ພັນມື້ ຜ່ານມາ ກໍຣະນີ ການບັງຄັບ ໃຫ້ ຖືກ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ສແດງ ຢ່າງ ຈະແຈ້ງ ເຖີງການ ປອ່ຍປະ ລະເມີດ ສັນຍາສາກົນ ຂອງ ລັຖະບານ ສປປ ລາວ

14/09/2015
Communiqué
en fr lo

ຖແລງການ ຣ່ວມ

11 ກັນຍາ 2015

ມື້ນີ້, ເປັນມື້ ທີ່ 1000 ຊື່ງ ທ່ານ ສົມບັດ ສົມພອນ ຜູ້ນໍ່າ ຊື່ດັງ ອົງການ ປະຊາສັງຄົມ ໃດ້ ‘’ຫາຍສາບສູນ’’ ທີ່ ປອ້ມຍາມ ຕໍ່າຫລວດ ແຫ່ງນື່ງ ຂອງ ຖນົນ ໃຫຍ່ນື່ງ ທີ່ ນະຄອນ ວຽງຈັນ. ພວກ ຂ້າພະເຈົ້າ, ອົງການ ທີ່ມີ ລ່າຍຊື່ ຢູ່ຂ້າງ ລູ່ມນີ້, ຂໍ ຣຽກທວງ ອີກຄັ້ງນື່ງ ຕໍ່ ລັຖະບານ ສປປ ລາວ ໃຫ ເພີ້ມທະວີ ຄວາມ ພະຍາຍາມ ໃນການ ສືບສວນ ຄະດີ ຫາຍສາບສູນ ໂດຍຖືກ ບັງຄັບ ຂອງ ທ່ານ ສົມບັດ ຢ່າງ ຣີບດວ່ນ, ຢ່າງ ມີຄວາມ ເປັນທັມ ແລະ ຢ່າງມີ ປະສິດທິຜົນ, ທັ້ງນີ້ ກໍ່ ເພື່ອໃຫ້ ຊາບເຖີງ ຊາຕາກັມ ຂອງ ຜູ່ກ່ຽວ ແລະ ວ່າງ ມາຕະການ ທາງຄວນ ເພື່ອ ໄຕ່ສວນ ແລະ ນໍາເອົາ ຜູ້ ອັບພິດຊອບ ໃນ ເລື້ອງນີ້ ຂື້ນ ສານ.

ໃນ ໂອກາດ ກອງປະຊູມ ສອບສວນ ເຖີງ ສະຖານະພາບ ດ້ານ ສິດທິ ມະນຸດ ໃນ ສປປ ລາວ ຄັ້ງທີ່ ສອງ ເມື່ອ ມົກະຣາ ປີ 2015 ທີ່ ສະຫະປະຊາຊາດ ເມື່ອງ Genève, 10 ປະເທດ ພາຄີ ໄດ້ ສເນີ ໃຫ້ ທາງການ ສປປລາວ ສືບສວນ ເຖີງ ກໍລະນີ ຂອງ ທ່ານ ສົມບັດ. ນອກຈາກນັ້ນ ຍັງ ມີ ອີກ 5 ປະເທໄດ້ ຍົກເອົາ ບັນຫາ ດັ່ງກ່າວ ຂື້ນມາ ກ່າວ.

ພວກຂ້າພະເຈົ້າ ມີຄວາມ ສະທ້ານ ຕົກໃຈ ທີ່ ທາງການ ສປປ ລາວ ບໍ່ ສາມາດ ໃຫ້ຂ່າວ ຫລື ຂໍ້ມູນໃດໆ ເຖີງ ຄວາມ ຄືບໜາ ຂອງ ການສືບສວນ ນັບ ຕັ້ງແຕ່ ວັນທີ 7 ມິຖຸນາ ປີ 2013 ເປັນ ຕົ້ນມາ. ການ ຫລົມເຫລວ ອັນນີ້ ຍັງຈື້ງ ຢືນຢູ່ ເຖີງແມ່ນວ່າ ທາງການ ສປປລາວ ໃດ້ ຖແລງ ເນື່ອງໃນ ກອງປະຊູມ ສະຫະປະຊາຊາດ ສອບສວນ ດ້ານ ສິດທິ ມະນຸດ ສປປລາວ (UPR) ຄັ້ງ ເດືອນ ມິຖຸນາ 2015 ວ່າ ກໍ່າລັງ ມີການ ສືບສວນ ຢ່າງ ເອົາໃຈໄສ່ ເຖີງ ຊາຕາກັມ ຂອງ ທ່ານ ສົມບັດ. ບໍ່ເປັນ ການພຽງພໍ ທີ່ ສປປ ລາວ ພຽງຈະ ຢືນຢັນ ວ່າ ຕົນ ກໍ່າລັງ ທໍາການ ສືບສວນ ຄະດີ. ເງື່ອນໄຂ ທີ່ ສປປ ລາວ ຈໍາເປັນ ຕອ້ງປະຕິບັດ ຕໍ່ ກົດໝາຍ ສາກົນ ກໍ່ແມ່ນ ຕອ້ງ ທໍາການ ສືບສວນ ຢ່າງ ຣີບດວ່ນ ແລະ ແຈ້ງໃຫ້ ຄອບຄົວ ຂອງ ທ່ານ ສົມບັດ ຊາບເຖີງ ຄວາມ ຄືບໜ້າ ຂອງ ການ ສືບສວນ ດັ່ງກ່າວ.

