ສປປ ລາວ : ປະຊາຄົມ ໂລກ ຄວນ ກົດດັນ ລາວ ຫລາຍ ຂື້ນ ຕໍ່ໜ້າ ຄວາມ ຫລົ້ມເຫລວ ຂອງ ລັຖບານ ລາວ ໃນການ ນັບຖື ເງື່ອນໄຂ ຂອງ ກອງປະຊູມ ກວດກາ ສິດທິ ມະນຸດ ແຫ່ງ ອົງການ ສະຫະປະຊາຊາດ

20/01/2015
Communiqué
en es fr lo

ປາຣີ, 19 ມົກະຣາ 2015 : ການ ຫລົ້ມເຫລວ ຢ່າງ ຈະແຈ້ງ ແລະ ແບບ ປະຕິເສດ ບໍ່ໃດ້ ຂອງ ທາງການ ສປປ ລາວ ໃນ ການ ນັບຖື ເງື່ອນໄຂ ດ້ານ ສິດທິ ມະນຸດ ຄວນ ເຣັດໃຫ້ ປະຊາຄົມ ນາໆ ຊາດ ທໍາການ ກົດດັນ ຂື້ນ ຕື່ມ : ນີ້ ຄື ຖແລງການ ຣວ່ມ ຂອງ ສະຫະພັນ ສິດທິ ມະນຸດ ນາໆ ຊາດ (FIDH) ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ (ຂລສມ) ເນື່ອງໃນ ໂອກາດ ກອງປະຊູມ ກວດກາ ສະຖານະພາບ ດ້ານ ສິດທິ ມະນຸດ ໃນ ສປປ ລາວ ຄັ້ງ ທີ່ ສອງ ເມື່ອ ວັນທີ 20 ມົກະຣາ 2015 ທີ່ ນະຄອນ ເຊີແນວ.

“ທ່າທີ ແແບບ ຖອກເທ ການ ຊວ່ຍເຫລືອ ເພື້ມຂື້ນ ຢ່າງ ຫລວງຫລາຍ ໃຫ້ລາວ ພອ້ມ ທັງ ມິດງຽບສງັດ ກ່ຽວກັບ ການ ລະເມິດ ສິດທິມະນຸດ ຢ່າງ ນັກນວ່ງ ໃນ ປະເທດ ບໍ່ໃດ້ຜົນ ເລີຍ” , ທ່ານ ກາຣີມ ລາຣິດຊີ, ປະທານ ສະຫາພັນ ສິດທິ ມະນຸດ ນາໆ ຊາດ ໃດ້ ກ່າວ, “ເຖີງ ເວລາ ແລ້ວ ທິ ປະຊາຄົມ ໂລກ ຕອ້ງ ພັກດັນ ທັງດ້ານ ການເມືອງ ຢ່າງ ຈີງຈັງ ເພຶ່ອ ໃຫ້ ລັຖບານ ຣັບ ແກ້ໄຂ ບັນຫາ ສິດທິ ມະນຸດ ແລະ ປະຕິຣູບ ກົດໝາຍ ພອ້ມ ການ ປົກຄອງ ຢ່າງ ແທ້ຈີງ.”

ໃນ ກອງ ປະຊູມ ກວດກາ ສິດທິ ມະນຸດ ຄັ້ງ ເດືອນ ພືສະພາ ປີ 2010 ສປປ ລາວ ໃດ້ຣັບເອົາ ຂໍ້ ສເນີ 71 ຂໍ້ ໃນ ຈໍານວນ ທັງໝົດ 107 ຂໍ້. ເຖີງ ແມ່ນວ່າ ສປປ ລາວ ໃດ້ ສັນຍາ ຈະຣັບ ເອົາ ສົນທິສັນຍາ ດ້ານ ສິດທິ ມະນຸດ 5 ສບັບ ກໍ່ຕາມ, ແຕ່ແລ້ວ ທາງການ ສປປ ລາວ ໃດ້ ສັຕະຍາບັນ ພຽງແຕ່ ສົນທິສັນຍາ ດຽວ ຄື ສົນທິສັນຍາ ຕ້ານການ ທໍຣະມານ ແລະ ການ ລົງໂທດ ແບບໄຣ້ ມະນູດສທັມ.

