ຜູ້ນໍາ ຂະບວນ ນັກສຶກາ ເພື່ອ ປະຊາທປະໄຕ ຕອ້ງ ຖືກ ປອ່ຍຕົວ ຫລັງ ຖືກ ກັກຂັງ 16 ປີ ຢ່າງ ບໍ່ ຖຶກຕອ້ງ

10/12/2015
Communiqué
en fr lo
From left to right : Thongpaseuth Keuakoun, Sengaloun Phengphanh, Bouavanh Chanhmanivong, Khamphouvieng Sisa-at, and Keochay,

ປາຣີ - ເຊີແນວ 8 ທັນວາ 2015 : ຣັຖະບານ ສປປ ລາວ ຈະຕອ້ງ ປອ່ຍຕົວ ຢ່າງ ຮີບດວ່ນ ແລະ ໂດຍ ບໍມີ່ ເງື່ອນໄຂ ຜູ້ນໍາ ຂະບວນ ນັກສຶກາ ເພື່ອ ປະຊາທປະໄຕ ທັງ ສອງ ຄົນ ທີ່ ຖຶກ ຈັບຕົວ ໂດຍ ບໍ່ ມີ ການ ໄຕ່ສວນ ຄະດີ ມາໃດ້ 16 ປີ ແລ້ວ, ພອ້ມຍັງ ຕອ້ງແຈ້ງ ໃຫ້ຊາບ ເຖີງ ຊາຕາກັມ ຂອງ ຄະນະ ນັກສຶກສາ ອິກ ສອງຄົນ ນີ້ ຄື ຖແລງ ຂອງ ອົງການ ປົກປອ້ງ ນັກຕໍ່ ສູ້ ເພື່ອ ສິດທິ ມະນຸດ (Observatory for the Protection of Human Rights Defenders) ແລະ ຂບວນການ ລາວ ເພື່ອ ສິດທິ ມະນຸດ ໃນ ວັນນີ້.

ທ່ານ ທອງປະເສີດ ເກື້ອກູນ ແລະ ທ່ານ ແສງອາລູນ ແພງພັນ ຊື່ງ ເປັນ ສອງ ຜູ້ນໍາ ໃນ ຂະບວນການ ນັກ ສຶກສາ ເພື່ອ ປະຊາທິປະໄຕ ຖຶກ ກັກຂັງ ທີ່ ຄຸກ ຊໍາເຄ້ ຊານເມືອງ ນະຄອນ ວຽງຈັນ. ທ່ານ ທອງປະເສີດ ເກື້ອກູນ ແລະ ທ່ານ ແສງອາລູນ ແພງພັນ ຖຶກຈັບຕົວ ທີ່ ນະຄອນ ວຽງຈັນ ໃນ ວັນທີ່ 26 ຕຸລາ 1999 ພອ້ມທັງ ຄະນະ ຄື ທ່ານ ບົວວັນ ຈັນມານີວົງ, ທ່ານ ຄໍາພູວຽງ ສີສະອາດ ແລະ ທ່ານ ແກ້ວໃຈ, ໃນຂະນະ ຕຽມການ ປະທວ້ງ ແບບ ສັນນຕິວິທີ ເພື່ອ ຮຽກທວງ ເອົາ ປະຊາທິປະໄຕ, ຄວາມ ຍຸດຕິທັມ ດ້ານ ສັງຄົມ ແລະ ການ ເຄົາຣົບ ສິດທິ ມະນຸດ. ທັງຫ້າ ຖຶກຕັດສິນ ຈໍາຄຸກ ເປັນ ເວລາ 20 ປີ ໃນຂໍ້ຫາ « ສ້າງ ຄວາມ ປັ່ນປວ່ນ ໃນ ວົ່ງ ສັງຄົມ ແລະ ທໍາລາຍ ຄວາມ ປອດພັຍ ຂອງ ຊາດ. » ແຕ່ ຣັຖະບານ ສປປ ລາວ ຊໍ້າ ເຄີຍ ປະຕິເສດ ວ່າ ບໍ່ມີ ການ ຈັບຕົວ ທ່ານ ບົວວັນ ທ່ານ ຄໍາພູວຽງ ແລະ ທ່ານ ແກ້ວໃຈ ເລີຍ.