ພວກ ຂ້າພະເຈົ້າ ມີ ຄວາມ ວິຕົກກັງວົນ ໃນການ ປະຕິເສດ ຢ່າງ ເນື່ອງນິດ ຂອງ ທາງການ ສປປ ລາວ ທີ່ ບໍ່ ເຄີຍຍອມ ຣັບການ ຊວ່ຍເຫລືອ ຂອງ ນາໆຊາດ ໃນ ການ ສືບສວນ ເຖີງ ກໍລະນີ ຫາຍສາບສູນ ໂດຍ ຖືກ ບັງຄັບ ຂອງ ທ່ານ ສົມບັດ. ລັຖະບານ ສປປ ລາວ ບໍ່ ຍອມ ຣັບຣູ້ ຂໍ້ ສເນີ ອັນ ສໍາຄັນ ຂອງ ບັນດາ ອົງການ ປົງປອ້ງ ສິດທິ ມະນຸດ ທັ້ງໆ ທີ່ ທາງການ ສປປ ລາວ ເຄີຍໃດ້ ຖແລງ ຢ່າງ ເປັນ ທາງການ ວ່າ ຕົນ ພອ້ມແລ້ວ ທີ່ຈະ ຣັບເອົາ ຂໍ້ສເນີ ຈາກ ທຸກໆ ຝ່າຍ ກ່ຽວກັບ ການ ສືບສວນ.

ນອກຈາກນັ້ນ ພວກ ຂ້າພະເຈົ້າ ຍັງ ຂໍ ປະນາມ ການ ປະຕິເສດ ຂອງ ທາງການ ສປປ ລາວ ທີ່ ບໍ່ ຍອມ ເປີດເຜີຍ ເຖີງ ກໍລະນີ ຫາຍ ສາບສູນ ແບບ ຖືກ ບັງຄັບ ອື່ນໆ ໃນ ທົ່ວ ປະເທດ ອີກ. ມາເຖີງ ປະຈຸບັນ ຍັງ ບໍ່ ມີໃຜ ຊາບ ເຖີງ ຊາຕາກັມ ຂອງ ອິກ 13 ຄົນ ຢ່າງ ໜອ້ຍ, ຊື່ງ ໃນນັ້ນ ມີ ຄະນະ ຜູ້ນໍາ ຂະບວນ ລຸກຣື້ 26 ຕຸລາ 1999 ສາມ ທ່ານ ທີ່ ຖືກ ຈັບຕົວ ໃນ ຂະນະ ກໍ່າລັງ ຕຽມການ ປະທວ້ງ ໂດຍ ສັນຕິ ວິທີ ທີ່ ນະຄອນຫລວງ ວຽງຈັນ ເພື່ອ ຣຽກຣອ້ງ ເອົາ ປະຊາທິປະໄຕ.

ວັນທີ 29 ກັນຍາ 2008, ສປປ ລາວ ໃດ້ ລົງນາມ ເຊັນຣັບ ສົນທິ ສັນຍາ ສາກົນ ວ່າດວ້ຍ ການ ປົກປອ້ງ ການ ຫາຍສາບສູນ ໂດຍ ຖືກ ບັງຄັບ (ICPPED). ແຕ່ ເຖີງຢ່າງໃດ ກໍ່ຕາມ, ຕລອດ ເກືອບ 7 ປີ ຜ່ານມາ, ທາງການ ສປປ ລາວ ກໍ່ ບໍ່ ໃດ້ ມີຄວາມ ຄືບໜ້າ ໄດໆ ໃນການ ສັດຕະຍາບັນ ສັນຍາ ດັ່ງກ່າວ.

