ສະຫະປະຊາຊາດ ປະນາມ ການ ລ່ວງລະເມີດ ສິດທິພົລເມືອງ ແລະ ສິດທິການເມືອງ ພາຍຫຼັງ ການທົບທວນ ຄັ້ງປະຫວັດສາດ ເຖີງ ສະຖານະພາບໃນ ສປປລາວ

03/08/2018
Press release
en fr lo

(ປາຣີ) ຜົນ ຂອງ ການ ຕວດສອບ ໂດຍ ອົງການ ສະຫະປະຊາຊາດ ເຖີງ ສະຖານະພາບ ສີດທິມະນູດ ໄນ ສປປ ລາວ ເນັ້ນວ່າ ສປປ ລາວ ເປັນ ປະເທດ ທີ່ ປາບປາມ ຢ່າງ ຮ້າຍກາດ ໂດຍ ຣັຖບານ ຫລົມເຫລວ ໃນການ ເຄົາຣົບ ສີດທິ ພົລະເມືອງ ແລະ ສີທິ ການເມືອງ, ນີ້ຄື ຖແລງການ ຂອງ ສະຫາພັນ ສາກົນ ເພື່ອສີດທິມະນູດ (FIDH) ແລະ ຂະບວນການລາວ ເພື່ອ ສີດທິມະນູດ (ຂລສມ) ວັນນີ້.

‘’ ຜົນ ຂອງ ການຕວດສອບ ຂອງ ອົງການ ສະຫະປະຊາຊາດ ຄວນຈະ ເປີດຫູ ເປີດຕາ ບັນດາ ເຫລົ່າ ຣັຖະບານ ປະເທດຕ່າງໆ ທີ່ ສວ່ນມາກ ຈະເມີນເສີຍ ຕໍ່ການ ລວ່ງລະເມີດ ສີດທິມະນູດ ໃນ ສປປ ລາວ ແຕ່ລະຄັ້ງ ທີ່ມີ ເຫດລະເມີດ ເກີດຂີ້ນ. ປະຊາຄົມ ສາກົນ ຈະບໍ່ມີ ເຫດຜົນອັນໃດອີກແລ້ວ ທີ່ຈະ ປະຕິເສດ ບໍ່ຍອມ ກົດດັນ ໄຫ້ ຣັຖະບານ ສປປ ລາວ ແກ້ໄຂ ອັນສໍາຄັນ ທາງດ້ານ ການເຄາຣົບ ສີດທິມະນູດ.’’

ຍານາງ ເດບີ ສຕອຕຮາດ (Debbie Stothard), ເລຂາທິການເອກ FIDH

ໃນວັນທີ 26 ເດືອນກໍລະກະດາ 2018, ຄະນະ ກໍາມະການ ສິດທິມະນຸດ ແຫ່ງ ອົງການ ສະຫະປະຊາຊາດ (CCPR) ໄດ້ ໃຫ້ຂໍ້ ສັງເກດ ສະລູບຜົນ ເຖີງ ສະຖະນະພາບ ດ້ານ ສີດທິ ພົລະເມືອງ ແລະ ສິດທິ ການເມືອງ ໄນ ສປປ ລາວ. ຄະນະ ກັມມະານ ໄດ້ ສແດງ ຄວາມວິຕົກກັງວົນ ຕໍ່ ກໍຣະນີ ລ່ວງລະເມີດ ອັນຫລວງຫລາຍ ໂດຍໄດ້ໃຫ້ ຂໍ້ສເນີ ຕໍ່ທາງການ ສປປ ລາວ. ຄະນະ ກັມມະການ ດັ່ງກ່າວ -CCPR - ມີ ໜ້າທີ່ ຕີດຕາມ ເບີ່ງວ່າ ບັນດາ ປະເທດພາຄີ ຈະ ປະຕິບັດຕາມ ເງື່ອນໄຂ ຂອງ ສົນທິສັນຍາ ສາກົນ ວ່າດວ້ຍ ສີດທິພົລະເມືອງ ແລະ ສີດທິການເມືອງ (ICCPR) ຫືບໍ່. ສປປ ລາວ ເປັນພາຄີ ຂອງ ສົນທິສັນຍານີ້ (ICCPR) ເມື່ອປີ 2009. ສະຫາພັນ ສາກົນ ເພື່ອສີດທິມະນູດ (FIDH) ແລະ ຂະບວນການລາວ ເພື່ອ ສີດທິມະນູດ (ຂລສມ) ສະແດງ ຄວາມຊື່ນຊົມ ຕໍ່ຂໍ້ ສເນີ ຂອງ ຄະນະ ກັມມະການ ແຫ່ງ ອົງການ ສະຫະປະຊາຊາດ ແລະ ຂໍຮຽກຮອ້ງ ໄຫ້ ທາງການ ສປປ ລາວ ວາງແຜນການ ຢ່າງຈີງຈັງໂດຍດວ່ນ ໄປສູ່ ການນັບຖື ສົນທິສັນຍາ ນີ້.