ສວ່ນ ທອງປະເສີດ ເກື້ອກູນ ແລະ ແສງອາລູນ ແພງພັນ ນັ້ນ ຖຶກ ກັກຂັງ ໂດດດ່ຽວ ຢູ່ ຄົນລະ ຫອ້ງ ສອງຂ້າ ຖຶກ ກັບໃມ້ ງັບໃວ້ ຕລອດ ເວລາ. ທັງ ສອງ ຖຶກ ອະນຸຍາດ ອອກ ຈາກ ຫອ້ງຂັງ ເທື່ອລະ ອາທິດ ຫລື ບາງທີ ກໍ່ ເທື່ອລະ ສອງ ອາທິດ ເພື່ອ ອາບນໍ້າ ແລະ ນໍາເອົາ ອາຈົມ ຂອງ ຕົນ ໄປ ຖີ້ມ. ແຕ່ລະ ຄັ້ງ ທອງປະເສີດ ເກື້ອກູນ ແລະ ແສງອາລູນ ແພງພັນ ຖຶກ ເຈົ້າໜ້າທີ່ ຕໍ່າລວດ ຕິດຕາມ ຕົວ ຢູ່ ສເມີ ແທນທີ່ ຈະ ແມ່ນ ຜູ້ ຍາມ ຄຸກ. ພິຍານ ແຈ້ງ ວ່າ ທັງສອງ ທ່ານ « ຈອ່ຍຜອມ ຍັງແຕ່ ກະດູກ. » ທາງ ເຈົ້າໜ້າທີ່ ຄຸກ ບໍ່ ອານຸຍາດ ໃຫ້ ຢ້ຽມຢາມ ແລະ ບໍ່ໃຫ້ ທາງ ຄອບຄົວ ສົ່ງ ອາຫານ ຫລື ຢາປົວ ພະຍາດ ໃຫ້ ທັງສອງ. ຣັຖະບານ ສປປ ລາວ ເຄີຍ ປະຕິເສດ ເປັນ ເວລາ ຫລາຍ ປີ ບໍ່ຍອມ ຣັບວ່າ ໃດ້ ຈັບ ແລະ ກັກຂັງ ທອງປະເສີດ ເກື້ອກູນ ກັບ ແສງອາລູນ ແພງພັນ.

« ການກັກຂັງ ຜູ້ນໍາ ທັງສອງ ຂອງ ຂະບວນການ ນັກສຶກສາ ເປັນ ເວລາ ດົນນານ ພອ້ມ ທາງການ ທໍຣະມານ ເຂົາເຈົ້າ ຢ່າງ ຍາວນານ ນັ້ນ ເປັນ ການລວ່ງ ລະເມີດ ສິດທິ ມະນຸດ ຢ່າງ ຮ້າຍແຮງ ແລະ ຣັບບໍ່ໃດ້. ທາງການ ສປປ ລາວ ຕອ້ງ ປອ່ຍຕົວ ເຂົາເຈົ້າ ຢ່າງ ຮີບດວ່ນ ໂດຍ ບໍ່ມີ ເງື່ອນໄຂ ພອ້ມ ທັງ ຈະຕອ້ງ ສືບສວນ ເຖີງ ການ ທໍຣະມານ ເຂົາເຈົ້າ ແລະ ໃຫ້ ຄ່າ ຊົດເຊີຍ ເຂົາເຈົ້າ ໃນ ຂໍ້ຫາ ທີ່ ຖຶກ ກັກຂັງ ຢ່າງ ບໍ່ ຖຶກ ຕອ້ງ. »

ໃດ້ ກ່າວ ທ່ານ ກາຣີມ ລາຮິດຊີ ປະທານ ສະຫາພັນ ສາກົນ ເພື່ອ ສິດທິ ມະນຸດ (FIDH).

