ອງ ຕອບຄຳຖາມ ຫຼາຍໆຂໍ້, , ເລີ່ມຕົ້ນຈາກ ກໍຣະນີຫາຍສາບສູນ ແບບຖືກບັງຄັບ ຂອງ ທ່ານ ສົມບັດ ສົມພອນ ແລະ ໂທດຈຳຄຸກ ທີ່ໜ້າຢ້ານກົວ ຂອງ ກຸ່ມຄົນ ທີກ່າວຕ້ອງຕິລັຖະບານ ດັ່ງນີ້ເປັນຕົ້ນ. ເຖິງແກ່ເວລາແລ້ວ ທີລັຖະບານ ສປປລາວ ຈະຕ້ອງສະແດງເຖິງຄວາມຊື່ສັດຂອງຕົນ ແລະ ຈະຕ້ອງລະບຸເຖີງ ການລ່ວງລະເມີດ ອັນຮ້າຍແຮງ ຕໍ່ ສິດທິພົລເຮືອນ ແລະ ການເມືອງໃນ ສປປລາວ.’’

ຍານາງ ວານີດາ ເທພສຸວັນ, ປະທານ ຂະບວນການລາວ ເພື່ອ ເພື່ອ ສິດທິມະນຸດ

ເມື່ອວັນທີ ໒໗ ກໍຣໍກະດາ ໒໐໑໗, ສະຫະພັນສາກົນ ເພື່ອ ສິດທິມະນຸດ ແລະ ຂະບວນການລາວ ເພື່ອ ສິດທິມະນຸດ ໄດ້ ສົ່ງ ຂໍ້ມູນ ຕໍ່ ຄນະກັມມະທິການ ດ້ານ ສິດທິມະນຸດ ແຫ່ງ ອົງການ ສະຫະປະຊາຊາດ, ກ່ອນໜ້າການ ລົງມະຕິຮັບຮອງເອົາ“ບັນຫາຕ່າງໆ“, ໃນໂອກາດ ກອງປະຊຸມ ສອບສວນ ສປປລາວ ອີງຕາມ ມາດຕຣາ ໔໐ ຂອງ ສົນທິສັນຍາສາກົນ. “ລາຍຊື່ ຂອງ ບັນຫາຕ່າງໆ“, ດັ່ງກ່າວ ຖືກລົງມະຕິຮັບຮອງ ເມື່ອເດືອນມີນາ ໒໐໑໗. ໜ້າເສັຽດາຍ ທີ່ ລັຖະບານ ສປປລາວ ບໍ່ໄດ້ລາຍງານ ຕໍ່ຄຳຖາມ ຂອງ ຄນະກັມມະທິການ ແຫ່ງ ອົງການສະຫະປະຊາຊາດ.

Press contacts
FIDH : Ms. Maryna Chebat (French, English) - Tel : +33648059157 (Paris)
FIDH : Mr. Andrea Giorgetta (English) - Tel : +66886117722 (Bangkok)
LMHR : Ms. Vanida Thephsouvanh (French, English, Lao) - Tel : +33160065706 (Paris)
Lire la suite