6 ປີ ຫລັງຈາກ ເຊັນ ສັນຍາ ວ່າດວ້ຍ ການ ປົກປອ້ງ ບູກຄົນ ບໍ່ໃຫ້ ຫາຍສາບສູນ ໂດຍ ຖືກ ບັງຄັບ, ສປປ ລາວ ກໍ່່ຍັງ ບໍ່ທັນ ສັດຕະຍາບັນ ສົນທິສັນຍາ ດັ່ງກ່າວ. ຍີ່ງໄປ ກົ່ວນັນ ລັຖະບານ ລາວ ຍັງບໍ່ ສາມາດ ທໍາການ ສືບສວນ ຢ່າງ ຄັກແນ່ ເຖີງ ກໍຣະນີ ຫາຍສາບສູນ ທັງມົດ ໂດຍ ສະເພາະ ກໍຣະນີ ຂອງ ທ່ານ ສົມບັດ ສົມພອນ ຜູ້ນໍາ ດ້ານ ພະທະນາ ສັງຄົມ ແລະ ນັກ ປົປອ້ງ ສິດທິ ຂອງ ຄົນ ອື່ນ ຊື່ງ ໃດ້ ຫາຍສາບສູນໄປ ໃນ ວັນທີ 15 ທັນວາ 2012 ຢູ່ ວຽງຈັນ.

ສປປ ລາວ ຍັງໃດ້ ສັນຍາ ຕໍ່ ກອງປະຊູມ ວ່າ ຈະ ຣ່ວມມື ນໍາ ອົງກອນ ສິດທິ ມະນຸດ ຂອງ ສະຫະປະຊາຊາດ, ແຕ່ແລ້ວ ໃນຣະຍະ ຫ້າ ປີ ທີ່ ຜ່ານມາ ທາງການ ສປປ ລາວ ຊໍ້າ ບໍ່ເຄີຍ ໃດ້ ເຊື້ອເຊີນ ຫລື ກໍ່ ບໍ່ໃດ້ ເປີດ ອະນຸຍາດ ໃຫ້ ນັກຊ່ຽວຊານ ຂອງ ສະຫະປະຊາຊາດ ກ່ຽວກັບ ສິດທິ ມະນຸດ ເຂົ້າ ໄປ ຢ້ຽມຢາມ ແລະ ສັງເກດການ ເລີຍ. ນອກຈາກນັ້ນ ທາງການ ສປປ ລາວ ຍັງບໍ່ໃດ້ ສົ່ງ ລາຍງານ ໃຫ້ 5 ອົງກອນ ສິດທິ ມະນຸດ ຂອງ ສະຫະປະຊາດ -ຊື່ງ ລາຍງານ ນື່ງ ສະຫະປະຊາຊາດ ລໍຖ້າ ຣັບ ເກືອບ ເຖີງ 6 ປີ ແລ້ວ.

ກົງກັນຂາມ ກັບ ຄໍາໝັ້ນສັນຍາ ທີ່ ສປປ ລາວ ໃດ້ ໃຫ້ໃວ້ ຕໍ່ ກອງປະຊູມ ກວດກາ ສິດທິ ມະນຸດ ຂອງ ສະຫະບະຊາຊາດ ວ່າ ຈະແກ້ໄຂ ບັນຫາ ຄ້າ ມະນຸດ ແລະ ຈະຊ່ວຍ ປົກປອ້ງ ສິດເສຣີພາບ ດ້ານການ ປາກເວົ້າ ຂິດຂຽນ, ດ້ານ ຊູມນູມຊົນ ແລະ ດ້ານ ສາສນາ, ຜົນການ ຄົ້ນຄົ້ວ ວັດແທກ ຊໍ້າ ບົງອອກ ເຖີງ ຄວາມບົກຜ່ອງ ແລະ ຂາດ ການ ຄືບໜ້າ ໃນ ດ້ານນີ້.

