ບັນດາ ປະເທດພາຄີ ອົງການສະຫະປະຊາຊາດ ຈະຕ້ອງສືບຕໍ່ ທວງຖາມເຖິງ ຊາຕາກັມ ຂອງ ທ່ານ ສົມບັດ ສົມພອນ ໃນ ປະຊຸມ ສອບສວນ ສະຖານະພາບ ດ້ານສິດທິມະນຸດ

21/07/2019
Communiqué
en fr lo

(ປາຣີ) ບັນດາ ປະເທດພາຄີ ຂອງ ອົງການສະຫະປະຊາຊາດ ຈະຕ້ອງສືບຕໍ່ ທວງຖາມເຖິງ ຊາຕາກັມ ຂອງ ທ່ານ ສົມບັດ ສົມພອນ ຕໍ່ ທາງການ ສປປລາວ ເນື່ອງໃນໂອກາດ ກອງປະຊຸມ ສອບສວນ ເຖິງ ສະຖານະພາບ ດ້ານສິດທິມະນຸດ ຄັ້ງໜ້ານີ້, ອີງຕາມ ຖແລງການຮ່ວມ ວັນນີ້ ຂອງ ສະຫະພັນ ສາກົນ ເພື່ອ ສິດທິມະນຸດ (FIDH) ແລະ ຂະບວນການ ລາວ ເພື່ອ ສິດທິມະນຸດ (ຂລສມ).

ທັງສອງາອົງການຈັດຕັ້ງ ໄດ້ ສົ່ງຮຽກຮອ້ງ ນີ້ ໃນ ລາຍງານຮວ່ມ ຍື່ນສະເຫນີ ສໍາລັບການທົບທວນ ຄັ້ງທີສາມ ຂອງ Universal Periodic Review (UPR) ຂອງ ອົງການສະຫະປະຊາຊາດ ກ່ຽວກັບ ສປປລາວ. ກອງປະຊຸມດັ່ງກ່າວ ໝາຍກຳນົດຈັດຂຶ້ນ ທີ່ເມືອງ ເຈນີວາ (Genève) ປະເທດ ສະວິດເຊີແລນ (Suisse) ລະຫວ່າງ ເດືອນມົກະຣາ ຫາເດືອນ ກຸມພາ 2020 ໜ້ານີ້.

"ກໍຣະນີ ທ່ານ ສົມພອນ ຄືສັນຍາລັກ ແຫ່ງ ການລ່ວງລະເມີດ ສິດທິມະນຸດ ໃນ ສປປລາວ ໂດຍ ບໍ່ຖືກລົງໂທດໃດໆ ພ້ອມທັ ງຍັງໄດ້ສ້າງ ບັນຍາກາດ ຂອງ ຄວາມຢ້ານກົວ ຕໍ່ ວົງການ ປະຊາສັງຄົມອີກ. ສະນັ້ນ ປະຊາຄົມສາກົນ ຈຶ່ງ ຄວນຈະຕ້ອງ ສືບຕໍ່ ພັກດັນ ໃຫ້ ທາງການ ສປປລາວ ນຳຄວາມຍຸດຕິທັມ ມາໃຫ້ແກ່ ທ່ານ ສົມບັດ ສົມພອນ ແລະ ຄອບຄົວ ແລະ ໃຫ້ລົງໂທດຜູ້ ກໍ່ກັມ ໃນ ການຫາຍສາບສູນ ແບບຖືກບັງຄັບ"

ເດບີ ສະໂຕທາດ (Debbie Stothard) ເລຂາທິການເອກ ຂອງ ສະຫະພັນ ສາກົນ ເພື່ອ ສິດທິມະນຸດ ໄດ້ກ່າວ

ເມື່ອເດືອນ ມົກະຣາ 2015, 10 ປະເທດ ພາຄີ ຂອງ ອົງການ ສະຫະປະຊາຊາດ (ອອດເຕເລຍ, ແຄນາດາ, ຟິນແລນ, ເຍີລະມະນີ, ລັກເຊມເບີກ, ໂປແລນ, ໂປຕຸເກດ, ສວີເດນ, ສະຫວິດເຊີແລນ ແລະ ອັງກິດ) ໄດ້ສເນີ ຮຽກຮ້ອງ ໃຫ້ ລັຖະບານ ສປປລາວ ທຳການ ສືບສວນ ຢ່າງ ຖີ່ຖ້ວນ ເຖິງ ກໍຣະນີ ທ່ານ ສົມບັດ ສົມພອນ.