ພວກ ຂ້າພະເຈົ້າ ຈື່ງ ຣຽກທວງ ໃຫ້ ທາງການ ສປປ ລາວ ສັດຕະຍາບັນ ສົນທິ ສັນຍາ ນີ້ ຢ່າງ ຣີບດວ່ນ, ໂດຍ ຈັດຂໍ້ ເງື່ອນໄຂ ຂອງ ສົນທິ ສັນຍາ ດັ່ງກ່າວ ໃວ້ ໃນ ກົດໝາຍ ຂອງ ສປປ ລວ ແລະ ໃຫ້ ປະຕິບັດ ຢ່າງ ແທ້ຈີງ.

ໃນ ເດືອນ ມົກະລາ 2016 ທີ່ ຈະ ມາເຖີງ ນີ້, ມີໝາຍ ກໍານົດ ຣັບ ຕໍາແໜ່ງ ປະທານ ຂອງ ກູ່ມ ປະເທດ ເອຊຽນ (ASEAN). ການ ຂາດ ຄວາມ ສາມາດ ຢ່າງ ເນື່ອງນິດ ຂອງ ລັຖະບານ ສປປ ລາວ ໃນການ ແກ້ໄຂ ກໍລະນີ ຂອງ ທ່ານ ສົມບັດ ຊໍ່ ສແດງ ຢ່າງ ຈະແຈ້ງ ເຖີງ ການ ປອ່ຍປະ ລະເລີຍ ຂໍ້ ສັນຍາ ຊື່ງ ສປປ ລາວ ໄດ້ ມີ ຕໍ່ໜ້າ ນາໆ ຊາດ, ສີ່ງ ດັ່ງກ່າວ ຈະ ເປັນ ສ້ຽນໜາມ ຕໍ່ ທາງການ ວຽງຈັນ ໃນ ການ ຫວັງ ສ້າງ ໃຫ້ ກູ່ມປະເທດ ເອຊຽນ ເຊື່ອຖື ຕົນວ່າ ສປປ ລາວ ເປັນ ພາຄີ ຣັກຫອມ ປົກປອ້ງ ນັບຖື ສິດທິ ມະນຸດ.

ພວກ ຂ້າພະເຈົ້າ ຣຽກຣອ້ງ ໃຫ້ ສປປ ລາວ ວາງ ມາດຕະການ ຢ່າງ ຣີບດວນ ໂດຍ ເປັນທັມ ແລະ ຢ່າງ ມີ ປະສິດທິຜົນ ໃນ ການ ສືບສວນ ກໍລະນີ ທ່ານ ສົມບັດ ແລະ ກໍລະນີ ຫາຍ ສາບສູນ ແບບ ຖືກ ບັ່ງຄັບ ອື່ນໆ ແລະ ພວກ ຂ້າພະເຈົ້າ ຣຽກ ທວງ ໃຫ້ ສປປ ລາວ ແກ້ໄຂ ແລະ ປົວແປງ ບັນຫາ ຂອງ ຜູ້ ໄດ້ ຣັບເຄາະ ໂດຍ ອີງໃສ່ ຂໍ້ ເງື່ອນໄຂ ຂອງ ສົນທິ ສັນຍາ ສາກົນ ຕ່າງໆ, ຊື່ງ ໃນ ນັ້ນ ກໍ່ ມີ ສົນທິ ສັນຍາ ວ່າດວ້ຍ ສິດທິ ດ້ານ ພົລະເຣືອນ ແລະ ສິດທິ ການເມືອງ (ICCPR), ສົນທິ ສັນຍາ ວ່າດວ້ຍ ການ ຕໍ່ຕ້ານ ຄວາມ ທໍລະມານ (CAT) ແລະ ການ ສັດຕະຍາບັນ ສົນທິ ສັນຍາ ວ່າດວ້ຍ ການ ປົກປອ້ງ ການ ຫາຍ ສາບສູນ ແບບ ຖືກ ບັງຄັບ (ICPPED).

ອົງການ ທີ່ ລົງນາມ ເຊັນ :

1. ALTSEAN-Burma

2. ASEAN Parliamentarians for Human Rights (APHR)

3. Asian Federation Against Involuntary Disappearances (AFAD)

4. Civil Rights Defenders

5. FIDH (International Federation for Human Rights)

6. Focus on the Global South

7. Forum-Asia

8. International Commission of Jurists (ICJ)

9. Justice for Peace Foundation

10. ຂະບວນກນ ລາວ ເພື່ອ ສິດທິ ມະນຸດ (ຂລສມ) – Lao Movement for Human Rights

11. Sombath Initiative

Lire la suite