ພາຍຫລັງ ທີ່ໃດ້ ຈັດໃຫ້ ສປປ ລາວ ຕິດ ຢູ່ ໃນ “ອັນດັບ ຊັ້ນ 2” ຕລອດ 3 ປີຊອ້ນ, ເມື່ອ ປີ 2014 ກະຊວງ ການ ຕ່າງປະເທດ ອະເມຣິກັນ ໃດ້ຈັດ ສປປ ລາວ ລົງຢູ່ໃນ ອັນດັບ “ຊັ້ນ 2 ສູດທ້າຍ” ຍອ້ນການ ຫລົມເຫລວ ຂອງ ທາງ ການ ສປປ ລາວ ທີ່ ບໍ່ໃດ້ ພະຍາຍາມ ປາບປາມ ການຄ້າ ມະນຸດ ແມ້ແຕ່ ໜອ້ຍດ່ຽວ.

ສວ່ນ ອົງການ ນັກຂ່າວ ທີ່ ບໍ່ມີ ພົມແດນ (Reporteurs Sans Frontières) ໃດ້ ຈັດ ສປປ ລາວ ໃນ ອັນດັບ 168 ໃນ ຈໍານວນ ທັງໝົດ 178 ປະເທດ ເມື່ອ ປີ 2010 ແລະ ອັນດັບ 171 ໃນ ຈໍານວນ ທັງໜົດ 180 ປະເທດ ເພື່ອ ປີ 2014.

ອົງການ Freedom House (ຊື່ງ ບໍ່ຂື້ນ ກັບ ລັຖະບານ) ກໍ່ໃດ້ ກ່າວ ໃນ ຣາຍງານ ປະຈໍາປີ ວ່າດວ້ຍ ສິດທິ ການເມືອງ ແລະ ສິດທິ ພົລະເຣືອນ ວ່າ ສປປ ລາວ “ຂາດ ສິດເສຣີພາບ.” ກົດໝາຍ ສບັບໃໝ່ ຂອງ ສປປ ລາວ ຍີ່ງ ຈໍາກັດ ສິດທິ ທາງດ້ານ ການເມືອງ ແລະ ພົລະເຣຶອນ ຂອງ ປະຊາຊົນ ຂື້ນຕື່ມ. ດໍາຣັດ ເລກທີ່ 327, ອອກເມື່ອ ວັນທີ 16 ກັນຍາ 2014, ມີ ເນື້ອໃນ ໃຈຄວາມ ທີ່ຈະ ລົງໂທດ ບຸກຄົນໃດ ທີ່ ຕອ້ງຕິ ລັຖະບານ, ຊື່ງນີ້ ກໍ່ບໍ່ ສອດຄອ່ງ ກັບເງຶ່ອນໄຂ ຂອງ ສົນທິ ສັນຍາ ວ່າ ດວ້ຍ ສິດເສຣີພາບ ດ້ານ ການ ປາກເວົ້າ. ຍີ່ງ ກົ່ວນັ້ນ ກໍຣະນີ ຫາຍສາບສູນ ໂດຍ ຖຶກ ບັງຄັບ ຂອງ ທ່ານ ສົມບັດ ສົມພອນ ຍີ່ງ ໃດ້ ເຣັດໃຫ້ ສັງຄົມ ພົລະເຣືອນ ໃນ ປະເທດ “ຂົນໜາວ ລຸກ” ແບບ ຢ້ານກົວ. ອົງການ ຈັດຕັ້ງ ຂັ້ນ ທອ້ງທີ່ນ ບໍ່ ປາຖນາ ກ່າວເຖີງ ການ ລວ່ງ ລະມີດ ສິດທິ ມະນຸດ ແລະ ບໍ່ກ້າ ເຄື່ອນໃຫວ ເພື່ອ ປົກປອ້ງ ຫລື ພັທະນາ ສິດທິ ມະນຸດ ຍອ້ນ ຢ້ານກົວ ການ ນາບຄູ່ ໂຕ້ຕອບ ຈາກ ເຈົ້າ ໜ້າທີ່.

