ສປປ ລາວ : ຜູ້ ໃຫ້ ການ ຊວ່ຍ ເຫລືອ ຕອ້ງ ພັກດັນ ໃຫ້ ລັຖະບານ ສປປ ລາວ ແກ້ໄຂ ປັນຫາ ສິດທິ ມະນຸດ

14/11/2014
Communiqué
en fr lo

ປາຣີ , 14 ພຶສະຈິກາ 2014 – ‘ຕ່າງ ປະເທດ ທີ່ ໃຫ້ ການ ຊ່ວຍເຫລືອ ຄວນ ຈະ ທົບທວນ ຄືນ ເຖີງ ເງື່ອນໄຂ ຂອງ ການ ຊວ່ຍເຫລືອ ໂດຍ ຣຽກຣອ້ງ ໃຫ້ ທາງການ ສປປ ລາວ ແກ້ໄຂ ປັນຫາ ໂດຍ ແທ້ຈີງ’, ສະຫະພັນ ສາກົນ ເພື່ອ ສິດທິ ມະນຸດ ແລະ ຂະບວນ ການ ລາວ ເພື່ອ ສິດທິ ມະນຸດ ໃດ້ ກ່າວ ໃນ ສານ ສະບັບ ລົງ ວັນທີ່ 13 ພຶສະຈິກາ 2014 ສົ່ງ ເຖີງ ບັນດາ ນັກ ການ ທູດ ແລະ ອົງການ ທີ່ ໃຫ້ ການ ຊວ່ຍເຫລືອ ທີ່ ນະຄອນ ວຽງຈັນ.

ໃນ ວັນທີ່ 14 ພຶສະຈິກາ 2014, ທາງການ ສປປ ລາວ ແລະ ຄະນະ ຕ່າງ ປະເທດ ທີ່ ໃຫ້ ການ ຊວ່ຍເຫລືອ ມີ ໝາຍ ກໍານົດ ເຂົ້າ ຣວ່ມ ກອງ ປະຊູມ ໂຕະມົນ ທີ່ ນະຄອນ ຫລວງ ວຽງຈັນ ຊື່ງ ມີ ເປົ້າໝາຍ ທົບທວນ ເຖີງ ການ ດໍາເນີນ ນະໂຍບາຍ ການ ພັທະນາ ສັງຄົມ ແລະ ເສຖກິດ ແຫ່ງ ຊາດ ສະບັບ ທີ່ 7, ຕລອດ ເຖີງ ປັນຫາ ອື່ນໆ ທີ່ ຢິບຍົກ ຂື້ນ ມາ ສົນທະນາ ໃນ ໂອກາດ ກອງປະຊູມ ໂຕະມົນ ເມື່ອ ປີ ທີ່ ຜານ ມາ, ຄັ້ງ ເດືອນ ພືສະຈິກາ 2013. ກອງ ປະຊູມ ໃນ ມື້້ ນີ້ ຍັງ ຈະ ເປັນ ໂອກາດ ໃຫ້ ທັງ ສອງ ຝ່າຍ ໃດ້ ແລກປ່ຽນ ຂໍ້ມູນ ແລະ ຄວາມຄິດ ຄວາມເຫັນ ກ່ຽວກັບ ຍຸທະາດ ແລະ ແຜນການ ພັທະນາ.

ເມື່ອ ບໍ່ ເທົ່າ ໃດ ປີ ທີ່ ຜ່ານ ມາ, ການ ຊວ່ຍເຫລືອ ການ ພັທະນາ (Official Development Assistance-ODA) ໃຫ້ ສປປ ລາວ ໃດ້ ເພີ້ມ ຂື້ນ ຢ່າງ ຕໍ່ເນື່ອງ, ເຖີງ 23% ຈາກ 630 ລ້ານ ໂດລາ ສະຫະຣັດ ໃນ ປີ 2012-2013. ແຕ່ ໜ້າ ເສັຽດາຍ ທີ່ ຄວາມ ປາຖນາ ຂອງ ຜູ້ ໃຫ້ ການ ຊວ່ຍເຫລືອ ຢາກ ໃຫ້ ຊິວິດ ການ ເປັນຢູ່ ຂອງ ປະຊາຊົນ ລາວ ດີ ຂື້ນ, ບໍ່ ໃດ້ ຣັບ ຄວາມ ປາຖນາ ດີ ດັ່ງ ດຽວ ກັນ ຈາກ ທາງການ ສປປ ລາວ ໃນ ການ ຢາກ ຕັ້ງໃຈ ສົ່ງເສີມ ແລະ ປົກປອ້ງ ສິດທິ ພື້ນຖານ ຂອງ ປະຊາຊົນ, ນີ້ ຄື ຄໍາ ເວົ້າ ໃນ ຈົດໝາຍ ຂອງ ສະຫາພັນ ສາກົນ ເພື່ອ ສິດທິ ມະນຸດ ແລະ ຂະບວນ ການ ລາວ ເພື່ອ ສິດທິ ມະນຸດ.

‘’ ໃນ ສປປ ລາວ ຊັບ ສົມບັດ ຈາກ ການ ຊວ່ຍເຫລືອ ຕ່າງ ປະເທດ ບໍ່ ໃດ້ ນໍາພາ ໃຫ້ ຊື່ງ ການ ນັບຖື ສິດທິ ມະນຸດ ແຕ່ ປະການ ໃດ. ເຖີງ ເວລາ ແລ້ວ ທີ່ ຜູ້ ໃຫ້ ການ ຊວ່ຍເຫລືອ ຈະຕອ້ງ ວາງ ເງື່ອນໄຂ ພັກດັນ ໃຫ້ ລັຖະບານ ສປປ ລາວ ນັບຖື ສິດທິ ມະນຸດ ‘’ ທ່ານ ກາຣີມ ລາຣີດຈີ, ປະທານ ສະຫະພັນ ສາກົນ ເພື່ອ ສິດທິ ມະນຸດ ໃດ້ ກ່າວ.