ກອ່ນ ວັນທີ 27 ກໍລະກະດາ 2020, ທາງການ ສປປ ລາວ ຈະຕອ້ງ ລົງລາຍງານ ໄຫ້ຂໍມູນ ກ່ຽວແກ່ແຜນການ ຂອງຕົນ ທີ່ຈະ ສນອງຕໍ່ຂໍ້ສເນີ ຂອງ ຄະນະກັມມະການ CCPR ໂດຍມີ ສາມ ບັນຫາໄຫຍ່ ຄື : : 1 ) ການຫາຍສາບສູນ ແບບ ຖືກ ບັງຄັບ ; 2) ສີດທິ ໄນການ ມີສ່ວນຮ່ວມ ໃນກິດຈະການ ຂອງ ລັດ ແລະ ສິດທິ ໃນການ ອອກສຽງ ລົງຄະແນນ ເລືອກຕັ້ງ ; 3) ສິດທິ ຂອງຊົນເຜົ່ານອ້ຍ.

‘’ຍອ້ນຖືກ ຊູກຍູ້ ດວ້ຍການຊວ່ຍເຫລືອດ້ານ ງົບປະມານ ນັບມື້ ນັບທະວີຂື້ນ ຈາກ ປະຊາຄົມ ສາກົນ, ຣັຖະບານ ລາວ ໄດ້ ສແດງ ໃຫ້ເຫນມາ ຕລອດວ່າ ບໍ່ມີຈຸດປະສົງ ຢາກ ນັບຖື ສີດທິ ມະນູດ. ເຖີງ ເວລາແລ້ວ ທີ່ ຣັຖະບານ ຕ່າງປະເທດ ຈະຕອ້ງບອກ ທາງການ ສປປ ລາວ ວ່າ ຈະບໍ່ມີ ການຊວ່ຍເຫລືອ ອີກແລ້ວ ຖ້າຫາກວ່າ ສປປ ລາວ ຍັງບໍ່ມີການ ປະຕິຮູບ ຢ່າງຮີບດວ່ນ ລະບົບການປົກຄອງ ແລະ ລະບົບການເມືອງ.’’

