ການ ເລືອກຕັ້ງ ແບບ ຈອມປອມ ເຮັດ ໃຫ້ ລະບອບ ພັກໂທນ ເຂັ້ມແຂງ ຂື້ນ ຕື່ມ

19/03/2016
Communiqué
en fr lo

(ປາຣີ) ການ ເລືອກຕັ້ງ ທີ່ ຈະ ມາ ເຖີງ ນີ້ ບໍ່ມີ ການ ສອດຄ່ອງ ກັບ ເງື່ອນໄຂ ສາກົນ ຂອງ ການ ເລືອກຕັ້ງ ແບບ ປະຊາທິປະໄຕ ແລະ ຍີ່ງ ຈະ ເຮັດໃຫ້ ລະບອບ ພັກໂທນ ເຂັ້ມແຂງຂື້ນ ຕື່ມ, ໃດ້ ກ່າວ ສະຫະພັນ ສາກົນ ເພື່ອ ສິດທິ ມະນຸດ (FIDH) ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ (ຂລສມ) ໃນ ຣາຍງານ ໃໝ່r ທີ່ ໃດ້ ອອກ ໃນ ມື້ນີ້.

"ປະຊາຄົມ ສາກົນ ຄວນ ຈະຕ້ອງ ກ່າວ ຕໍ່ ທາງ ການ ສປປ ລາວ ວ່າ ຈະ ບໍ່ ຍອມ ຮັບຮູ້ ການເລືອກຕັ້ງ ແບບ ຈອມປອມ ທີ່ ຂັດຂວາງ ບໍ່ ໃຫ້ ປະຊາຊົນ ເລືອກເອົາ ຜູ້ແທນ ຂອງ ເຂົາເຈົ້າ ໄດ້ ຢ່າງ ເສຣີ’’

ກາຣີມ ລາຮີດຊີ, ປະທານ ຂອງ ສະຫະພັນ ສາກົນ ເພື່ອ ສິດທິ ມະນຸດ

ໃນ ວັນທີ 20 ມິນາ 2016, ສປປ ລາວ ມີ ໝາຍ ກໍານົດ ຈັດ ການ ເລືອກຕັ້ງ ສະມາຊິກ ສະພາ ນິຕບັດຍັດ ເປັນ ຄັ້ງ ທີ່ 6 ນັບຕັ້ງແຕ່ ການ ສ້າງຕັ້ງ ສະຖາບັນ ສະພາ ແຮ່ງຊາດ ຂື້ນ ເມື່ອ ປີ 1991. ປະຊາຊົນ ຜູ້ ມີສິດ ອອກສຽງ ຈະ ເລືອກ ເອົາ ຜູ້ແທນ ຈໍານວນ 149 ຄົນ ສໍາລັບ ລະຍະ 5 ປີ. ນັບວ່າ ເປັນ ຄັງ ທໍາອິດ ຊື່ງ ຈະ ມີ ການ ເລືອກຕັ້ງ ລະດັບ ທ້ອງຖິ່ນ ໂດຍມີ ຜູ້ ລົງ ສມັກ 360 ຄົນ ໄນ 18 ແຂວງ ທັງໝົດ ດວ້ຍກັນ.

ດັ່ງ ການ ເລືອກຕັ້ງ ທີ່ ຜ່ານມາ ການ ອອກສຽງ ຄັ້ງນີ້ ບໍ່ ສອດຄ່ອງ ຕາມ ເງື່ອນໄຂ ການ ເລືອກຕັ້ງ ຊື່ງຕ້ອງ ມີ ການ ແຂ່ງຂັນ ຢ່າງ ທ່ຽງທັມ, ເປີດໃຫ້ ທຸກຄົນ ຣັບ ສມັກ ແລະ ໃຫ້ ທຸກຄົນ ມີ ສ່ວນ ຮ່ວມ ໃນ ການ ເລືອກຕັ້ງ ຢ່າງ ເສຣີ. ການ ເລືອກຕັ້ງ ຄັ້ງນີ້ ບໍ່ ນັບຖື ເງື່ອນໄຂ ຂອງ ສົນທິສັນຍາ ສາກົນ ວ່າ ດວ້ຍ ສິດທິ ພົລະເຮືອນ ແລະ ການເມືອງ (International Covenant on Civil and Political Rights -ICCPR) ໂດຍ ມາຕຣາ 25 ບົ່ງວ່າ ການ ເລືອກຕັ້ງ ອັນ ແທ້ຈີງ ແລະ ຖືກຕ້ອງ ຈະຕ້ອງ ຄໍ້າປະກັນ ‘’ສິດເສຣີພາບ ແລະ ຈຸດປະສົງ ອັນ ແທ້ຈີງ ຂອງ ຜູ້ ໄປ ປ່ອນບັດ’’.

