ສປປ ລາວ ເຍາະ ເຍື້ອຍ ການ ສຳຫລວດ ສະຖານະພາບ ດ້ານ ສິດທິມະນຸດ ຂອງ ອົງການ ສະຫະປະຊາຊາດ

03/07/2015
Communiqué
en es fr lo

ປາຣີ, 3 ກໍລະກະດາ 2015 : ການ ປະຕິເສດ ຂອງ ທາງການ ສປປລາວ ທີ່ ບໍ່ ຍອມ ຮັບເອົາ ຂໍ້ ສເນີ ຂອງ ກອງປະຊຸມ ສໍາຫລວດ ຄັ້ງ ຫຼ້າສຸດນີ້, ໄດ້ ເຮັດໃຫ້ ການ ສໍາຫລວດ ຂອງ ອົງການ ສະຫະປະຊາຊາດ ກາຍເປັນ ເລື້ອງ ຕະລົກໄປ, ອີງຕາມ ຄໍາຖແລງ ຂອງ ສະຫະພັນ ສິດທິມະນຸດ ນາໆ ຊາດ (FIDH) ແລະ ຂະບວນ ການລາວ ເພື່ອສິດທິ ມະນຸດ (ຂລສມ).

“ທ່າທີ ແບບ ປົກປ້ອງ ຕົນເອງ ແລະ ຂໍ້ ປະຕິເສດ ໂດຍ ທົ່ວໄປ ຂອງ ຣັຖບານ ສປປ ລາວ ເຮັດໃຫ້ ການ ສໍາ ຫລວດ ເຖິງ ສະຖະນະພາບ ຂອງ ສປປ ລາວ ເປັນ ເໝືອນ ສາກ ລະຄອນ ຕະລົກ. ກອງປະຊຸມ ສໍາຫລວດ ຄັ້ງແລ້ວນີ້ ໄດ້ ສະແດງ ໃຫ້ ເຫັນ ເຖິງ ການທີ່ ທາງການ ວຽງຈັນ ບໍ່ ປາຖນາ ຢາກຈະ ແກ້ໄຂ ບັນຫາ ສໍາຄັນ ດ້ານ ສິດທິມະນຸດ ເລີຍ’,” ທ່ານ ກາລີມ ລາຣິດຊີ້ ປະທານ ສະຫະພັນ ສິດທິມະນຸດ ນາໆ ຊາດ (FIDH) ໄດ້ກ່າວ.

ໃນວັນທີ 23 ມີຖຸນາ, ສປປ ລາວ ໄດ້ຮັບ ເອົາ ຂໍ້ ສເນີ 116 ຂໍ້ ໃນຈໍານວນ ທັງໝົດ 196 ຂໍ້ ທີ່ຖຶກ ນໍາ ສເນີ ທີ່ ກອງປະຊຸມ ສໍາຫລວດ ຄັ້ງທີ ສອງ ເມື່ອ ເດືອນ ມົກະຣາ 2015 ທີ່ ຜ່ານມາ. ອີງຕາມ ທ່ານ ທອງພັນ ສວັນເພັດ, ຜູ້ ຕ່າງໜ້າ ສປປ ລາວ ທີ່ ອົງການ ສະຫະປະຊາຊາດ ທີ່ ເມືອງ Genève, “ຂໍ້ ສເນີ ອື່ນໆ 80 ຂໍ້ ນັ້ນ ບໍ່ ໄດ້ຮັບ ການ ສນັບ ສນູນ ຢ່າງ ເຕັມສ່ວນ ຈາກ ທາງການ.”
ຄໍາຕອບ ຂອງ ຣັຖບານ ສປປ ລາວ ບໍ່ ພຽງພໍ ແຕ່ ປະການໃດ ເລີຍ ກ່ຽວກັບ ກໍຣະນີ ຫາຍສາບສູນ ແບບຖືກ ບັງຄັບ. ສປປ ລາວ ໄດ້ ປະຕິເສດ ບໍ່ຍອມ ຮັບ ຂໍ້ ສເນີຍ ທີ່ວ່າ ຢາກໃຫ້ ມີການ ສືບສວນ ເຖິງ ກໍຣະນີ ຫາຍ ສາບສູນ ໂດຍຖືກ ບັງຄັບ ດັ່ງກ່າວ, ໂດຍ ທາງການ ສປປ ລາວ ຖືວ່າ “ບໍ່ມີ ມູນຄວາມຈິງ’.” ເມື່ອ ຕອບໄປ ຕອບມາ, ທາງການ ສປປ ລາວ ຮັບຮູ້ ກໍຣະນີ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ແຕ່ຮັບເອົາ ຂໍ້ ສເນີ ພຽງ 4 ຂໍ້ ໃນຈໍານວນ ທັງໝົດ 10 ຂໍ້ ທີ່ ຮຽກທວງ ໃຫ້ມີ ການ ສືບສວນ ເຖິງ ການຫາຍ ສາບສູນ. ເພື່ອໃຫ້ ເຫດ ຜົນ ຂອງ ການ ປະຕິເສດ ບໍ່ ຮັບເອົາ ຂໍ້ ສນີ 6 ຂໍ້ ກຽວກັບ ກໍຣະນີ ທ່ານ ສົມບັດ, ທາງການ ສປປ ລາວ ກໍ່ ໄດ້ ແຕ່ ທໍາການ ໂຄຊະນາ ແບບລ້າ ສມັຍ ໂດຍ ບໍ່ ໄດ້ ໃຫ້ ຂໍ້ມູນ ໃໝ່ ໃດໆ ທັງຊິ້ນ ເຖິງ ຊາຕາກັມ ຂອງ ທ່ານ ສົມບັດ. ທາງການ ສປປ ລາວ ໄດ້ ກ່າວ ວ່າ ຄະນະ ກັມະການ ສືບສວນ “ພ້ອມແລ້ວ ທີ່ຈະຮັບ ຄໍາ ແນະນໍາ ຈາກທຸກໆ ຝ່າຍ ແລະ ວ່າ ທາງ ເຈົ້າ ໜ້າທີ່ ກໍາລັງ ດໍາເນີນ ການ ສືບສວນ ໃນ ເວລາ ປັດຈຸບັນ.”