ປະທານ ຂະບວນການລາວ ເພື່ອ ສີດທິມະນູດ, ຍານາງ ວະນິດາ ເທພສຸວັນ

ຂໍ້ສເນີ ຂອງຄນະກັມມະການ CCPR ສະທ້ອນ ອອກມາ ຈາກ ຂໍ້ມູ້ນ ໄນລາຍງານ ຮວ່ມ ຂອງ ສະຫະພັນ ສາກົນ ເພື່ອ ສິດທິມະນຸດ (FIDH) ແລະ ຂະບວນ ການລາວເພື່ອສິດທິມະນຸດ (ຂລສມ), ຊຶ່ງໃນນັ້ນ ມີ ລາຍງານ ເພື່ອ“ ລາຍ ບັນຊີ ບັນຫາຕ່າງໆ ທີ ຄວນຖືກແກ້ໄຂ“ - List of Issues (LoI) - ແລະ ມີ ລາຍງານຮວ່ມ (shadow report) ທີ່ສົ່ງຫາ CCPR ກ່ອນໜ້າ ກອງປະຊຸມພົບພໍ້ ລະຫວ່າງ ຄນະກັມມະການດັ່ງກ່າວ ແລະ ທາງການ ສປປລາວ, ຊຶ່ງໄດ້ມີຂື້ນ ເມື່ອວັນທີ 11 ແລະ 12 ກໍຣະກະດາ ທີຜ່ານມາ ທີ່ ນະຄອນ ເຊີແນວ, ປະເທດ ສວີສ, ໂດຍ ມີ ອົງການ FIDH ແລະ ຂລສມ ໄດ້ຂົ້າຮ່ວມ. ລາຍງານທັງສອງສະບັບ ຂອງ FIDH ແລະ ຂລສມ ໄດ້ກ່າວຢ່າງລະອຽດ ເຖິງ ການລ່ວງລະເມີດ ສິດທິພົລະເມືອງ ແລະ ສິດທິການເມືອງ ໃນ ສປປລາວ, ໂດຍໄດ້ຊໍ່ສະແດງເຖິງ ຄວາມຫລົ້ມເຫລວ ຂອງ ທາງການລາວ ໃນການ ປະຕິບັດເງື່ອນໄຂ ຂອງ ສົນທິສັນຍາ ສາກົນ.

ຈູດກັງວົນໄຫຍ່ ທີ່ ກັມມະການ CCPR ສະລູບຜົນ ແລະ ສເນີ ຂໍ້ແນະນໍຕ່າງໆ ຕໍ່ ຣັຖະບານ ສປປ ລາວ ມີດັ່ງຕໍ່ລົງໄປນີ້ :

ການຫາຍສາບສູນແບບຖືກບັງຄັບ

ຄນະກັມມະການ ບັນທຶກໄວ້ວ່າ ທາງການລາວຂາດກົດໝາຍ ທີຈະລົງໂທດຜູ້ເປັນຕົ້ນເຫດ ໃຫ້ມີ ກໍຣະນີ ຫາຍສາບສູນ ແບບຖືກບັງຄັບ, ພ້ອມຍັງ ໄດ້ສະແດງ ຄວາມວິຕົກກັງວົນອີກວ່າ,ຜູ້ປະພຶດດັ່ງນີ້ ຍັງບໍ່ ໄດ້ຮັບໂທດອີກ ໂດຍຊໍ້າໄປ. ນອກຈາກນັ້ນ, ຄນະກັມມະການ ຍັງໄດ້ ສະແດງຄວາມເສັຽໃຈ ອີກວ່າ, ທາງການລາວ ໃຫ້ ຂໍ້ມູນແບບສັບສົນ ກ່ຽວແກ່ຄວາມຄືບໜ້າຂອງການສືບສວນ. ໃນລະຫວ່າງການທົບທວນ ກັບ ກມມະການ CCPR, ແທນທີ ຈະໄຫ້ຄວາມ ກະຈ່າງແຈ້ງ ກ່ຽວກັບ ການຫາຍສາບສູນ ແບບຖືກບັງຄັບ ຂອງ ທ່ານ ສັມບັດ ສົມພອນ ຣັຖະບານ ສປປ ລາວ ຊໍ້າກ່າວໂຈມຕີ ໄສ່ຮ້າຍປ້າຍສີ ຢ່າງຮຸນແຮງ ທ່ານ ສົມບັດ ພອ້ມຄອບຄົວ. ຄນະກັມມະການ ໄດ້ກ່າວ ສະແດງ ຄວາມວິຕົກກັງວົນ ຕໍ່ການ ທີ ທາງການລາວ ບໍ່ສາມາດ ໃຫ້ຄວາມກະຈ່າງແຈ້ງ ເຖິງ ການສຶບສວນຫາຊາຕາກັມ ຂອງຜູ້ໄດ້ຮັບເຄາະ ຈາກ ການຫາຍສາບສູນ ແບບຖືກບັງຄັບ. ນອກຈາກນັ້ນ,ທາງຄນະ ກັມມະການ ຍັງມີຄວາມວິຕົກ ຕໍ່ໜ້າ ການປະຕິເສດ ປັດເຄັ່ຽ ຂອງ ຄນະຕາງໜ້າ ສປປລາວ ທີກ່າວວ່າ ກໍຣະນີຫາຍສາບສູນ ດັ່ງກ່າວ ເປັນພຽງການໃສ່ຮ້າຍປ້າຍສີ ແລະ ວ່າເປັນ ຂ່າວທີບໍ່ໜ້າເຊື່ອຖື. ຄນະກັມມະການ ໄດ້ຮຽກຮ້ອງ ຕໍ່ ທາງການລາວ ໃຫ້:
1.ລົງໂທດຕາມທາງຄວນ ຜູ້ທີກໍ່ເຫດການ ຫາຍສາບສູນແບບຖືກບັງຄັບ,ໂດຍ ອີງໃສ່ ເງື່ອນໄຂສາກົນ.
2.ເພີ້ມທະວີຄວາມພະຍາຍາມ ເພື່ອ ສືບສວນຢ່າງທົ່ວໄປ, ຢ່າງຄັກແນ່, ໂດຍ ບໍ່ບິດເບືອນ, ດ້ວຍຄວາມໂປ່ງໃສ ເຖິງ ກໍຣະນີ ຂອງ ທ່ານສົມບັດ ສົມພອນ ແລະ ອື່ນໆອີກ. 3. ຄໍ້າປະກັນວ່າ ຜູ້ໄດ້ຮັບເຄາະ ແລະ ຄອບຄົວ ຂອງ ເຂົາເຈົ້າ ຊາບເຖິງ ຄວາມຄືບໜ້າ ແລະ ຜົນຂອງການສືບສວນ
ຢ່າງສມໍ່າສເມີ. 4. ເຂົ້າເປັນ ພາຄີ ຂອງ ສົນທິສັນຍາສາກົນ ວ່າ ດ້ວຍ ການປົກປ້ອງ ຈາກການຫາຍສາບສູນ ແບບຖືກບັງຄັບ
ເສຣີພາບ ດ້ານການປາກເວົ້າ ແລະການຊຸມນຸມຊົນແບບສັນຕິວິທີ