ສວ່ນ ທ່ານ ຄໍາພູວຽງ ສີສະອາດ ໃດ້ ເສັຽ ຊິວິດ ທີ່ ຄຸກ ຊໍາເຄ້ ເມື່ອ ເດືອນ ກັນຍາ 2001 ພາຍຫລັງ ທີ່ ຜູ້ກ່ຽວ ຖືກຫ້າມ ບໍ່ ໃຫ້ ກິນເຂົ້າ, ຖຶກມັດ ໃສ່ໃມ້ ກາງແດດ ຫລາຍມື້ ລຽນກັນ ແລະ ບໍ່ ຖຶກ ປີ່ນປົວ. ເມື່ອ ປີ 2006 ທາງການ ສປປ ລາວ ໄດ້ ແຈ້ງ ວ່າ ທ່ານ ແກ້ວໃຈ ພົ້ນໂທດ ໃນ ປີ 2002 ແລ້ວ ຖຶກ ສົ່ງ ໃຫ້ ພວກນື່ງ ປົກຄອງ ເພື່ອ « ອົບລົມ ຟຶກຝົນ ໃຫ້ ເປັນ ພົນລະເມືອງດີ. » ເຖີງ ວັນນີ້, ທາງ ຄອບຄົວ ທ່ານ ແກ້ວໃຈ ຊໍ້າ ບໍ່ ເຄີຍ ໄດ້ ຣັບຂ່າວ ວ່າ ທ່ານ ຖຶກ ປອ່ຍຕົວ ແລະ ບໍ່ ຊາບ ເຖີງ ຊາຕາກັມ ຂອງ ຜູ້ ກ່ຽວ. ຈົນ ມາ ເຖີງ ປະຈຸບັນ ຄໍາຖແລງ ຂອງ ຣັຖະບານ ສປປ ລາວ ກ່ຽວກັບ ການ ປອ່ຍຕົວ ທ່ານ ແກ້ວໃຈ ແລະ ການ ເສັຍສິວິດ ຂອງ ທ່ານ ຄໍາພູວຽງ ສີສະອາດ ໃນ ຄຸກ ບໍ່ ສອດຄອ່ງ ກັບ ຄໍາຖແລງ ຂອງ ທາງການ ວຽງຈັນ ທີ່ ເຄີຍ ກ່າວວ່າ ມີພຽງ ທ່ານ ທອງປະເສີດ ເກ້ອກູນ ແລະ ທ່ານ ແສງອາລູນ ແພງພັນ ເທົ່ານັ້ນ ທີ່ ຖຶກ ຈັບ ໃນ ວັນທີ 26 ຕຸລາ 1999. ມາຮອດ ມື້ນີ້, ຍັງ ບໍ່ມີ ໃຜ ຊາບເຖີງ ຊາຕາກັມ ຂອງ ຜູ້ນໍາ ຂະບວນ ນັກສຶກສາ ຄົນທີ 5 ຄື ທ່ານ ບົວວັນ ຈັນມານີວົງ.

« ພວກເຮົາ ຮຽກທວງ ຕໍ່ ທາງການ ສປປ ລາວ ໃຫ້ ທໍາການ ສຶບສວນ ເຖີງ ກໍຣະນີ ການ ເສັຍ ຊິວິດ ຢູ່ ໃນ ຄຸກ ຊໍາເຄ້ ຂອງ ທ່ານ ຄໍາພູວຽງ ສີສະອາດ ແລະ ໃຫ້ ເປີດເຜີຍ ຜົນ ຂອງ ການ ສຶບສວນ ໃຫ້ ປວງຊົນ ໃດ້ ຣັບຊາບ ພອ້ມ ທັງໃຫ້ ລົງໂທດ ຜູ້ ທີ່ມີ ຄວາມ ຣັບຜິດຊອບ ໃນ ການ ເສັຍ ຊິວິດ ຢູ່ ໃນ ຄຸກ ຂອງ ທ່ານ ຄໍາພູວຽງ ສີສະອາດ ອີກ. ນອກ ຈາກ ນັ້ນ ທາງການ ສປປ ລາວ ຈະ ຕອ້ງ ເຜີຍ ເຖີງ ຊາຕາກັມ ຂອງ ທ່ານ ບົວວັນ ຈັນານີວົງ ແລະ ທ່ານ ແກ້ວໃຈ ອີກ. »

