ສະຕຮີ ຖືກຈັບຕົວ ຍອ້ນກ່າວຕອ້ງຕິ ລັຖະບານ ທ່າງ ຊື່ສັງຄົມອອນລາຍ

17/09/2019
Communiqué
en fr lo

(ປາຮີ) ທາງການ ສປປລາວ ຕອ້ງ ປ່ອຍຕົວ ໂດຍດ່ວນ ຜູ້ຍິງທີ່ຖືກຈັບຕົວ ໃນຂໍ້ຫາ ກ່າວຕ້ອງຕິ ລັຖບານ ທາງສື່ສັງຄົມ, ສະຫະພັນສາກົນ ເພື່ອ ສິດທິມະນຸດ (FIDH) ແລະ ຂະບວນການລາວ ເພື່ອ ສິດທິມະນຸດ (ຂລສມ) ໄດ້ກ່າວ ໃນວັນນີ້.

"ລັຖບານສປປລາວ ຈະຕ້ອງຢຸດຕິ ລ້າງຜານປະຊາຊົນ ທີ່ພຽງໄຊ້ ສິດທິຂອງເຂົາເຈົ້າ ໂດຍ ສັນຕິວິທີ ໃນການ ປາກເວົ້າ ແລະ ການອອກຄວາມຄິດຄວາມເຫັນ. ແທນທີ່ ຈະລະດົມງົບປະມານ ອັນຫຼວງຫຼາຍ ເພື່ອ ປາບປາມ ການຕ້ອງຕິ, ທາງການວຽງຈັນ ຄວນຈະຫາຫົນທາງ ຕອບສນອງ ຕໍ່ຄວາມຮຽກຮ້ອງຕ້ອງການ ຕ່າງໆນາໆ ຂອງ ປະຊາຊົນຕ່າງຫາກ."

ທ່ານ ອາດີລູ ຣາມານ ຄານ (Adilur Rahman Khan), ຮອງປະທານ ສະຫະພັນສາກົນ ເພື່ອ ສິດທິມະນຸດ

ອີງຕາມເອກະສານ ຂອງ ເຈົ້າໜ້າທີ່ຕຳຣວດ ຊຶ່ງທາງ ສະຫະພັນສາກົນເພື່ອສິດທິມະນຸດ ແລະ ຂະບວນການ ລາວ ເພື່ອ ສິດທິມະນຸດ ໄດ້ເຫັນ, ນາງ ຮ່ວຍເຮືອງ ໄຊຍະບູລີ, ຫຼືນາງໝ້ວຍ, ມີອາຊີບ ການຄ້າ, ອາຍຸ 30ປີ, ຢູ່ບ້ານສະເຫຼົ້າ, ເມືອງໂພນທອງ, ແຂວງຈຳປາສັກ, ຖືກກັກຂັງຕົວ ທີ່ ສູນກັກຂັງ ຂອງ ແຂວງຈຳປາສັກ ຕັ້ງແຕ່ວັນທີ 12 ກັນຍາ 2019 ເປັນຕົ້ນມາ, ໃນຂໍ້ຫາ ໂຄສະນາຕ້ານ ສປປລາວ, ອີງຕາມມາດຕຣາ 117 ຂອງກົດໝາຍອາຍາ.

ມາດຕຣາ 117 ລະບຸໄວ້ວ່າ ຜູ້ໃດ ຫາກໂຄສະນາໃສ່ຮ້າຍປ້າຍສີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ບິດເບືອນແນວທາງຂອງພັກ ແລະ ນະໂຍບາຍຂອງລັດປ່າວຂ່າວອະກຸສົນ, ເຮັດໃຫ້ມີຄວາມວຸ້ນວາຍດ້ວຍການເວົ້າ, ການຂຽນ, ການພິມ, ໜັງສືພິມ, ພາບພະຍົນ, ວີດີໂອ, ຮູບພາບ, ເອກະສານ, ຫຼື ຮູບການອື່ນ ທີ່ມີເນື້ອໃນຕ້ານສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເຮັດໃຫ້ ອຳນາດແຫ່ງລັດອ່ອນເພັຽ, ຈະຖືກລົງໂທດ ຕັດສິນຈຳຄຸກ ແຕ່ໜຶ່ງປີ ຫາ ຫ້າປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ 20.000.000 ກີບ (ປະມານ 570 US$ ຫາ 2 280 US$).