ຄນະກັມມະການ ສະແດງຄວາມເສັຽໃຈ ທີມີການຈຳກັດ ຢ່າງຮ້າຍແຮງ ສິດທິ ໃນການ ອອກຄວາມເຫັນ, ສິດທິໃນການປາກເວົ້າ, ແລະ ສິດທິຊຸມນຸມຊົນແບບສັນຕິວິທີ. ທາງກັມມະການ ກ່າວວ່າ ການຈຳກັດສິດທິ ດັ່ງກ່າວ ໂດຍອີງໃສ່ ກົດໝາຍປາບປາມ ທີບໍ່ສອດຄ່ອງ ກັບເງື່ອນໄຂຂອງ ສົນທິສັນຍາສາກົນ ICCPR, ດັ່ງການ ຄວບຄຸມສື່ມວນຊົນ ໂດຍພັກລັດ, ຈະເປັນ ອຸບປະສັກ ກີດກັ້ນ ບໍ່ໃຫ້ ພັທນາແນວຄິດ ທີຈະກະຕຸ້ນ ໃຫ້ໃຊ້ ສິດຂອງຕົນ ແລະ ສົ່ງເສີມ ການເຄົາຮົບສິດທິມະນຸດ ໂດຍ ບໍ່ຕ້ອງຢ້ານກົວ ວ່າ ຈະຖືກລົງໂທດ ແລະ ຖືກແກ້ແຄ້ນ. ນອກຈາກນັ້ນ, ຄນະກັມມະການ ຍັງໄດ້ກ່າວເຖິງ ທ່ານບຸນທັນ ທັມມະວົງ, ສົມພອນ ພິມມະສອນ, ນາງຫຼອດຄຳ ທັມມະວົງ ແລະ ທ່ານ ສຸກັນ ໃຈທັດ, ຕົວຢ່າງ ຂອງ ຜູ້ຖືກຈັບ ແລະ ຂັງຄຸກ ໂດຍບໍ່ມີການສືບສວນ ແລະ ໄຕ່ສວນ ຄະດີ, ຖືກໂທດຈຳຄຸກ ຢ່າງຍາວນານ ຍ້ອນການຕ້ອງຕິ ຣັຖະບານ ຜ່ານສື່ສັງຄົມ. ຄນະກັມມະການ ຈື່ງໄດ້ຮຽກຮ້ອງ ໃຫ້ ທາງການລາວ ສົ່ງເສີມ ໃຫ້ມີ ສື່ມວນຊົນ ສາມາດເຮັດວຽກໄດ້ ຢ່າງເສຣີ ໂດຍ ປັດສະຈາກການ ຄວບຄຸມ ຂອງພັກລັດ. ຄນະກັມມະການ ຍັງໄດ້ຮຽກທວງ ໃຫ້ ຣັຖະບານ ນສປປລາວ: 1.ຄໍ້າປະກັນ ໃຫ້ມີ ຄວາມເບີກບານ ຢ່າງເຕັມປ່ຽມ ໃນ ເສຣີພາບດ້ານການປາກເວົ້າ ແລະ ການຊຸມນຸມຊົນແບບສັນຕິວິທີ ; 2. ແກ້ໄຂ ຫລື ລົບລ້າງກົດໝາຍ ທີ່ ບໍ່ ‘’ຊັດແຈ້ງ ຫລື ມີຄວາມໝາຍກວ້າງ’’; 3.ຄໍ້າປະກັນ ກົດໝາຍລາວ ທີ່ ຈໍາກັດໃຊ້ສີດເສຣີພາບ ໃນການ ອອກຄວາມຄີດເຫນ ແລະ ຊູມນູມ ຢ່າງສັນຕິວິທີ ສອດຄອ່ງ ກັບ ຂໍ້ເງື່ອນໄຂ ກ່ຽວກັບ ‘’ຂໍ້ກົໍນົດທີ່ເຄັ່ງຄັດ’’ - strict requirements- ຂອງ ICCPR.