ນອກຈາກນັ້ນ ທາງການ ສປປ ລາວ ຍັງ ບໍ່ໃຫ້ ສັຕະຍາບັນ ສົນທິ ສັນຍາ ສາກົນ ວ່າດ້ວຍ ການ ປົກປ້ອງ ບຸກຄົນ ໃນການ ຫາຍ ສາບສູນ ແບບ ຖືກ ບັງຄັບ. ເປັນ ເວລາ ກົ່ວ 6 ປີ ຜ່ານມາ ແລ້ວ ທີ່ ສປປ ລາວ ໄດ້ ລົງນາມ ເຊັນຮັບ ສົນທິ ສັນຍາ ສະບັບ ດັ່ງກ່າວ, ພ້ອມ ຍັງ ໄດ້ຮັບ ເອົາ ຂໍໍ້ ສເນີ ເພື່ອການ ສັຕະຍາບັນ ໃນ ໂອກາດ ກອງປະຊຸມ ສໍາຫລວດ ຄັ້ງ ທີ 1 ເມື່ອ ເດືອນ ພຶສະພາ 2010, ແຕ່ເຖິງ ຢ່າງໃດ, ທາງການ ສປປ ລາວ ກໍ່ພຽງ ກ່າວວ່າ “ກໍ່າລັງ ຈະ ສຶກສາ” ການ ສັຕະຍາບັນ ສົນທິສັນຍາ ດັ່ງກ່າວ.

ກ່ຽວກັບ ຂແນງ ອື່ນໆ ຂອງ ສິດທິ ມະນຸດ, ທາງການ ສປປ ລາວ ປັດເຂັ່ຽ ຂໍ້ ສເນີ ຫລາຍຂໍ້ ກ່ຽວກັບ ການເຄົ່າຣົບ ອິດສະຣະພາບ ດ້ານ ປາກເວົ້າ, ເສຣີພາບ ສື່ມ່ວນຊົນ ແລະ Internet, ການປົກປອ້ງ ນັກ ຕໍ່ສູ້ ເພື່ອ ສິດທິ ມະນຸດ, ການ ຍົກເລີກ ອຸປະສັກ ຫາມ ກິດຈະກັມ ຂອງ ອົງການ ສັງຄົມ ພົລະເຣືນ ແລະ ອົງການ ທີ່ບໍ່ຂື້ນ ກັບ ລັຖະບານ ຕລອດເຖີງ ການລົບລ້າງ ໂທດ ປະຫານ ຊິວິດ.

ນອກຈາກນັ້ນ, ລັຖະບານ ສປປ ລາວ ຍັງໄດ້ ປະຕິເສດ ບໍ່ຍອມ ຣັບເອົາ ຂໍ້ສເນີ ຫລາຍຂໍ້ ທີ່ ຂໍໃຫ້ ຈັດຕັ້ງ ສະຖາບັນ ແຫ່ງ ຊາດ ດ້ານ ສິດທິ ມະນຸດ ໂດຍ ອີງຕາມ ເງື່ອນໄຂ ສັນຍາ Paris. ໃນ ຄໍາຕອບ ແບບ ເຫລືອ ເຊື່ອ, ທາງການ ສປປ ລາວ ໄດ້ ກ່າວວ່າ ມີ ມາດຕາການ ແກ້ໄຂ ບັນຫາ ສິດທິ ມະນຸດ ຄ້າຍຄຽງ ກັບ ສັນຍາ Paris.