ນາງໝ້ວຍ ໄດ້ສົ່ງ ຂໍ້ຄວາມ ຜ່ານສື່ສັງຄົມ Facebook ກ່າວຕ້ອງຕິ ທາງການສປປລາວ ໃນການ ແກ້ໃຂບັນຫາ ອຸຕຸກຂະພັຍນໍ້າຖ້ວມ ທີ່ເຂດແຂວງພາກໄຕ້ ເມື່ອທ້າຍເດືອນສິງຫາ ຫາຕົ້ນເດືອນກັນຍາ 2019. ນີ້ບໍ່ແມ່ນຄັ້ງທຳອິດ ທີ່ ນາງໝ້ວຍ ໄດ້ກ່າວຕ້ອງຕິ ລັຖບານ. ເມື່ອປີ 2018 ນາງໝ້ວຍ ໄດ້ເຜີຍຂໍ້ຄວາມຫຼາຍຄັ້ງຫຼາຍຫົນ ຜ່ານສື່ສັງຄົມ Facebook ກ່າວປະນາມກໍຣະນີສໍ້ຣາດບັງຫຼວງຂອງທາງການສປປລາວ. ພາຍຫຼັງ ເຫດການ ເຂື່ອນ ເຊປ່ຽນເຊນໍ້ານ້ອຍ ທີ່ ແຂວງອັດຕະປື ແຕກເມື່ອເດືອນກໍຣະກະດາ 2018, ນາງໝ້ວຍ ໄດ້ກ່າວຕ້ອງຕິ ລັຖບານ ກ່ຽວແກ່ ການບໍຣິຫານ ພັຍພິບັດຄັ້ງດັ່ງກ່າວ. ໃນສອງກໍຣະນີທີ່ກ່າວມາ, ທາງ ເຈົ້າໜ້າທີ່ຕຳຣວດ ໄດ້ຮຽກຕົວ ນາງໝ້ວຍ ໄປສອບປາກຄຳ ໂດຍ ໄດ້ສັ່ງໃຫ້ຜູ້ກ່ຽວຢຸດຕິກ່າວຕ້ອງຕິລັຖບານ.

"ການກັກຂັງ ນາງໝ້ວຍ ແມ່ນ ກໍຣະນີຫຼ້າສຸດ ທີ່ສະແດງໃຫ້ເຫັນເຖິງ ຄວາມໂຫດຮ້າຍ ແຂ້ງກະດ້າງ ຂອງ ລັຖະບານລາວ ຕໍ່ການກ່າວຕ້ອງຕິໂດຍສັນຕິວິທີ. ການກັກຕົວ ນາງໝ້ວຍ ອາດຈະນໍາ ໄປເຖິງ ໂທດຈຳຄຸກ ອັນໜັກໜ່ວງ ຍາວນານ ໂດຍມີຈູດປະສົງ ເພື່ອຂັດຂວາງບໍ່ໃຫ້ຜູ້ອື່ນ ສແດງ ຄວາມຄີດເຫັນ ທີ່ຖືກຕອ້ງ ກ່ຽວກັບລະບອບ ປະຊາທິປະໄຕ, ການບໍຣີຫານປະເທດແບບໂປ່ງໃສ ແລະ ການເຄົາຣົບສິດທິມະນຸດ."