ຕົກມາເຖິງເດືອນ ກໍຣະກະດາ 2018 ທາງການ ສປປລາວ ກ່າວວ່າ ຕົນໄດ້ພະຍາຍາມ’’ຢ່າງສຸດຂີດ’’ ສືບສວນ ເຖິງ ກໍຣະນີຫາຍສາບສູນ ຂອງ ທ່ານ ສົມບັ ດສົມພອນ. ແຕ່ໃນຂະນະດຽວກັນ, ທາງການ ສປປລາວ ຊໍ້າໄດ້ກ່າວປະຕິເສດ ບໍ່ຍອມຮັບການຊ່ວຍເຫຼືອສາກົນ ພ້ອມຍັງ ບໍ່ຍອມກ່າວ ໃຫ້ຄວາມຄືບໜ້າ ໃດໆ ກ່ຽວກັບການສືບສວນ.

ທ່ານ ສົມບັດ ສົມພອນ ປະກົດຕົວຄັ້ງສຸດທ້າຍ ໃນຕອນແລງຂອງວັນທີ 15 ທັນວາ 2012 ທີ່ນະຄອນຫຼວງວຽງຈັນ. ອີງຕາມກ້ອງໂຄຈອນປິດ ຂອງໂທຣະພາບຊ້ອງ CCTV, ເຈົ້າໜ້າທີ່ຕຳຣວດ ໄດ້ອັດລົດ ຂອງ ທ່ານ ສົມບັດ ສົມພອ ທີ່ປ້ອມຍາມຕຳຣວດ. ບໍ່ເທົ່າໃດນາທີຕໍ່ມາ ກຸ່ມຄົ ນອກເຄື່ອງແບບ ໄດ້ຄຸມຕົວ ທ່ານ ສົມບັດ ສົມພອນ ຂື້ນລົດອີກຄັນນຶ່ງ ແລ້ວຂັບລົດອອກໄປ. ກ້ອງໂຄຈອນປິດ ສະແດງ ໃຫ້ເຫັນວ່າ ທ່ານ ສົມບັດ ສົມພອນ ຖືກນຳຕົວໄປ ໂດຍ ມີເຈົ້າໜ້າທີ່ຕຳຣວດຢູ່ນຳ ຊຶ່ງ ນີ້ກໍສໍ່ສະແດງ ໃຫ້ເຫັນວ່າ ທາງການມີສ່ວນກ່ຽວຂ້ອງ.

"ກອງປະຊຸມສອບສວນ ເປັນໂອກາດ ອັນຫາຍາກ ທີ່ ສດ ສຳລັບ ບັນດາ ພາຄີ ຂອງ ອົງການ ສະຫະປະຊາຊາດ ທີ່ຈະສາມາດສົນທະນາກັບທາງການສປປລາວ ກ່ຽວແກ່ບັນຫາສິດທິມະນຸດ. ປະຊາຄົມສາກົ ຄວນສືບຕໍ່ ຢ່າງບໍ່ຢຸດຢັ້ງ ຮຽກທວງໃຫ້ ທາງການ ສປປລາວ ແກ້ໃຂ ບັນຫາການລ່ວງລະເມີດ ສິດທິມະນຸດ ທີ່ເກີດຂຶ້ນ ຢ່າງຕໍ່ເນື່ອງໃນ ສປປລາວ’’

ວະນີດາ ເທພສຸວັນ, ປະທານ ຂະບວນການ ລາວ ເພື່ອ ສິດທິມະນຸດໄດ້ກ່າວ

ຖແລງການ ຮ່ວມ ຂອງ ສະຫະພັນ ສາກົນ ເພື່ອ ສິດທິມະນຸດ (FIDH) ແລະ ຂະບວນການ ລາວ ເພື່ອ ສິດທິມະນຸດ (ຂລສມ) ໄດ້ເນັ້ນໃສ່ ບັນຫາສິດທິມະນູດໄນ ສປປລາວ ທີ່ຍັງມີຢູ່ ຕັ້ງແຕ່ ກອງປະຊຸມສອບສວນ (UPR) ຄັ້ງທີສອງ ໄດ້ມີຂຶ້ນຄັ້ງເດືອນມົກະຣາ 2015 : ເສຣີພາບ ດ້ານ ແນວຄິດ ແລະ ການປາກເວົ້າ, ເສຣີພາບ ດ້ານການຊຸ ມນຸມແບບສັນຕິວິທີ, ເສຣີພາບ ດ້ານ ການຈັດຕັ້ງສະມາຄົມ, ການ ຫາຍສາບສູນແບບຖືກບັງຄັບ, ການທໍຣະມານ, ສະພາບການ ເປັ່ນຢູ່ໃນຄຸກ, ເສຣີພາບ ດ້ານ ສາສນາ ຫຼື ການເຊື່ອຖື, ສິດທິ ໃນການ ມີສ່ວນຮ່ວມໃນໂຄງການພັທະນາ ແລະ ສິດທິ ໃນການມີສວ່ນ ໃນການດໍາເນີນ ກິດຈະກໍາ ສາທາລະນະ.

Lire la suite