ທ່ານ ເຊຣາລ ສະຕາເບຣອກ ເລຂາທິການ ເອກ ຂອງ ອົງການ ສາກົນ ຕ້ານ ການ ທໍຣະມານ (OMCT)

ນອກຈາກ ນັ້ນ, ອົງການ ປົກປອ້ງ ນັກ ຕໍ່ສູ້ ເພື່ອ ສິດທິ ມະນຸດ ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ຍັງ ໄດ້ ຮຽກທວງ ໃຫ້ ທາງການ ສປປ ລາວ ແຈ້ງຂ່າວ ເຖີງ ຊາຕາກັມ ຂອງ ອິກ 9 ຄົນ. ໄນ ນັ້ນ ຜູ້ຍີງ 2 ຄົນ ຄື ນາງ ກີ່ງແກ້ວ ແລະ ນາງ ສົມຈິດ ແລະ ຜູ້ຊາຍ 7 ຄົນ ຄື ທ້າວ ສຸບິນ, ສວນ, ສິນປະສົງ, ຄໍາສອນ, ໜູ, ສົມຄິດ ແລະ ສຸລິຍາ ທີ່ ຖຶກ ກັກຂັງ ເມື່ອ ເດືອນ ພຶສະຈິກາ 2009 ໄນ ເວລາ ຕຽມ ປະທວ້ງ ທວງເອົາ ປະຊາທິປະໄຕ.

"ປະຊາຄົມ ສາກົນ ຈໍາເປັນ ຕອ້ງ ພະຍາຍາມ ຫລາຍ ກົ່ວນີ້ ເພື່ອ ກົດດັນ ໃຫ້ ຣັຖະບານ ສປປ ລາວ ໃຫ້ ຄວາມ ແຈ້ງຂາວ ເຖີງ ຊາຕາກັມ ຂອງ ຄະນະ ຜູ້ນໍາ ຂະບວນ ນັກ ສຶກສາ, ນັກເຄື່ອນໃຫວ ແລະ ນັກ ຕໍ່ສູ້ ເພື່ອ ສິດທິ ມະນຸດ ທີ່ ຫາຍໄປ. ມີ ຫລາຍ ກໍຣະນີ ທີ່ ກ່າວ ມານີ້ ນັບວ່າ ບັນຈຸ ຢູ່ໄນ ກໍຣະນີ ຫາຍ ສາບສູນ ໂດຍ ຖຶກ ບັງຄັບ ຊື່ງ ເປັນ ປະເດັນ ທີ່ ຣັຖະບານ ສປປ ລາວ ບໍ່ເຄີຍ ໃຫ້ ຄວາມ ສໍາຄັນ ແລະ ປອ່ຍປະ ລະເລີຍ ມາ ເປັນ ເວລາ ນານ ແສນ ນານ ໂພດ ແລ້ວ »

ຍານາງ ວະນິດາ ເທພສຸວັນ, ປະທານ ຂະບວນການ ລາວ ເພື່ອ ສິດທິ ມະນຸດ (ຂລສມ)