ການຈັບຕົວ ໂດຍລຳພັງ

ຄນະກັມມະການ ກ່າວວ່າ ໄດ່ຮັບ ລາຍງານ ກ່ຽວກັບ ການຈັບຕົວ ໂດຍລຳພັງ, ການຄຸມຂັງໂດຍບໍ່ມີຂໍ້ຫາ, ການຄຸມຂັງ ກ່ອນການຕັດສີນຄະດີ ທີຍາວນານເກີນກຳນົດ ແລະ ການທີ ຜູ້ຖືກກັກຂັງ ຢ່າງຍາວນານ ບໍ່ມີສິດ ມີທະນາຍຄວາມ. ຄນະກັມມະການ ສເນີໃຫ້ ການກັກຂັງ ຜູ້ຖືກຈັບຕົວ ໃນຂໍ້ຫາອາຍານັ້ນ, ດຳເນີນໄປ ພາຍໄຕ້ ການຄວບຄຸມ ຂອງສານ ຍຸຕິທັມ, ແລະ ໃຫ້ແກ້ໄຂ ກຳນົດເວລາອັນຍາວນານເກີນໄປ ຂອງ ການກັກຂັງ ກ່ອນການ ຕັດສີນຄະດີ.

ສະພາບການຄຸມຂັງ

ຄນະກັມມະການ ກ່າວສະແດງ ຄວາມວິຕົກກັງວົນ ຕໍ່ ການລົງໂທດໃນຄຸກ ດ້ວຍການທໍຣະມານ ແລະ ຂາດການພະຍາບານຕົວທີ່ດີ. ຄນະກມມະການຈື່ງສະເນີວ່າ ,ກໍຣະນີທີຖືກທໍຣະມານ ແລະ ປີ່ນປົວ ທີຂາດປະສິດຕິພາບ ແລະ ເສັຽຊິວິດໃນຄຸກນັ້ນ, ຈະຕ້ອງ ມີການສືບສວນໂດຍດ່ວນ ຢ່າງລົງເລີກ ຈາກ ຫນ່ວຍງານເສຣີ ແລະທ່ຽງທັມ, ແລະ ຜູ້ກໍ່ເຫດ ຈະຕ້ອງຮັບຜິດຊອບ. ຄນະກັມມະການ ຍັງໄດ້ ສະແດງ ຄວາມກັງວົນ ຕໍ່ ສະພາບການກັກຂັງອັນໜ້າວິຕົກ, ເນື່ອງຈາກວ່າ ມີນັກໂທດ ຫຼາຍເກີນກຳນົດ, ອາຫານການກີນ ແລະ ການປີ່ນປົວ ບໍ່ເໝາະສົມ ແລະມີ ການກັກຂັງໂດດດ່ຽວຢ່າງຍາວນານ.

ອົງການສະຫະປະຊາຊາດ ຈື່ງຮຽກທວງໃຫ້ ຣັຖະບານ ລາວ ປັບປຸງ ສະພາບການ ກັກຂັງໃໝ່ ເພື່ອໃຫ້ສອດຄ່ອງ ກັບເງື່ອນໄຂ ຂອງ ສົນທິສັນຍາ ICCPR ແລະ ສົນທິສັນຍາສາກົນ ອື່ນໆອີກ, ໃຫ້ເສີມສ້າງ ໜ່ວຍງານເສຣີ ທີມີປະສິດຕິຜົນ, ມີໜ້າທີກວດກາ ສະຖານທີ່ຄຸມຂັງຕ່າງໆ ແລະ ອານຸຍາດ ແລະ ອຳນວຍຄວາມສະດວກ ໃຫ້ ອົງການຈັດຕັ້ງສາກົນ ເຂົ້າໄປຢ້ຽມຢາມໄດ້.

ສິດທິ ລົງຄວາມເຫັນ ແລະ ອອກສຽງ ໃນ ໂຄງການຣັຖະບາ

ຄນະກັມມະການ ເຫັນວ່າ ປະຊາຊົນ ຂາດສິດທິ ໃນການ ລົງຄວາມເຫັນ ຢ່າງແທ້ຈີງ ໃນໂຄງການລັດ, ຂາດສິດທິ ໃນການ ລົງຄະແນນອອກສຽງ ແລະ ສິດທິ ໃນການ ລົງແຂ່ງຂັນເລືອກຕັ້ງ; ເຫັນໄດ້ຈາກຫຼາຍໆກໍຣະນີ;ເຊັ່ນ:ການທີ ພັກປະຊາຊົນ ປະຕິວັດ ລາວ ເປັນຜູ້ເລືອກເອົາ ຜູ້ ສະໝັກແຂ່ງຂັນ ການເລືອກຕັ້ງ, ການຈຳກັດ ເສຣີພາບດ້ານການ ປາກເວົ້າ ແລະ ການຊຸມນຸມຊົນ. ຄນະກັມມະການ ສະເນີ ໃຫ້ ຣັຖະບານ ວາງມາດຕະການ ເພື່ອ ອຳນວຍໃຫ້ປະຊາຊົນ ສາມາດຮ່ວມ ລົງຄວາມເຫັນ ຢ່າງແທ້ຈີງ ໃນໂຄງການລັດ, ສາມາດລົງຄະແນນອອກສຽງ ແລະ ລົງແຂ່ງຂັນການ ເລືອກຕັ້ງ, ອີງໃສ່ມາດຕຣາທີ 25 ຂອງສົນທິສັນຍາ ICCPR.