ຄາວມ ລົ້ມເຫລວ ຂອງ ລັຖະບານ ສປປ ລາວ ໃນ ການ ສືບສ່ວນ ຢ່າງ ຄັກແນ່ ແລະ ແກ້ໄຂ ປັນຫາ ກໍຣະນີ ຫາຍ ສາບສູນ . ເຊັ່ນ ກໍຣະນີ ທ່ານ ສົມບັດ ສົມພອນ ຍັງ ຄົງ ເປັນ ປັນຫາ ໃຫຍ່ ອັນ ໜ້າ ວິຕົກ ກັ່ງວົນ. ຍີ່ງ ໄປ ກົ່ວ ນີ້ ກົດໝາຍ ໄໝ່ ທີ່ ຖຶກ ລົງ ມະຕິ ເມື່ອ ບໍ່ ນານ ມາ ນີ້, ເພີ້ມ ກັບ ກົດໝາຍ ສະບັບ ກອ່ນ, ຍີ່ງ ມີ ແຕ່ ຈໍາກັດ ສິດທິ ພົລະເຣືອນ ແລະ ສິດທິ ການເມືອງ ຂອງ ປະຊາຊົນ. ກົດ ລະບຽບ ໄໝ່ ສເນີ ໂດຍ ທາງການ ສປປ ລາວ, ຖ້າ ຜ່ານ ການ ລົງ ມະຕິ, ກໍ່ ຈະ ສ້າງ ຜົນ ກະທົບ ທາງ ລົບ ໃຫ້ ແກ່ ປະຊາຊົນ ລາວ ແລະ ອົງການ ນາໆ ຊາດ ໃນ ລາວ ທີ່ ບໍ່ ຂື້ນ ນໍາ ລັຖະບານ (International Non-Government Organizations -INGOs) ພອ້ມ ທັງ ສະມາຄົມ ໃນ ລາວ ຊື່ງ ບໍ່ ສແວງ ຫາ ຣາຍໃດ້ (Non-Profit Associations - NPAs).

ສະຫະພັນ ສາກົນ ເພື່ອ ສິດທິ ມະນຸດ ແລະ ຂະບວນ ການ ລາວ ເພື່ອ ສິດທິ ມະນຸດ ຣຽກຣອ້ງ ຕໍ່ ນາໆ ຊາດ ທີ່ ໃຫ້ ການ ຊວ່ຍເຫລືອ ລາວ ໃຫ້ ທົບທວນ ເບີ່ງ ຄືນ ໄໝ່ ເຖີງ ເງື່ອນໄຂ ຂອງ ການ ຊວ່ຍເຫລືອ ເວັ້ນ ເສັຽ ແຕ່່ ວ່າ ທາງການ ສປປ ລາວ ຍອມ ພະຍາຍາມ ປະຕີບັດ ໃຫ້ ມີ ການ ຄືບໝ້າ , ເຊັ່ນ : ເປີດ ເຜີຍ ຂໍ້ມູນ ທີ່ ຈະ ເຣັດ ສາມາດ ຣູ້ ເຖີງ ຊາຕາກັມ ຂອງ ທ່ານ ສົມບັດ ສົມພອນ ແລະ ຜູ້ ຫາຍ ສາບສູນ ອື່ນໆ ອີກ.

‘’ ການ ຊວ່ຍເຫລືອ ຈາກ ນາໆ ຊາດ ແມ່ນ ປຽບ ເໝືອນ ບໍ່ ຫັນໃຈ ທີ່ ຂາດ ບໍ່ ໃດ້ ສໍາລັບ ລັຖະບານ ສປປ ລາວ. ສນັ້ນ, ຜູ້ ໃຫ້ ການ ຊວ່ຍເຫລືອ ຈະ ຕອ້ງ ກ້າ ປະເຊີນ ໝ້າ ກັບ ຄວາມ ຈີງ ຂອງ ການ ລະເມີດ ສິດທິ ມະນຸດ ຢ່າງ ນັກໜວ່ງ ໃນ ສປປ ລາວ ແລະ ຈະ ຕອ້ງ ຊອກ ຊອ່ງ ທາງ ແກ້ໄຂ ບໍ່ ໃຫ້ ມີ ການ ລະເມີດ ແບບ ນີ້ ຕໍ່ ໄປ ອີກ ໃດ້. ຫາກ ນາໆ ຊາດ ຫລົງ ພິດພາດ ບໍ່ ຂໍ ໃຫ້ ສປປ ລາວ ແກ້ໄຂ ປັນຫາ ການ ລະເມີດ ສິດທິ ມະນຸດ ກໍ່ ຈະ ເທົ່າ ກັນ ກັບ ວ່າ ນາໆ ຊາດ ເປັນ ໃຈ ສົ້ມຣູ້ ຣວ່ມ ຄິດ ໃນ ການ ລ່ວງ ລະເມີດ ສິດທິ ມະນຸດ ໃນ ລາວ ນັ້ນ ເອງ’’ ຍານາງ ວະນິດາ ເທພສູວັນ ປະທານ ຂະບວນ ການ ລາວ ເພື່ອ ສິດທິ ມະນຸດ ໄດ້ ກ່າວ.

Press contacts

Andrea Giorgetta (English) - Tel : +66 88 611 7722 (Bangkok)
Arthur Manet (French, English, Spanish) - Tel : +33 6 72 28 42 94 (Paris)
Audrey Couprie (French, English, Spanish) - Tel : +33 6 48 05 91 57 (Paris)

Lire la suite