ທ້າຍສຸດ, ທາງການ ສປປ ລາວ ໄດ້ ເກັບກໍາ ເອົາ ຂໍ້ສເນີ ຕ່າງໆ ກ່ຽວກັບ ສັຕະຍາບັນ ສົນທິສັນຍາ ສໍາຄັນ ຕ່າງໆ ໂດຍ ກ່າວວ່າ ຕົນ ຕອ້ງການ ໄຊ້ ເວລາ ຕື່ມອີກ ເພື່ອ ຈະ ສຶກສາ ເຖີງ ສົນທິສັນຍາ ວ່າດວ້ຍ ການ ປາບປາມ ການ ແບ່ງແຍກ ຊົນຊັ້ນ ຕໍ່ ສັຕຣີ, ສົນທິສັນຍາ ວ່າດວ້ຍ ການປົກປອ້ງ ສິດທິ ພະນັກງານ ພັກຖີ່ນ ແລະ ຄອບຄົວ, ສົນທິສັນຍາ ຄັ້ງ ປີ 1951 ກ່ຽວແກ່ ສະຖານະພາບ ອົພະຍົບ. ນອກນັ້ນ ສປປ ລາວ ຍັງໄດ້ ກ່າວ ຕື່ມ ອີກວ່າ ຕົນ ຍັງບໍ່ ພອ້ມ ທີ່ຈະ ຣັບເອົາ ອານຸ ສັນຍາ ທີ່ ສອງ ຂອງ ສັນຍາ ສາກົນ ວ່າດວ້ຍ ສິດທິ ພົລະເຣືອນ ແລະ ການເມຶອງ, ອານຸ ສັນຍາ ຂອງ ສົນທິສັນຍາ ຕໍ່ຕ້ານ ການທໍລະມານ, ອານຸ ສັນຍາ ຂອງ ສົນທິສັນຍາ ກ່ຽວກັບ ສິດທິ ເສຖກິດ ສັງຄົມ ແລະ ວັທະນະທັມ.

ເຖີງ ແມ່ນວ່າ ສປປ ລາວ, ຕລອດ 5 ປີ ທີ່ ຜ່ານມາ, ໄດ້ ປະຕິເສດ ບໍ່ ເປີດໃຫ້ ອົງການ ສະຫະປະຊາຊາດ ເຂົ້າໄປ ກວດກາ ເຖີງ ສະພາບການ ສິດທິ ມະນຸດ ກໍ່ຕາມ, ຍີ່ງໄປ ກົ່ວນັ້ນ, ທາງການ ສປປ ລາວ ຍັງໄດ້ ຢໍ້າຄືນ ອີກວ່າ “ກໍ່າລັງ ກະກຽມ ຈະ ເຊື້ອເຊີນ ນັກ ຊ່ຽວຊານ ຈາກ ອົງການ ສະຫະປະຊາຊາດ ໃນ ອານາຄົດ ອັນ ໄກ້ໆ ນີ້ ” ກ່ຽວກັບ ສິດທິ ເຣືອນຢູ່ ອາໄສ ແບບ ພຽງພໍ.

“ທ່າທີ ອັນບໍ່ ເໝາະສົມ ຂອງ ສປປ ລາວ ເນື່ອງໃນ ໂອກາດ ກອງປະຊູມ UPR ຄັ້ງ ຜ່ານານີ້, ຊໍ່ສແດງ ໃຫ້ ເຫັນວ່າ ຫົນທາງ ຂອງ ລັຖະບານ ລາວ ຍັງຍາວ , ຍັງໄກ, ກອນຈະ ເຖີງ ລະດັບ ສະມັກ ເປັນ ສະມາຊິກ ຂອງ ຄະນະ ກັມາທິການ ສິດທິ ມະນຸດ ຂອງ ອົງການ ສະຫະປະຊາຊາດ,” ຍານາງ ວະນິດາ ເທພສຸວັນ ປະທານ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ໄດ້ກ່າວ, “ນອກຈາກ ວ່າ ປະຊາຄົມ ສາກົນ ຈະ ກົດດັນ ຕໍ່ ວິທີ ທວ່ງດືງ ເວລາ ແລະ ຄໍາໝັ້ນ ສັນຍາ ອັນ ບໍ່ມີ ສັດຈະ ຂອງ ລັຖະບານ ສປປ ລາວ, ມັນ ເປັນໄປ ໄດ້ ຍາກ ທີ່ ສະຖານະພາບ ສິດທິ ມະນຸດ ໃນ ລາວ ຈະ ດີຂື້ນ.

Lire la suite
communique