ຮັບປະກັນສິດທິຂອງຜູ້ທຸກຍາກໃດ້ເຂົ້າຮ່ວມ

06/02/2019
Communiqué
en fr lo

( ປາຣີ) ຣຖະບານ ສປປລາວ ຈະຕ້ອງ ເປີດໂອກາດ ໃຫ້ຜູ້ຍາກຈົນ ສາມາດ ມີສ່ວນຮ່ວມ ໃນການຕັດສິນໃຈ ດ້ວຍຕົນເອງ ຢ່າງເສຣີ ໄນ ໂຄງການຕ່າງໆ ທີ່ກ່ຽວຂ້ອງກັບວີຖີຊີວິດ ຂອງ ເຂົາເຈົ້າ, ນີ້ຄື ຄຳ ຖແລງການຮວ່ມ ຂອງ ສະຫະພັນສາກົນປົກປ້ອງສິດທິມະນຸດ (FIDH) ແລະ ຂະບວນການ ລາວ ເພື່ອ ສິດທິມະນຸດ (ຂລສມ) ໄນມື້ນີ້.

ທັງສອງອົງການ ໄດ້ອອກຖແລງການ ຮວ່ມ ພ້ອມຍັງ ໄດ້ສົ່ງ ຣາຍງານ ໃຫ້ ທູດພີເສດ ແຫ່ງ ອົງການ ສະຫະປະຊາຊາດ ກ່ຽວແກ່ ຄວາມຍາກຈົນ ແລະ ບັນຫາສິດທິມະນຸດ. ທ່ານ Philip Alston ມີໝາຍກຳນົດ ຢ້ຽມຢາມ ສປປລາວ ຢ່າງເປັນທາງການ ລະວ່າງວັນທີ 18 ມີນາ ຫາ ວັນທີ 28 ມີນາ 2019.

"ເຖິງແມ່ນວ່າ ຈະໄດ້ມີການ ໂອ້ລົມສົນທະນາ ເຖິງບັນຫາການ ຫຼຸດຜ່ອນຄວາມຍາກຈົນ ມາຫຼາຍຄັ້ງ ແລ້ວກໍຕາມ, ແຕ່ ທາງການ ສປປລາວ ກໍບໍ່ໄດ້ຄຳນຶງເຖິງ ຜູ້ທີ່ຕົກຢູ່ໃນຄວາມຍາກຈົນແຕ່ປະການໃດ. ພວກເຮົາ ຈຶ່ງຮຽກຮ້ອງໃຫ້ ທາງການລາວ ຈົ່ງທົບທວນຄືນໃໝ່ ເຖິງ ນະໂຍບາຍອັນ ເປັນພັຍພີບັດ ຊຶ່ງ ມີແຕ່ແບ່ງແຍກຊຸມຊົນ ທັງຫຼາຍທົ່ວປະເທດ"

ຍານາງ  ເດບີ ສຕອຕາ (Debbie Stothard ) ເລຂາທິການເອກ ຂອງ ສະຫະພັນ ສາກົນ ປົກປ້ອງສິດທິມະນຸດ

ນຖແລງການຮ່ວມ, ທັງສອງອົງການ ໄດ້ກ່າວຢ່າງລະອຽດ ເຖິງການ ລ່ວງລະເມີດ ສິດທິມະນຸດ ຢ່າງນັກ ໂດຍສະເພາ ະຕໍ່ກຸ່ມຜູ້ຍາກຈົນ ; ເຂົາເຈົ້າ ຖືກຕັດສິດ ບໍ່ໄດ້ມີສ່ວນຮ່ວມ ໃນໂຄງການພັທະນາໃດໆ.
ໄນນັ້ນ ຮວ່ມເຖີງ ການລະເມີດ ສິດທິພົລະເຮືອນ ສິດທິໃນການອອກສຽງປ່ອນບັດ ສິດທິໃນການລົງແຂ່ງຂັນເລືອກຕັ້ງຢ່າງແທ້ຈິງ ສິດທິໃນການຮຽກຮ້ອງ ໃຫ້ແກ້ໄຂ ການລ່ວງລະເມີດສິດທິມະນຸດ ສິດທິໃນການມີທະນາຍຄວາມປົກປ້ອງ, ສິດທິອອກຄວາມຄິດຄວາມເຫັນ ແລະ ປາກເວົ້າ ຮວມໄປເຖິງສິດທິໃນການ ຮັບຂ່າວສານ ແລະ ສິດທິ ຊຸມນຸມ.
ສິດທິທັງໝົດນີ້ ຖືກຄໍ້າປະກັນ ໂດຍ ສົນທິສັນຍາສາກົນ ວ່າດ້ວຍ ສິດທິ ພົລະເຮືອນ ການເມືອງ (ICCPR) ແລະ ສົນທິສັນຍາສາກົນ ວ່າດ້ວຍ ສິດທິ ເສຖກິດ ສັງຄົມ ແລະ ວັທະນະທັມ (ICESCR), ຊຶ່ງ ສປປລາວ ໄດ້ລົງນາມ ຮັບເຊັນ.

"ໂຄງການພັທະນາ ແລະ ແຜນການ ລົງທຶນຕ່າງໆ ໄດ້ສ້າງຜົນກະທົບໃຫ້ແກ່ຊຸມຊົນ ຜູ້ຍາກຈົນ ໃນ ສປປລາວ ໃນຄນະ ທີ່ ເຂົາເຈົ້າ ຊໍ້າຍັງບໍ່ມີ ສ່ວນຮ່ວມ ໃນ ໂຄງການດັ່ງກ່າວນີ້ອີກ. ສະນັ້ນ ຈໍາເປັນທີ່ສູດ ທີ່ຈະຕອ້ງມີ ນະໂຍບາຍໃໝ່ ຢ່າງຮີບດ່ວນ ເພື່ອ ເປີດໂອກາດ ໃຫ້ ຜູ້ຍາກຈົນ ໄດ້ມີສິດທິ ປາກເວົ້າ ແລະ ອອກຄວາມຄິດຄວາມເຫັນ"

ຍານາງ ວະນິດາ ເທພສຸວັນ, ປະທານ ຂະບວນການ ລາວ ເພື່ອສິດທິມະນຸດ
Lire la suite