ກົດໝາຍ ອັນ ກົດຂີ່ ບັງຄັບ ທີ່ ອານຸຍາດ ເປັນ ທາງການ ໄຫ້ ມີ ພັກ ການເມືອງ ດຽວ ພຽງ ເທົ່ານັ້ນ, ເປັນການ ທີ່ ກີດກັ້ນ ບໍ່ໃຫ້ ພັທນາ ລະບົບ ການ ປົກຄອງ ແບບ ມີ ຫລາຍ ພັກ ການເມືອງ. ຜູ້ ລົງ ສມັກ ເລືອກຕັ້ງ ຈະຕອ້ງ ຖືກ ອະນຸມັດ ຈາກ ພັກ ປະຊາຊົນ ປະຕິວັດ ລາລ (ພປປລ). ພັກ ດັ່ງກ່າວ ຄວບຄູມ ຢ່າງ ເຂັ້ມງວດ ທຸກ ລະບົບ ຂອງ ການ ເລືອກຕັ້ງ ໂດຍ ອີງໃສ່ ຄະນະ ກັມມາທິການ ດ້ານ ການ ເລືອກຕັ້ງ ແຫ່ງຊາດ, ຕລອດ ເຖີງ ລະຍະ ການ ໂຄສະນາ ຫາສຽງ ອັນ ຈືດໝອງ ທີ່ ຖືກ ຊັກເຊືອກ ຢູ່ ເບື້ອງຫລັງ.

ການ ເລືອກຕັ້ງ ມີ ຂື້ນ ທັ້ງໆ ທີ່ ຣັຖະບານ ສປປ ລາວ ຍັງ ບໍ່ ສາມາດ ປະຕິຮູບ ລະບົບ ການເມືອງ ແລະ ການ ປົກຄອງ ແລະ ບໍ່ ສາມາດ ແກ້ໄຂ ບັນຫາ ອັນ ຫນັກໜວ່ງ ດ້ານ ການ ລວ່ງລະເມີດ ສິດທິ ມະນຸດ ໄດ້.

"ບັນດາ ຣັຖະບານ ຕ່າງ ປະເທດ ແລະ ອົງການ ນາໆ ຊາດ ທີ່ ໃຫ້ ການ ຊວ່ຍເຫລືອ ສປປ ລາວ, ຄວນຕ້ອງ ໂຈະ ການ ຊວ່ຍເຫລືອ ໂດຍ ດວ່ນ ຕໍ່ ສະພາ ແຫ່ງຊາດ ສປປ ລາວ ແລະ ບັນດາ ການ ຈັດຕັ້ງ ອື່ນໆ ທີ່ ບໍ່ ນັບຖື ປະຊາທິປະໄຕ. ໃນ ອານາຄົດ ຈະຕອ້ງ ໃຫ້ ການ ຊວ່ຍເຫລືອ ທາງດ້ານ ງົບປະມານ ຫລື ດ້ານ ເທັກນີກ ໂດຍ ອີງຕາມ ເງື່ອນໄຂ ຂອງ ຜົນ ຂອງ ການ ປະຕິຮູບ ອັນ ແທ້ຈີງ ຂອງ ລະບົບ ການເມືອງ

ວະນິດາ ເທພສຸວັນ, ປະທານ ຂະບວນການ ລາວ ເພື່ອ ສິດທິ ມະນຸດ
Contacts Presse

FIDH : M. Andrea Giorgetta (Anglais) - Tel : +66 88 611 7722 (Bangkok)
FIDH : M. Arthur Manet (Français, Anglais, Espagnol) - Tel : +33 6 72 28 42 94 (Paris)
MLDH : Vanida Thephsouvanh (Anglais, Français, Lao) - Tel : +33 1 60065706 (Paris)
Lire la suite