ຍານາງ ວານີດາ ເທບສຸວັນ, ປະທານ ຂະບວນການ ລາວ ເພື່ອສິດທິມະນຸດ

ປະຊາຊົນລາວ ອີກຫຼາຍຄົນ ຖືກຈັບຕົວ ເມື່ອບໍ່ເທົ່າໃດປີທີ່ຜ່ານມາ ພາຍຫຼັງ ທີ່ໄດ້ສະແດງ ສິດທິໃນການ ມີອິດສາຣະພາບ ໃນການ ອອກຄວາມຄິດຄວາມເຫັນ ແລະ ການປາກເວົ້າ. ໃນວັນທີ 18 ກັນຍາ 2015, ສານຍຸດຕິທັມ ທີ່ ນະຄອນວຽງຈັນ ໄດ້ຕັດສິນທ່ານບຸນທັນ ທຳມະວົງ, ສັນຊາດ ໂປໂລນ ເຊື້ອຊາດລາວ, ໃຫ້ຈຳຄຸກ 4ປີ 9ເດືອນ, ອີງຕາມ ມາດຕຣາ 65 ຂອງກົດໝາຍອາຍາ (ຫຼື ມາດຕຣາ 117 ຂອງກົດໝາຍອາຍາ ສະບັບປັບປຸງໃໝ່ ຄັ້ງວັນທີ 1 ພືສະຈິກາ 2018) ກ່ຽວແກ່ຂໍ້ຄວາມທາງສື່ສັງຄົມ Facebook ທີ່ກ່າວຕ້ອງຕິ ແນວທາງ ແລະ ນະໂຍບາຍຂອງພັກແລະລັດ. ທ່ານບຸນທັນ ທຳມະວົງ ຖືກປ່ອຍຕົວ ໃນວັນທີ 19 ມີຖຸນາ 2019.

ໃນວັນທີ 22 ມີນາ 2017, ຜູ້ຕໍ່ຕ້ານລັຖບານ 3 ຄົນ, ສົມພອນ ພິມມະສອນ, ສູການ ໃຈທັດ ແລະ ຫຼອດຄຳ ທຳມະວົງ ຖືກຕັດສິນຈຳຄຸກ 20ປີ, 16ປີ ແລະ 12ປີ ອິງຕາມ ມາດຕຣາ 56 (ຂໍ້ຫາ ທໍຣະຍົດຕໍ່ຊາດ), ມາດຕຣາ 65 (ຫຼືມາດຕຣາ 117 ຂໍ້ຫາ ໂຄສະນາຕ້ານສປປລາວ) ແລະ ມາດຕຣາ 72 (ຂໍ້ຫາ ຊຸມນຸມ ເພື່ອ ສ້າງຄວາມວຸ້ນວາຍໃຫ້ແກ່ສັງຄົມ) ຂອງກົດໝາຍອາຍາ. ທັງສາມຖືກຈັບຕົວ ເມື່ອຕົ້ນປີ 2016 ພາຍຫຼັງທີ່ໄດ້ກ່າວຕ້ອງຕິລັຖບານຢ່າງເນື່ອງນິດ ໃນຂະນະທີ່ທຳວຽກງານທີ່ປະເທດໄທ. ທັງສາມໄດ້ລົງຂໍ້ຄວາມຜ່ານ Facebook ກ່າວຕິຕຽນລັຖບານ ວ່າ ສໍ້ຣາດບັງຫຼວງ, ຕັດປ່າໄມ້ແບບຜິດກົດໝາຍ ແລະ ລະເມີດສິດທິມະນຸດ. ສ່ວນທາງດ້ານ ຄນະຊ່ຽວຊານກ່ຽວແກ່ ການກັກຂັງແບບບໍ່ມີການສືບສວນ ແຫ່ງອົງການສະຫະປະຊາຊາດ ‘UN Working Group on Arbitrary Detention ) ໄດ້ຮັບຮອງ ເອົາກໍຣະນີ ຂອງທັງສາມນີ້ ເຂົ້າເປັນ ການກັກຂັງແບບ ບໍ່ມີການສືບສວນ ໃນວັນທີ 25 ສິງຫາ 2017.

Lire la suite