ສະຫະປະຊາຊາດ ສລູບ ວ່າ ການກັກຂັງ ຜູ້ຕອ້ງຕີ ຣັຖະບານ ແມ່ນ ຕາມລໍາພັງອໍານາດ ແລະ ໃຫ້ ປອ່ຍຕົວ

10/09/2017
Communiqué
en fr lo

(ປາຣີ) ອົງການ ສະຫະປະຊາຊາດ ຮຽກທວງ ໃຫ້ ທາງການ ສປປ ລາວ ປອ່ຍຕົວ ໂດຍດວ່ນ ແລະ ຢ່າງ ບໍ່ມີ ເງື່ອນໄຂ ສາມຄົນ ທີ່ ຕອ້ງຕິ ການປົກຄອງລາວ ແລະ ຖືກ ຕັດສີນ ຈໍາຄູກ ຫຼາຍປີ ອີງຕາມຂ່າວ ຊື່ງໄ ໄດ້ຣັບ ສະຫະພັນ ສາກົນ ເພື່ອ ສີດທິ ມະນູດ (FIDH) .

"ການທີ ອົງການ ສະຫະປະຊາຊາດ ປະກາດ ວ່າ ການຈັບຂັງ ຂອງ ສາມຄົນ ທີ່ ຕອ້ງຕິ ຣັຖະບານ ແບບສັນຕິວິທີ ນັ້ນ ເປັນ ການຈັບຂັງ ແບບ ຕາມລໍາພັງອໍານາດ ຊໍ່ສະແດງ ໄຫ້ ເຫັນວ່າ ສປປລາວ ບໍ່ໄດ້ ນັບຖື ສົນທິ ສັນຍາ ສາກົນ ດ້ານ ສິດທິມະນຸດ ຊື່ງ ຕົນ ໄດ້ ລົງນາມ ເຊັນຮັບ. ລັຖບານ ສປປລາວ ຄວນຈະ ຮັບຮູ້ວ່າ ຕົນບໍ່ສາມາດ ຈະ ປົກປິດ ພຶດທິການ ປາບປາມ ຂອງຕົນ ຕໍ່ໄປອີກແລ້ວ ຕໍ່ ປະຊາຄົມສາກົນ, ແລະ ຈະຕ້ອງ ປ່ອຍຕົວ ຜູ້ຖືກຈັບ ຍ້ອນມີ ແນວຄິດ ຄັດຄ້ານທຸກໆຄົນ."

ດີມີຕຣີ ຄຣີສໂຕປູໂລສ (Dimitris Christopoulos), ປະທານ ສະຫະພັນ ສາກົນ ເພື່ອ ສິດທິມະນຸດ

ໃນຂໍ້ສະເນີ ທີ່ໄດ້ ຖືກຮັບຮອງເອົາ ເມື່ອວັນທີ ໒໕ ສິງຫາ ໒໐໑໗, ຄນະກັມມະທິການ ການຈັບກຸມ ແບບ ຕາມລໍາພັງອໍານາດ - UN Working Group on Arbitrary Detention (WGAD) ແຫ່ງອົງການ ສະຫະປະຊາຊາດ, ໄດ້ກ່າວວ່າ ການຈັບຕົວ ນາງ ຫຼອດຄຳ ທັມມະວົງ, ທ່ານ ສົມພອນ ພິມມະສອນ ແລະ ທ່ານ ສຸກັນ ໃຈທັດ ແມ່ນການຈັບກຸມ ແບບ ຕາມລໍາພັງອໍານາດ ແລະ ໄດ້ຮຽກຮ້ອງໃຫ້ທາງການ ສປປລາວ ປ່ອຍຕົວ ເຂົາເຈົ້າ ຢ່າງຮີບດ່ວນ ແລະ ໂດຍບໍ່ມີເງື່ອນໄຂ, ພ້ອມຍັງຈະຕ້ອງ ຈ່າຍ ຄ່າສົດເຊີຍ ເສັຍຫາຍ ໄຫ້. ຄນະ WGAD ຍັງຮຽກທວງໃຫ້ ທາງການ ສປປລາວ ທຳການ ສອບສວນ ຢ່າງຖີ່ຖ້ວນ ແລະ ບໍ່ບິດເບືອນ ເຖີງການການຈັບຕົວຄັ້ງນີ້, ແລະ ໃຫ້ທາງການ ສປປລາວ ວາງມາດຕະການ ລົງໂທດຕໍ່ ຜູ້ທີ່ ເປັນຕົ້ນເຫດ ໃນການ ລ່ວງລະເມີດ ສິດທິ ຂອງ ພວກເຂົາ ເຈົ້າທັງສາມ.