ສິດທິຂອງຊົນເຜົ່ານ້ອຍ

ຄນະກັມມະການ ກ່າວສະແດງ ຄວາມວິຕົກກັງວົນ ຕໍ່ການຍົກຍ້າຍ ຊົນເຜົ່ານ້ອຍ ເປັນຈຳນວນຫຼວງຫຼາຍ ອອກຈາກບ້ານເຮືອນ, ຍ້ອນການຍຶດທີ່ດີນ ຫຼື ການສຳປະທານທີ່ດີນສ້າງເຂື່ອນໄຟຟ້າ, ຂຸດຄົ້ນບໍ່ແຮ່ ຫຼືສ້າງຕັ້ງເຂດເສຖກິດພິເສດ. ທາງຄນະກັມມະການ ຍັງໄດ້ ຢີບຍົກເອາບັນຫາ ການຈັບກຸມ ໂດຍລຳພັງ ຂື້ນມາສົນທະນາອີກ, ພ້ອມທັງ ກໍຣະນີກັກຂັງຊາວກະສີກອນ ແລະ ຊາວບ້ານ ພາຍຫຼັງ ທີເຂົ້າເຈົ້າ ຄັດຄ້ານ ຕໍ່ການສຳປະທານທີ່ດີນ. ທາງຄນະcກັມມະການ ຂອງ ອົງການສະຫະປະຊາຊາດ ຈື່ງຮຽກທວງ ໃຫ້ ຣັຖະບານ ລາວ ວາງມາດຕະການ ຕາມທາງຄວນ ເພື່ອອຳນວຍ ໃຫ້ມີການປືກສາຫາລື ກັບຊາວບ້ານ , ແລະ ໃຫ້ເຂົາເຈົ້າ ລົງຄວາມເຫັນໄດ້ຢ່າງເສຣີ ກ່ຽວ ກັບໂຄງການຕ່າງໆ ທີຈະ ສ້າງຜົນສະທ້ອນ ໃຫ້ກັບ ຊິວິດການເປັນຢູ່ ແລະ ການດຳຣົງຊິວິດ ຂອງເຂົາເຈົ້າ. ນອກຈາກນັ້ນ ຄນະກັມມະການ ຍັງໄດ້ຂໍຮ້ອງ ໃຫ້ ຣັຖະບານ ລາວ ກຳກັບການຍົກຍ້າຍບ້ານເຮືອນ ຂອງເຂົາເຈົ້າ ຕາມເງື່ອນໄຂ ຂອງ ມາດຕະການສາກົນ, ແລະ ໃຫ້ມີການຊົດເຊີຍເຂົາເຈົ້າ ຕາມຄວາມເໝາະສົມ ໃນກໍຣະນີທີບໍ່ສາມາດຍົກຍ້າຍ ບ້ານເຮືອນໄດ້.

ໂທດປະຫານ

ຄນະກັມມະການ ຍັງຄົງວິຕົກກັງວົນ ຕໍ່ກົດໝາຍລາວ ທີສາມາດບົ່ງເຖິງໂທດປະຫານ,ແລະ ສານຍັງສືບຕໍ່ ຕັດສີນໂທດປະຫານຢູ່, ໂດຍສ່ວນຫຼາຍ ແມ່ນ ຄະດີກ່ຽວຂ້ອງກັບຢາເສບຕິດ ,ຊື່ງ ຈະບໍ່ເຖີງຂີດຂອງ “ອາຊະຍະກັມ ທີ ຮ້າຍແຮງທີສຸດ“, ອີງຕາມມາດຕຣາ 6 ຂອງສົນທິສັນຍາ ICCPR. ໃນຂະນະກອງປະຊຸມ ລະຫວ່າງ 2 ຝ່າຍ,ທາງການລາວ ເຜີຍວ່າ ນັກໂທດປະຫານເຖີງ 99% ຖືກຕັດສີນຄະດີ ກ່ຽວຂ້ອງກັບ ຢາເສບຕິດ. ຄນະກັມມະການ ຮຽກທວງ ໃຫ້ ຣັຖະບານ ລາວ ພິຈາຣະນາ ຢ່າງລະອຽດ ເຖີງການ ລົບລ້າງ ໂທດປະຫານ ແລະ ໃຫ້ຄໍ້າປະກັນວ່າ ໂທດປະຫານນີ້ ບົ່ງໄວ້ ເພື່ອ“ອາຊະຍາກັມ ທີຮ້າຍແຮງທີສຸດ“

Read more