ຄະນະ ກັມາທິການ ອະເມຣິກັນ ວ່າດວ້ຍ ເສຣີພາບ ທົ່ວ ໂລກ ດ້ານ ສາສນາ ໃດ້ຈັດ ສປປ ລາວ ຢູ່ໃນ ປະເທດ ທີ່ ຕອ້ງ’’ ຊອມແນມ’’ ອັນດັບ ‘’Tier 2’’ ນັບ ແຕ່ ປີ 2009. ໃນ ລາຍງານ ປະຈໍາ ປີ 2014, ຄະນະ ກັມາທິການ ດັ່ງກ່າວ ໃດ້ ຢໍ້າ ວ່າ ກ່ານ ລະເມີດ ສິດເສຣີພາບ ດ້ານ ເສື່ອຖື ສາສນາ ຍັງ ສືບຕໍ່່ ຢ່າງ ນັກນວ່ງ, ໂດຍ ສະເພາະ ໃນ ຂົງເຂດ ຂອງ ຈໍາພວກ ຊົນ ເຜົ່ານອ້ຍ ແລະ ກົດໝາຍ ທີ່່ ຄວບຄູມ ເສຣີພາບ ຂອງ ປະຊາຊົນ ກໍ່ ຍັງ ຄົງຢູ່.

ກ່ຽວກັບ ສິດທິ ໃນການ ເປັນ ເຈົ້າຂອງ ທີ່ດີນ ນັ້ນ, ໃນ ຣາຍງານຣວ່ມ ສົ່ງ ໃຫ້ UPR, ສະຫະພັນ ສິດທິ ມະນຸດ ນາໆ ຊາດ ແລະ ຂະບວນການ ລາລ ເພື່ອ ສິດທິ ມະນຸດ ໃດ້ ກ່າວ ຢ່າງ ລະອຽດ ເຖີງ ບັນຫາ ການ ລວ່ງລະເມີດ ສິດທິ ມະນຸດ ຢ່າງ ໃຫຍ່ຫລວງ ໃນ ສັນຍາ ເຊົ່າ ທີ່ດີນ ແລະ ການ ສໍາປະທານ ທີ່ດີນ ໂດຍ ລັຖະບານ ສປປ ລາວ. ອົງການ ປົກປອ້ງ ສິດທິ ມະນຸດ ທັງ ສອງ ໃດ້ ໃຫ້ ລາຍ ລະອຽດ ເຖີງ ການ ທີ່ ທາງການ ສປປ ລາວ ປາບປາມ ບັນດາ ກູ່ມຄົນ ທີ່ ປົກປອ້ງ ສິດທິ ທີ່ດີນ ແລະ ສີ່ງ ແວດລອ້ມ ຊື່ງ ພວກນີ້ ພຽງ ຣຽກຣອ້ງ ໃຫ້ ມີການ ພັທະນາ ສັງຄົມ ເສຖກິດ ຢ່າງ ຍືນຍົງ.

“ລັຖະບານ ສປປປ ລາວ ໃດ້ ກ່າວ ວ່າ ກອງປະຊູມ ກວດກາ ສິດທິ ມະນຸດ ຂອງ ສະຫະປະຊາາດ ແມ່ນ ກົນໄກ ອັນດຽວ ທີ່ ຖືກຕອ້ງ ເພື່ອ ແກ້ໄຂ ບັນຫາ ສິດທິ ມະນຸດ ໃນ ລະດັບ ນາໆ ຊາດ,” ໃດ້ ກ່າວ ປະທານ ຂະບວນການ ລາວ ເພື່ອ ສິດທິ ມະນດ, ຍານາງ ວະນິດາ ເທພສຸວັນ, ແລະ ໃດ້ ຢໍ້າ ຕື່ມ ອີກວ່າ “ໜ້າ ເສັຍດາຍ ທີ່ ລັຖະບານ ສປປ ລາວ ໃດ້ ເມີນເສີຍ ແລະ ບໍ່ຣັບຣູ້ ຂໍ້ ສເນີ ທີ່ ຕົນໃດ້ ຍອມຣັບ ໃນ ກອງປະຊູມ ກວດກາ ຄັ້ງ ທີ່ນື່່ງ ເມື່່ອ 5 ປີກອ່ນ.”

Lire la suite