ໃນວັນທີ ໒໒ ມີນາ ໒໐໑໗, ຫຼອດຄຳ ຖືກຕັດສີນ ຈຳຄຸກ ໑໖ປີ, ສົມພອນ ໒໐ປີ ແລະ ສຸກັນ ໑໒ປີ ອີງຕາມ ກົດໝາຍ ອາຍ າມາດຕຣາ ໕໖,໖໕ ແລະ ໗໒. ທັງສາມ ຖືກກັກຂັງ ທີ່ ຄຸກຊຳເຄ້, ຊານນະຄອນວຽງຈັນ. ທັງ ສາມ ຖືກ ຈັບຕົວ ຕັ້ງແຕ່ ຕົ້ນປີ ໒໐໑໖ ເປັນຕົ້ນມາ ພາຍຫຼັງທີ່ ເຂົາເຈົ້າ ໄດ້ກ່າວ ຕ້ອງຕິ ຣັຖບານ ໃນຂະນະ ທຳງານ ທີ່ ປະເທດໄທ. ເຂົາເຈົ້າ ໄດ້ສົ່ງ ຂໍ້ຄວາມ ຜ່ານສື່ສັງຄົມ Facebook ,ໂດຍກ່າວ ຊັດທອດ ການສໍ້ຣາຊບັງຫຼວງ, ການຕັດປ່າໄມ້ ແລະ ການລ່ວງລະມີດ ສິດທິມະນຸດ.ໃນວັນທີ ໒ ທັນວາ ໒໐໑໕, ຫຼອດຄຳ, ສົມພອນ ແລະ ສຸກັນ ໄດ້ຮ່ວມ ຂະບວນປະທ້ວງ ຕໍ່ ຣັຖບານ ສປປລາວ ຕໍ່ໜ້າ ສະຖານທູດລາວ ປະຈຳ ບາງກອກ.

UNWGAD ສະລຸບຜົນວ່າ ການຈັບຕົວ ຫຼອດຄຳ, ສົມພອນ ແລະ ສຸກັນ ແມ່ນການ ຈັບຕົວ ແບບ ຕາມລໍາພັງອໍານາດ, ບໍ່ມີການສືບສວນ ,ເພາະວ່າ:_ເຂົາເຈົ້າ ບໍ່ໄດ້ ຮັບຊາບ ເຖີງ ຂໍ້ກ່າວຫາ ໃນລະຍະເວລາ ທີ່ຄວນ, ກົງກັນຂ້າມ ກັບເງື່ອນໄຂ ຂອງ ມາດຕຣາ ໙(໒) ແລະ ມາດຕຣາ ໑໔(໓) ຂອງ ສົນທິສັນຍາສາກົນ ວ່າດ້ວຍ ສິດທິພົລເຮືອນ ແລະ ການເມືອງ (ICCPR). _ສະຖານະການຈັບຕົວ ແລະ ການກັກຂັງ ທັງສາມ ເຮັດໃຫ້ ເຂົາເຈົ້າ ບໍ່ມີໂອກາດ ໄຊ້ສິດທິ ປາກເວົ້າ ແລະ ສິດທິປົກປ້ອງຕົນເອງ ດ້ວຍການ ຕັດສີນຄະດີ ຢ່າງທ່ຽງທັມ, ອີງໃສ່ມາດຕຣາ ໑໙, ມາດຕຣາ ໙(໓) ແລະ ມາດຕຣາ ໑໔(໓)(c) ຂອງ ສົນທິສັນຍາສາກົນ ວ່າດ້ວຍ ສິດທິພົລເຮືອນ ແລະ ການເມືອງ ICCPR) ທັ້ງໆທີ່ວ່າ ສປປລາວ ໄດ້ລົງນາມ ເຊັນ ຮັບສົນທິສັນຍາ ດັ່ງກ່າວ.

ນອກຈາກນັ້ນ,ຄນະ UNWGAD ຍັງໄດ້ ຢີບຍົກ ເອົາບັນຫ ການກັກຂັງ ນາງ ຫຼອດຄຳ, ທ້າວ ສົມພອນ ແລະ ທ້າວ ສຸກັນ ແບບປິດລັບ ຂື້ນມາ ພິຈາຣະນາອີກ,ໂດຍວ່າ ເຂົາທັງສາມ ຂາດການປົກປ້ອງ ຈາກ ທະນາຍຄວາມ ຕະລອດມາ.