ມາດຕຣາ 2 ຂອງ ສົນທິ ສັນຍາ ສາກົນ ວ່າດວ້ຍ ການ ປົກປອ້ງ ບຸຄົນ ຕໍ່ ການ ຫາຍ ສາບສູນ ໂດຍ ຖຶກ ບັງຄັບ (ICPPED) ລະບຸ ວ່າ ການ ຫາຍ ສາບສູນ ໂດຍ ຖຶກ ບັງຄັບ ແມ່ນ « ການ ຈັບກູມ, ການ ກັກຂັງ, ການ ລັກລອບ ຈັບຕົວ ຫລື ການ ຕັດສິດ ທຸກໆ ຮູບແບບ ໂດຍ ພະນັກງານ ຂອງ ລັດ, ໂດຍ ບຸກຄົນ ຫລື ໂດຍ ກູ່ມຄົນ ທີ່ ປະຕິບັດ ຕາມ ອານຸຍາດ, ຄວາມ ເຫັນດີ ຫລື ການ ຮັບຮູ້ ຈາກ ຣັຖະບານ ຫລັງ ຈາກນັ້ນ ກໍ່ແມ່ນ ການ ປະຕິເສດ ບໍ່ ຍອມ ຮັບຮູ້ ການ ຕັດສິດ ເສຣີພາບ ຫລື ການ ເຊື່ອງຊອ້ນ ບໍ່ ເຜີຍ ເຖີງ ຊາຕາກັມ ຂອງ ຜູ້ ຫາຍ ສາບສູນ. » ເຖີງແມ່ນວ່າ ເມື່ອ ວັນທີ່ 29 ກັນຍາ 2008, ສປປ ລາວ ໃດ້ ລົງນາມ ເຊັນຣັບ ສົນທິ ສັນຍາ ສາກົນ ວ່າດວ້ຍ ການ ປົກປອ້ງ ບຸກຄົນ ຕໍ່ ການ ຫາຍສາບສູນ ໂດຍ ຖືກ ບັງຄັບ ກໍ່ ຕາມ, ແຕ່ ສປປ ລາວ ກໍ່ ຍັງ ບໍ່ໄດ ສັດຕະຍາບັນ ສົນທິ ສັນຍາ ດັ່ງກ່າວ ນີ້ເທື່ອ.

ໃນ ວັນທີ່ 23 ມິຖຸນາ 2015, ເນື່ອງໄນ ໂອກາດ ກອງປະຊູມ ສອບສວນ ເຖີງ ສະຖານະພາບ ດ້ານ ສິດທິ ມະນຸດ ໄນ ລາວ ທີ່ ອົງການ ສະຫະປະຊາຊາດ, ສປປ ລາວ ໄດ້ ປະຕິເສດ ຂໍ້ ສເນີ 8 ຂໍ້ ຂອງ ກອງ ປະຊູມ ທີ່ ໄດ້ ຂໍໃຫ້ ສປປ ລາວ ທໍາການ ສືບສວນ ເຖີງ ການ ຫາຍ ສບສູນ ໂດຍ ຖືກ ບັງຄັບ ຂອງ ທຸກ ກໍຣະນີ ໃນ ລາວ. ທາງ ການ ລາວ ກ່າວ ວ່າ « ບໍ່ ມີ ມູນຄວາມຈີງ » ເລີຍ.

ອົງການ ປົກປອ້ງ ນັກຕໍ່ສູ້ ເພື່ອ ສິດທິ ມະນຸດ ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ຮຽກຮອ້ງ ອີກ ຄັ້ງ ໃໜ່ ຕໍ່ ຣັຖະບານ ສປປ ລາວ ໃຫ້ ດໍາເນີນ ການ ສືບສວນ ຢ່າງ ຮີບດວ່ນ, ລົງເລິກ ແລະ ທ່ຽງທັມ ເຖີງ ກໍຣະນີ ຫາຍ ສາບສູນ ແບບ ຖືກ ບັງຄັບ ໄນ ທົ່ວ ປະເທດ ແລະ ໃຫ້ ລົງໂທດ ຜູ້ ທີ່ ມີ ຄວາມ ຣັບພິດຊອບ ໄນ ທຸກ ກໍຣະນີ. ນອກນັ້ນ ທັງ ສອງ ອົງການ ຍັງ ໄດ້ ຮຽກທວງ ໃຫ້ ຣັຖະບານ ສປປ ລາວ ເລ່ງລັດ ການ ສືບສວນ ກໍຣະນີ ຂອງ ທ່ານ ສົມບັດ ສົມພອນ, ຜູ້ນໍາ ຊື່ ດັງ ຂອງ ພາກ ປະຊາ ສັງຄົມ, ທີ່ ໄດ້ ປາກົດ ຕົວ ຄັ້ງ ສຸດທ້າຍ ທີ່ ປອ້ມ ຍາມ ຕໍ່າລວດ ທີ່ ນະຄອນ ວຽງຈັນ ເມື່ອ ແລງ ວັທີ່ 15 ທັນວ່າ 2012.

Lire la suite