ອີກດ້ານນື່ງ,ຄນະ UNWGAD ຍັງໄດ້ ທວນຄືນ ອີກວ່າ ຣັຖບານ ສປປລາວ ໄດ້ ຈັບກຸມ ຄຸມຂັງ ຜູ້ຄົນ ຍ້ອນ ການທວງເອົາ ສິດທິ ປາກເວົ້າ ໂດຍ ສັນຕິວິທີ. ຍິ່ງໄປກວ່ານັ້ນ, ຄນະ ຊ່ຽວຊານ ດັ່ງກ່າວ ຍັງໄດ້ ໃຫ້ທັສະນະ ອີກວ່າ ການປາບປາມ ແລະ ຕັດສິດທິປາກເວົ້າ, ສິດທິຊຸມນຸມຊົນ, ເຊັ່ນ ການກັກຂັງ ຫຼອດຄຳ, ສົມພອນ ແລະ ສຸກັນ ນັ້ນ, ອາດຈະ ສ້າງ ຄວາມຢານກົ່າ ແລະ ເຮັດໃຫ້ ຜູ້ອື່ນໆ ຄິດເລີກລົ້ມ ບໍ່ຢາກ
ໄຊ້ສິດທິ ພື້ນຖານ ຂອງຕົນ.

"ນາງ ຫອດຄຳ, ທ້າວ ສົມພອນ ແລະ ທ້າວ ສຸກັນ ຖືກຈຳຄຸກ ຍ້ອນ ໄກ້ກ່າວ ຕ້ອງຕິ ສີ່ງທີ່ ທຸກໆຄົນ ໃນ ສປປລາວ ຊາບດີ ແລ້ວຄື : ຣັຖບານ ສປປລາວ ປາບປາມ ຢ່າງຮຸນແຮງ ,ແລະ ມີການສໍ້ລາດບັງຫລວງ. ປະຊາຄົມ ສາກົນ ຈະຕ້ອງ ພາກັນເລີ່ມ ສະກັດກັ້ນ ຕໍ່ ໂຄງການພັທະນາ ຕ່າງໆ ທີ່ຈະ ເພີ້ມພູນ ໃຫ້ ຖົງ ຂອງ ຜູ້ນຳ ທາງການ ວຽງຈັນ ໜັກຂື້ນ,ແລະ ຈະຕ້ອງ ຊ່ວຍອຸ້ມຊູ ອົງການ ສັງຄົມພົລເຮືອນ."

ວະນິດາ ເທພສຸວັນ ປະທານ ຂະບວນການລາວ ເພື່ອ ສິດທິມະນຸດ ໄດ້ກ່າວ

ຄນະນັກຊ່ຽວຊານ UNWGAD ແຫ່ງ ອົງການ ສະຫະປະຊາຊາດ ຍັງໄດ້ ຮຽກທວງໃຫ້ ສປປລາວ ປະຕິຮູບ ກົດໝາຍ ຂອງຕົນ ໂດຍສະເພາະ ມາດຕຣາ ທີ ໕໖,໖໕ ແລະ ໗໒ ຂອງ ກົດໝາຍອາຍາ, ໃຫ້ສອດຂ່ອງ ກັບ ສົນທິສັນຍາສາກົນ ວ່າດ້ວຍສິດທິມະນຸດ ແລະ ໃຫ້ ຣັຖຖບານ ສປປລາວ ເປີດໂອກາດ ໃຫ້ ນັກຊ່ຽວຊານ ຂອງ UNWGAD ເຂົ້າໄປ ຢ້ຽມຢາມ ສປປລາວ.

ສະຫະພັນສາກົນເພື່ອສິດທິມະນຸດ (FIDH) ສະແດງ ຄວາມຊື່ນຊົມ ຕໍ່ຂໍ້ສເນີ ຂອງ ຄນະນັກຊ່ຽວຊານ UNWGAD ຂອງ ສະຫະປະຊາຊາດ, ເຫັນພອ້ມ ຕໍ່ການ ຮຽກຮ້ອງ ໃຫ້ປ່ອຍຕົວ ຫຼອດຄຳ ,ສົມພອນ ແລະ ສຸກັນ ,ແລະ ຮຽກຮ້ອງ ໃຫ້ ທາງການ ສປປລາວ ປະຕິບັດ ຕາມ ຂໍ້ແນະນໍາ ຂອງ ອົງການສະຫະປະຊາຊາດ.

Lire la suite